7 ພວກເຂົາປະດັບມັນໄວ້ທີ່ເທິງຜ້າຮັດເສື້ອຄຸມສັ້ນເອໂຟດ ເພື່ອໃຫ້ລະນຶກເຖິງສິບສອງເຜົ່າຂອງຊາດອິດສະຣາເອນ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ກັບໂມເຊທຸກປະການ.
ຂ້າພະເຈົ້າຕອບວ່າ, “ພຣະເຈົ້າແຫ່ງສະຫວັນ ຈະໃຫ້ພວກເຮົາດຳເນີນວຽກງານນີ້ສຳເລັດ. ພວກເຮົາເປັນຜູ້ຮັບໃຊ້ຂອງພຣະອົງ ແລະກຳລັງຈະສ້າງເມືອງຂຶ້ນໃໝ່. ແຕ່ພວກທ່ານບໍ່ມີສິດໃນສົມບັດສ່ວນໃດໆທີ່ນະຄອນເຢຣູຊາເລັມນີ້ ແລະທັງບໍ່ມີສ່ວນແບ່ງໃດໆໃນເລື່ອງນີ້ດ້ວຍ.”
ຫີນສອງແຜ່ນຊຶ່ງໝາຍເຖິງສິບສອງເຜົ່າຂອງຊາດອິດສະຣາເອນນັ້ນ ຈົ່ງໃຫ້ຕິດໃສ່ໄວ້ກັບເສື້ອຄຸມສັ້ນເອໂຟດເລີຍທີ່ເທິງບ່າໄຫລ່. ດ້ວຍເຫດນີ້ ອາໂຣນຈຶ່ງຈະຖືຊື່ຂອງພວກເຂົາໄວ້ເທິງບ່າໄຫລ່ຂອງຕົນ ເພື່ອເປັນທີ່ລະນຶກຕໍ່ໜ້າພຣະເຈົ້າຢາເວ.
ເມື່ອອາໂຣນເຂົ້າໄປສະຖານທີ່ສັກສິດ ລາວຈະໃສ່ແຜ່ນປົກເອິກ ຊຶ່ງຈາລຶກຊື່ຂອງເຜົ່າຕ່າງໆຂອງຊາດອິດສະຣາເອນ ກໍເພື່ອວ່າຈະເປັນທີ່ລະນຶກຕໍ່ໜ້າພຣະເຈົ້າຢາເວສືບໆໄປ.
ຜ້າສອງຕ່ອນທີ່ບ່າໄຫລ່ຂອງເສື້ອນັ້ນ ຈົ່ງໃຫ້ຫຍິບຕິດກັນກັບຂ້າງເສື້ອທັງສອງ.
ບັດນີ້ ເຮົາບອກພວກເຈົ້າຕາມຄວາມຈິງວ່າ ທຸກບ່ອນທົ່ວໂລກທີ່ມີການປະກາດຂ່າວປະເສີດ ສິ່ງທີ່ຍິງຜູ້ນີ້ໄດ້ເຮັດຈະເປັນທີ່ເລື່ອງລືກັນໄປ ເພື່ອລະນຶກເຖິງນາງ.”
ກໍໃຫ້ພວກເຈົ້າບອກວ່າ, ເມື່ອຫາມຫີບພັນທະສັນຍາຂອງພຣະເຈົ້າຢາເວຂ້າມແມ່ນໍ້ານັ້ນ ແມ່ນໍ້າຈໍແດນໄດ້ເຊົາໄຫລ. ກ້ອນຫີນເຫຼົ່ານີ້ຈະເປັນສິ່ງເຕືອນປະຊາຊົນອິດສະຣາເອນຢູ່ສະເໝີ ເຖິງເຫດການທີ່ໄດ້ເກີດຂຶ້ນນັ້ນ.”