ອົບພະຍົບ 4:1 - ພຣະຄຳພີສັກສິ1 ໂມເຊໄດ້ຕອບວ່າ, “ແຕ່ຖ້າວ່າຊາວອິດສະຣາເອນບໍ່ເຊື່ອ ແລະທັງບໍ່ຟັງສິ່ງທີ່ຂ້ານ້ອຍກ່າວໄປນັ້ນ, ແຕ່ພວກເຂົາກັບເວົ້າວ່າ, ‘ພຣະເຈົ້າຢາເວບໍ່ໄດ້ປາກົດຕໍ່ເຈົ້າດອກ.’ ພຣະອົງຈະໃຫ້ຂ້ານ້ອຍເຮັດຢ່າງໃດ?” Uka jalj uñjjattʼäta |
ພຣະເຈົ້າໄດ້ກ່າວຕໍ່ໂມເຊອີກວ່າ, “ໃຫ້ບອກຊາວອິດສະຣາເອນວ່າ, ‘ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງປູ່ຍ່າຕາຍາຍຂອງພວກເຈົ້າ ພຣະເຈົ້າຂອງອັບຣາຮາມ, ພຣະເຈົ້າຂອງອີຊາກ ແລະພຣະເຈົ້າຂອງຢາໂຄບ ໃຊ້ຂ້ອຍມາຫາພວກເຈົ້າ.’ ອັນນີ້ ແມ່ນຊື່ຂອງເຮົາ ແລະຊື່ນີ້ຈະບໍ່ມີການປ່ຽນແປງຈັກເທື່ອ ທຸກຊົ່ວອາຍຸຄົນຈະເອີ້ນຊື່ນີ້ຕະຫລອດໄປ.
ປະຊາຊົນຂອງເຮົາຈະເຊື່ອຟັງສິ່ງທີ່ເຈົ້າກ່າວແກ່ພວກເຂົາ. ແລ້ວເຈົ້າກັບບັນດາຜູ້ນຳຂອງຊາດອິດສະຣາເອນຈົ່ງໄປຫາກະສັດຟາໂຣແຫ່ງເອຢິບ ແລະບອກລາວວ່າ, ‘ພຣະເຈົ້າຢາເວພຣະເຈົ້າຂອງຊາວເຮັບເຣີ ໄດ້ປາກົດຕໍ່ພວກຂ້ານ້ອຍ. ບັດນີ້ຂໍທ່ານອະນຸຍາດໃຫ້ພວກຂ້ານ້ອຍ ເດີນທາງເປັນໄລຍະສາມວັນສູ່ຖິ່ນແຫ້ງແລ້ງກັນດານ ເພື່ອຖວາຍສັດບູຊາແກ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍດ້ວຍເຖີດ.’