Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 4:11 - ພຣະຄຳພີສັກສິ

11 ພຣະເຈົ້າຢາເວ​ໄດ້​ຖາມ​ໂມເຊ​ວ່າ, “ໃຜ​ສ້າງ​ປາກ​ມະນຸດ? ໃຜ​ເຮັດ​ໃຫ້​ມະນຸດ​ປາກ​ກືກ​ຫູ​ໜວກ? ໃຜ​ເຮັດ​ໃຫ້​ມະນຸດ​ຕາບອດ​ແລະ​ຕາ​ດີ? ແມ່ນ​ເຮົາເອງ​ຄື​ພຣະເຈົ້າຢາເວ.

Uka jalj uñjjattʼäta Copia luraña




ອົບພະຍົບ 4:11
18 Jak'a apnaqawi uñst'ayäwi  

ສະນັ້ນ ພວກເຮົາ​ຕ້ອງ​ລົງ​ໄປ​ເຮັດ​ໃຫ້​ພາສາ​ຂອງ​ເຂົາ​ສັບສົນ​ແຕກຕ່າງ​ກັນ ແລະ​ພວກເຂົາ​ຈະ​ເວົ້າ​ບໍ່​ເຂົ້າໃຈ​ກັນ.”


ມີ​ຫຍັງ​ແດ່​ຍາກ​ສຳລັບ​ພຣະເຈົ້າຢາເວ​ບໍ? ຕາມ​ທີ່​ເຮົາ​ບອກ​ເຈົ້າ​ແລ້ວ ໃນ​ລະຫວ່າງ​ເກົ້າ​ເດືອນ ເຮົາ​ຈະ​ກັບ​ມາ​ອີກ​ແລະ​ຊາຣາ​ຈະ​ມີ​ລູກຊາຍ​ຜູ້ໜຶ່ງ.”


ພຣະເຈົ້າຢາເວ​ໃຫ້​ຄົນ​ຕາບອດ​ໄດ້​ມີ​ໂອກາດ​ເຫັນຮຸ່ງ​ອີກ. ພຣະເຈົ້າຢາເວ​ຍົກຍໍ​ທຸກຄົນ​ທີ່​ໄດ້​ລົ້ມລົງ​ໃຫ້​ລຸກຂຶ້ນ​ໃໝ່ ພຣະເຈົ້າຢາເວ​ຮັກ​ຜູ້​ທີ່​ດຳເນີນ​ຊີວິດ​ໃນ​ທາງ​ຊອບທຳ​ນັ້ນ.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຂໍ​ຊົງ​ໂຜດ​ຊ່ວຍ​ໄຂ​ສົບປາກ​ຂ້ານ້ອຍ​ແລະ​ຊ່ວຍ​ເວົ້າ​ແດ່ ເພື່ອ​ຈະ​ໄດ້​ຍ້ອງຍໍ​ສັນລະເສີນ​ພຣະອົງ.


ພຣະອົງ​ຊົງ​ສ້າງ​ຫູ​ພວກເຮົາ​ໄວ້ ພຣະອົງ​ຈະ​ບໍ່ໄດ້ຍິນ​ຊັ້ນບໍ? ພຣະອົງ​ສ້າງ​ຕາ​ພວກເຮົາ ພຣະອົງ​ຈະ​ເຫັນ​ບໍ່ໄດ້​ຫລື?


ພຣະເຈົ້າຢາເວ​ໄດ້​ໃຫ້​ພວກເຮົາ​ມີ​ຕາ​ເບິ່ງ​ແລະ​ມີ​ຫູ​ຟັງ.


ເຈົ້າ​ຈະ​ເຮັດ​ໃຫ້​ຄົນ​ຕາບອດ​ໄດ້​ເຫັນຮຸ່ງ ປົດປ່ອຍ​ຄົນ​ໃນ​ຄຸກມືດ​ໃຫ້​ເປັນ​ເສລີ.


ເສຣາຟິມ​ຕົນ​ນັ້ນ​ໄດ້​ເອົາ​ຖ່ານໄຟ​ແປະ​ໃສ່​ທີ່​ຮີມສົບ​ຂອງ​ຂ້າພະເຈົ້າ ພ້ອມ​ທັງ​ກ່າວ​ວ່າ, “ຖ່ານໄຟ​ນີ້​ໄດ້​ຖືກ​ຮີມສົບ​ເຈົ້າ ບັດນີ້​ຄວາມຜິດ​ຂອງ​ເຈົ້າ​ໄດ້​ໝົດ​ໄປ​ແລ້ວ ແລະ​ບາບ​ຂອງເຈົ້າ​ກໍໄດ້​ຮັບ​ການອະໄພ.”


ຂ້າພະເຈົ້າ​ຈຶ່ງ​ຕອບ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ອົງພຣະ​ຜູ້​ເປັນເຈົ້າ​ເອີຍ ຂ້ານ້ອຍ​ບໍ່​ຮູ້ຈັກ​ວ່າ​ຈະ​ກ່າວ​ຢ່າງໃດ; ຂ້ານ້ອຍ​ຍັງ​ໜຸ່ມ​ເກີນໄປ​ທີ່​ຈະ​ກ່າວ​ຕໍ່ໜ້າ​ມະຫາຊົນ.”


ແລ້ວ​ພຣະເຈົ້າຢາເວ​ກໍ​ເດ່​ມື​ອອກ​ແຕະ​ທີ່​ປາກ​ຂອງ​ຂ້າພະເຈົ້າ ແລະ​ພຣະເຈົ້າຢາເວ​ກໍ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເບິ່ງດູ ເຮົາ​ກຳລັງ​ເອົາ​ຖ້ອຍຄຳ​ຂອງເຮົາ​ໃສ່​ເຂົ້າ​ໄປ​ໃນ​ປາກ​ຂອງ​ເຈົ້າ​ເພື່ອ​ໃຫ້​ເຈົ້າ​ກ່າວ.


ໃນ​ຕອນຄໍ່າ​ກ່ອນ​ຊາຍ​ຄົນ​ນັ້ນ​ມາ​ເຖິງ ຂ້າພະເຈົ້າ​ຕົກ​ຢູ່​ພາຍໃຕ້​ອຳນາດ​ຂອງ​ພຣະເຈົ້າຢາເວ. ເມື່ອ​ຊາຍ​ຄົນ​ນັ້ນ​ມາຮອດ​ໃນ​ຕອນເຊົ້າ ພຣະອົງ​ຈຶ່ງ​ໄດ້​ໃຫ້​ຂ້າພະເຈົ້າ​ມີ​ຣິດ​ປາກເວົ້າ​ໄດ້​ອີກ.


ສຽງ​ແກ​ບຸກໂຈມຕີ​ດັງ​ຂຶ້ນ ໂດຍ​ບໍ່​ໃຫ້​ຊາວ​ເມືອງ​ແຕກຕື່ນ​ໄດ້​ຊັ້ນບໍ? ເປັນ​ໄດ້​ບໍ​ທີ່​ເມືອງ​ໜຶ່ງ​ຖືກ​ໄພພິບັດ ໂດຍ​ທີ່​ພຣະເຈົ້າຢາເວ​ບໍ່​ໃຫ້​ເກີດຂຶ້ນ?


ຄື: ຄົນ​ຕາບອດ​ເຫັນ​ຮຸ່ງ​ໄດ້, ຄົນ​ຂາ​ຫ້ານ​ຍ່າງ​ໄດ້, ຜູ້​ທີ່​ເປັນ​ພະຍາດ​ຂີ້ທູດ​ກໍດີ​ສະອາດ, ຄົນ​ຫູ​ໜວກ​ກໍ​ໄດ້​ຍິນ, ຄົນ​ຕາຍ​ແລ້ວ​ກໍ​ເປັນ​ຄືນ​ມາ ແລະ​ຂ່າວປະເສີດ​ກໍ​ມີ​ການ​ປະກາດ​ແກ່​ຄົນ​ຍາກຈົນ.


ແຕ່​ບັດນີ້ ເຈົ້າ​ບໍ່​ເຊື່ອ​ຖ້ອຍຄຳ​ຂອງເຮົາ ຊຶ່ງ​ຈະ​ເປັນ​ຈິງ​ຕາມ​ເວລາ​ທີ່​ກຳນົດ​ໄວ້ ຍ້ອນ​ເຈົ້າ​ບໍ່​ເຊື່ອ​ເຈົ້າ​ຈະ​ເປັນ​ຄົນ​ໃບ້​ບໍ່​ສາມາດ​ປາກ​ໄດ້ ຈົນເຖິງ​ວັນ​ທີ່​ເຫດການ​ເຫຼົ່ານັ້ນ​ເກີດຂຶ້ນ.”


ເວລາ​ດຽວກັນ​ນັ້ນ ເຊກາຣີຢາ​ກໍ​ປາກ​ໄດ້​ອີກ ເພິ່ນ​ຈຶ່ງ​ອອກ​ປາກ​ສັນລະເສີນ​ພຣະເຈົ້າ.


ແຕ່​ພວກ​ອື່ນ​ເວົ້າ​ວ່າ, “ຄົນ​ມີ​ຜີມານຮ້າຍ​ສິງ​ບໍ່​ເວົ້າ​ຢ່າງ​ນີ້​ດອກ ຜີມານຮ້າຍ​ຈະ​ເຮັດ​ໃຫ້​ຄົນ​ຕາບອດ​ເຫັນຮຸ່ງ​ໄດ້​ຊັ້ນບໍ?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka