3 ພວກເຂົາໄດ້ຕີຄຳໃຫ້ແບນອອກເປັນແຜ່ນບາງໆ ແລະໄດ້ຕັດເປັນເສັ້ນນ້ອຍໆ ເພື່ອຕໍ່າເຂົ້າກັນກັບຜ້າປ່ານເນື້ອລະອຽດດີ ແລະຜ້າຂົນແກະເປັນສີຟ້າ, ສີມ່ວງ ແລະສີແດງເຂັ້ມ.
ຊ່າງງາມແທ້ ຮູບຮ່າງເຈົ້າຍິງທີ່ຢູ່ໃນວັງ ເສື້ອຄຸມຂອງນາງກໍຕົບແຕ່ງດ້ວຍເສັ້ນດ້າຍຄຳ.
ຜ້າປ່ານເນື້ອລະອຽດດີ, ຂົນແກະສີຟ້າ, ສີມ່ວງ ແລະສີແດງເຂັ້ມ; ຜ້າທີ່ເຮັດດ້ວຍຂົນແບ້;
“ສຳລັບຂ້າງໃນຂອງຫໍເຕັນສັກສິດບ່ອນຢູ່ຂອງເຮົານັ້ນ ຈົ່ງເຮັດດ້ວຍຜ້າປ່ານເນື້ອລະອຽດດີ ສິບຜືນຕໍ່າໃສ່ກັບຂົນແກະເປັນສີຟ້າ, ສີມ່ວງ ແລະສີແດງ. ຈົ່ງແສ່ວເຄຣຸບໃສ່ຜ້າເຫຼົ່ານັ້ນ.
ບັນດາຊ່າງທີ່ຊຳນິຊຳນານກວ່າໝູ່ ໄດ້ສ້າງຫໍເຕັນສັກສິດ. ພວກເຂົາເຮັດຜ້າກັ້ງຂອງເຕັນດ້ວຍຜ້າປ່ານເນື້ອລະອຽດດີເປັນຜ້າກັ້ງສິບຜືນ ຕໍ່າສັບປົນກັນກັບຜ້າຂົນແກະສີຟ້າ, ສີມ່ວງ ແລະສີແດງເຂັ້ມ ພ້ອມທັງແສ່ວຮູບເຄຣຸບໃສ່ຜ້າເຫຼົ່ານັ້ນດ້ວຍ.
ພວກເຂົາໄດ້ໃຊ້ຜ້າປ່ານເນື້ອລະອຽດດີຕໍ່າປົນກັບຂົນແກະສີຟ້າ, ສີມ່ວງ ແລະສີແດງເຂັ້ມ ແລະດ້າຍຄຳເຮັດເສື້ອຄຸມສັ້ນເອໂຟດ.
ພວກເຂົາໄດ້ຕັດຜ້າສອງແຜ່ນນ້ອຍໆ ຊຶ່ງສົ້ນທັງສອງສາມາດມັດຕິດກັບເສື້ອຄຸມສັ້ນເອໂຟດໄດ້.