Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 39:42 - ພຣະຄຳພີສັກສິ

42 ຊາວ​ອິດສະຣາເອນ​ໄດ້​ເຮັດ​ວຽກ​ທຸກຢ່າງ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ກັບ​ໂມເຊ​ທຸກປະການ.

Uka jalj uñjjattʼäta Copia luraña




ອົບພະຍົບ 39:42
15 Jak'a apnaqawi uñst'ayäwi  

ການ​ສ້າງ​ພຣະວິຫານ​ໄດ້​ສຳເລັດ​ລົງ​ຢ່າງ​ຮຽບຮ້ອຍ ຕາມ​ແຜນການ​ທີ່​ໄດ້​ກະ​ໄວ້ ໃນ​ເດືອນ​ທີ​ແປດ​ອັນ​ກົງກັບ​ເດືອນ​ບູເລ ໃນ​ຣາຊການ​ປີ​ທີ​ສິບເອັດ​ຂອງ​ກະສັດ​ໂຊໂລໂມນ. ກະສັດ​ໂຊໂລໂມນ​ໄດ້​ໃຊ້​ເວລາ​ເຈັດ​ປີ​ໃນ​ການ​ສ້າງ​ພຣະວິຫານ​ນີ້.


ຄຳແນະນຳ​ຕ່າງໆ​ຊຶ່ງ​ກະສັດ​ດາວິດ​ໄດ້​ມອບ​ໃຫ້​ແກ່​ບັນດາ​ປະໂຣຫິດ​ແລະ​ພວກເລວີ​ກ່ຽວກັບ​ຫ້ອງ​ໄວ້​ເຄື່ອງ ແລະ​ກ່ຽວກັບ​ເລື່ອງ​ອື່ນໆ ກໍໄດ້​ຖືກ​ນຳ​ມາ​ປະຕິບັດ​ຢ່າງ​ຕັ້ງໜ້າ​ໂດຍ​ທົ່ວເຖິງກັນ.


ແລ້ວ​ພວກເຂົາ​ກໍ​ພາກັນ​ໄປ​ເຮັດ​ຕາມ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ ແລະ​ອາໂຣນ​ໄວ້​ນັ້ນ​ທຸກປະການ.


“ຜູ້ໃດ​ທີ່​ມີ​ສະຕິປັນຍາ​ໃນ​ທ່າມກາງ​ພວກເຈົ້າ ໃຫ້​ຜູ້ນັ້ນ​ເຮັດ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ຄື:


ໃນທີ່ສຸດ ການ​ສ້າງ​ຫໍເຕັນ​ສັກສິດ, ຫໍເຕັນ​ບ່ອນ​ຊຸມນຸມ ກໍ​ສຳເລັດ​ລົງ​ທຸກຢ່າງ. ຊາວ​ອິດສະຣາເອນ​ໄດ້​ເຮັດ​ທຸກສິ່ງ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ກັບ​ໂມເຊ​ທຸກປະການ.


ແລະ​ເຄື່ອງ​ແຕ່ງກາຍ​ອັນ​ສະຫງ່າງາມ​ປະຈຳ​ຕຳແໜ່ງ​ປະໂຣຫິດ, ເພື່ອ​ໃສ່​ເມື່ອ​ເຂົ້າ​ໄປ​ໃນ​ບ່ອນ​ສັກສິດ ຄື​ເຄື່ອງ​ແຕ່ງກາຍ​ສຳລັບ​ອາໂຣນ ແລະ​ສຳລັບ​ພວກ​ລູກຊາຍ​ຂອງ​ລາວ.


ແລ້ວ​ໂມເຊ​ກໍ​ກວດເບິ່ງ​ທຸກໆ​ສິ່ງ ແລະ​ເຫັນ​ວ່າ ພວກເຂົາ​ໄດ້​ເຮັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ທຸກປະການ. ດັ່ງນັ້ນ ໂມເຊ​ຈຶ່ງ​ໄດ້​ອວຍພອນ​ພວກເຂົາ.


ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ເອົາ​ເສື້ອ​ນັ້ນ​ໄປ​ເຊື່ອງ​ໄວ້​ໃກ້​ແມ່ນໍ້າ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້ສັ່ງ​ຂ້າພະເຈົ້າ.


ບໍ່​ວ່າ​ຈະ​ເປັນ​ສອງມື້, ໜຶ່ງເດືອນ, ໜຶ່ງ​ປີ ຫລື​ດົນນານ​ກໍຕາມ, ຕາບໃດ​ທີ່​ເມກ​ປົກຄຸມ​ຫໍເຕັນ​ສັກສິດ​ຢູ່ ພວກເຂົາ​ກໍ​ຈະ​ບໍ່​ຍົກຍ້າຍ​ໄປ​ໃສ​ເປັນ​ເດັດຂາດ, ແຕ່​ເມື່ອໃດ​ທີ່​ເມກ​ລອຍ​ຂຶ້ນ​ໄປ​ແລ້ວ ເມື່ອນັ້ນ​ພວກເຂົາ​ກໍ​ຕ້ອງ​ຍົກຍ້າຍ​ໂລດ.


ສັ່ງສອນ​ພວກເຂົາ​ໃຫ້​ຖື​ຮັກສາ​ທຸກໆ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ພວກເຈົ້າ​ໄວ້​ແລ້ວ​ນັ້ນ ນີ້​ແຫຼະ ເຮົາ​ຢູ່​ກັບ​ເຈົ້າ​ທັງຫລາຍ​ທຸກໆ​ວັນ​ຈົນ​ສິ້ນ​ໂລກນີ້.”


ຈົ່ງ​ເຮັດ​ທຸກສິ່ງ​ຕາມ​ທີ່​ຂ້າພະເຈົ້າ​ໄດ້​ສັ່ງ​ໄວ້; ຢ່າ​ຕື່ມ​ສິ່ງໃດ​ສິ່ງໜຶ່ງ ຫລື​ຕັດ​ສິ່ງໃດ​ສິ່ງໜຶ່ງ​ເດັດຂາດ.”


ຈົ່ງ​ອົດສາ​ພະຍາຍາມ​ສະແດງ​ຕົນ ເໝືອນ​ເປັນ​ຄົນ​ທີ່​ພິສູດ​ແລ້ວ​ຕໍ່​ພຣະພັກ​ພຣະເຈົ້າ ເປັນ​ຄົນງານ​ທີ່​ບໍ່​ຕ້ອງ​ອາຍ ແລະ​ໃຊ້​ພຣະທຳ​ແຫ່ງ​ຄວາມຈິງ​ຢ່າງ​ຖືກຕ້ອງ.


ເຮົາ​ໄດ້​ຕໍ່ສູ້​ຢ່າງ​ສຸດ​ກຳລັງ ເຮົາ​ໄດ້​ແລ່ນ​ແຂ່ງຂັນ​ຈົນເຖິງ​ທີ່ສຸດ ແລະ​ເຮົາ​ໄດ້​ຮັກສາ​ຄວາມເຊື່ອ​ໄວ້​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka