Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 39:41 - ພຣະຄຳພີສັກສິ

41 ແລະ​ເຄື່ອງ​ແຕ່ງກາຍ​ອັນ​ສະຫງ່າງາມ​ປະຈຳ​ຕຳແໜ່ງ​ປະໂຣຫິດ, ເພື່ອ​ໃສ່​ເມື່ອ​ເຂົ້າ​ໄປ​ໃນ​ບ່ອນ​ສັກສິດ ຄື​ເຄື່ອງ​ແຕ່ງກາຍ​ສຳລັບ​ອາໂຣນ ແລະ​ສຳລັບ​ພວກ​ລູກຊາຍ​ຂອງ​ລາວ.

Uka jalj uñjjattʼäta Copia luraña




ອົບພະຍົບ 39:41
7 Jak'a apnaqawi uñst'ayäwi  

ຈົ່ງ​ເຮັດ​ເຄື່ອງ​ປະຈຳ​ຕຳແໜ່ງ​ປະໂຣຫິດ​ໃຫ້​ແກ່​ອາໂຣນ​ອ້າຍ​ຂອງ​ເຈົ້າ ໃຫ້​ສົມກຽດ​ແລະ​ສະຫງ່າງາມ.


ໃຫ້​ຜູກ​ຫູ​ແຜ່ນ​ປົກເອິກ​ຕິດ​ກັບ​ຫູ​ເສື້ອຄຸມ​ສັ້ນ​ເອໂຟດ​ດ້ວຍ​ເຊືອກ​ສີຟ້າ ເພື່ອ​ໃຫ້​ແຜ່ນ​ປົກເອິກ​ຮັດ​ຕິດ​ກັບ​ເອິກ​ທີ່​ເທິງ​ສາຍແອວ ແລະ​ບໍ່​ໃຫ້​ມັນ​ຫລຸດ​ລົງ​ມາ​ໄດ້.


ຈົ່ງ​ຫຍິບ​ເສື້ອຄຸມ, ສາຍ​ຮັດ​ແອວ ແລະ​ໝວກ​ສຸບ​ໃຫ້​ພວກ​ລູກຊາຍ​ຂອງ​ອາໂຣນ​ເຊັ່ນດຽວ​ກັນ ເພື່ອ​ໃຫ້​ພວກເຂົາ​ໄດ້​ຮັບ​ກຽດ​ແລະ​ສະຫງ່າງາມ.


ເຄື່ອງ​ສະຫງ່າງາມ​ປະຈຳ​ຕຳແໜ່ງ​ປະໂຣຫິດ​ຂອງ​ອາໂຣນ ແລະ​ພວກ​ລູກຊາຍ​ຂອງ​ລາວ ເພື່ອ​ໃສ່​ໃນ​ເວລາ​ພວກເຂົາ​ເຂົ້າ​ມາ​ບົວລະບັດ​ຮັບໃຊ້​ເຮົາ​ໃນ​ຖານະ​ປະໂຣຫິດ.


ພວກເຂົາ​ໄດ້​ໃຊ້​ຜ້າ​ຂົນແກະ​ສີຟ້າ, ສີມ່ວງ ແລະ​ສີແດງເຂັ້ມ ເຮັດ​ເຄື່ອງ​ແຕ່ງກາຍ​ອັນ​ງົດງາມ​ຂອງ​ປະໂຣຫິດ ເພື່ອ​ນຸ່ງ​ເຂົ້າ​ໄປ​ບົວລະບັດ​ຮັບໃຊ້​ໃນ​ບ່ອນ​ສັກສິດ. ພວກເຂົາ​ໄດ້​ເຮັດ​ເຄື່ອງ​ແຕ່ງກາຍ​ຂອງ​ປະໂຣຫິດ​ໃຫ້​ອາໂຣນ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ກັບ​ໂມເຊ​ທຸກປະການ.


ຜ້າກັ້ງ​ສຳລັບ​ອ້ອມຮອບ​ຫໍເຕັນ​ສັກສິດ, ຫໍເຕັນ​ບ່ອນ​ຊຸມນຸມ ພ້ອມ​ທັງ​ເສົາ ແລະ​ຕີນຮອງເສົາ; ຜ້າກັ້ງ​ສຳລັບ​ປະຕູ​ທາງ​ເຂົ້າ ແລະ​ເຊືອກເນັ່ງ, ຫລັກສຽບ​ຂອງ​ຫໍເຕັນ, ອຸປະກອນ​ທັງໝົດ​ທີ່​ໃຊ້​ປະຈຳ​ຫໍເຕັນ;


ຊາວ​ອິດສະຣາເອນ​ໄດ້​ເຮັດ​ວຽກ​ທຸກຢ່າງ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ກັບ​ໂມເຊ​ທຸກປະການ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka