4 ພວກເຂົາໄດ້ຕັດຜ້າສອງແຜ່ນນ້ອຍໆ ຊຶ່ງສົ້ນທັງສອງສາມາດມັດຕິດກັບເສື້ອຄຸມສັ້ນເອໂຟດໄດ້.
ປາຍສາຍສ້ອຍອີກສອງຂ້າງ ໃຫ້ມັດຕິດກັບກະໂບກຄຳ. ດ້ວຍວິທີນີ້ ມັນຈຶ່ງຖືກມັດຕິດໄວ້ທາງໜ້າກັບສາຍຮັດເສື້ອຄຸມສັ້ນເອໂຟດ ທັງສອງເບື້ອງທີ່ບ່າໄຫລ່ໄດ້.
ຜ້າສອງຕ່ອນທີ່ບ່າໄຫລ່ຂອງເສື້ອນັ້ນ ຈົ່ງໃຫ້ຫຍິບຕິດກັນກັບຂ້າງເສື້ອທັງສອງ.
ພວກເຂົາໄດ້ຕີຄຳໃຫ້ແບນອອກເປັນແຜ່ນບາງໆ ແລະໄດ້ຕັດເປັນເສັ້ນນ້ອຍໆ ເພື່ອຕໍ່າເຂົ້າກັນກັບຜ້າປ່ານເນື້ອລະອຽດດີ ແລະຜ້າຂົນແກະເປັນສີຟ້າ, ສີມ່ວງ ແລະສີແດງເຂັ້ມ.
ສ່ວນສາຍຮັດນັ້ນ ໄດ້ໃຊ້ຜ້າປ່ານເນື້ອລະອຽດດີເຮັດ ໂດຍຫຍິບຕິດໃສ່ກັບເສື້ອຄຸມສັ້ນເອໂຟດ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ກັບໂມເຊທຸກປະການ.