21 ເພື່ອບໍ່ໃຫ້ມັນຫລວມແລະຫລຸດລົງໄດ້ ພວກເຂົາຍັງໄດ້ຜູກຫູແຜ່ນປົກເອິກ ໃຫ້ຮັດຕິດກັບເອິກທີ່ເທິງສາຍແອວ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ກັບໂມເຊທຸກປະການ.
ແກ້ວໂກເມນແລະເພັດພອຍຊະນິດຕ່າງໆ ສຳລັບຕົບແຕ່ງເສື້ອຄຸມສັ້ນເອໂຟດ ແລະແຜ່ນປົກເອິກຂອງປະໂຣຫິດ.
ສ່ວນສາຍຮັດນັ້ນ ຈົ່ງໃຊ້ຜ້າປ່ານເນື້ອລະອຽດດີຊະນິດດຽວກັນກັບເສື້ອຄຸມສັ້ນເອໂຟດ ແລະຫຍິບຕິດກັບເສື້ອເລີຍ.
ພວກເຂົາໄດ້ເຮັດແຫວນຄຳອີກສອງວົງ ເພື່ອຜູກຕິດກັບທາງລຸ່ມຂອງສາຍດຶງທັງສອງຂ້າງ ທີ່ເບື້ອງໜ້າບ່າໄຫລ່ຂອງເສື້ອຄຸມສັ້ນເອໂຟດ ຄືໃກ້ກັບສາຍດຶງແລະເທິງສາຍແອວປ່ານ.
ເສື້ອຄຸມຍາວທີ່ຢູ່ລຸ່ມເສື້ອຄຸມສັ້ນເອໂຟດນັ້ນ ໄດ້ເຮັດດ້ວຍຜ້າຂົນແກະສີຟ້າທັງໝົດ.
ແລ້ວພຣະເຢຊູເຈົ້າກໍກ່າວແກ່ພວກສາວົກວ່າ, “ຖ້າຜູ້ໃດຢາກຕາມເຮົາມາ ໃຫ້ຜູ້ນັ້ນຕັດສິດຂອງຕົນ, ຮັບແບກໄມ້ກາງແຂນຂອງຕົນແລ້ວຕິດຕາມເຮົາມາ.
ເພາະສິ່ງທີ່ເບິ່ງຄືວ່າ ເປັນຄວາມໂງ່ຂອງພຣະເຈົ້າ ກໍຍັງສະຫລາດກວ່າປັນຍາຂອງມະນຸດ ແລະສິ່ງທີ່ເບິ່ງຄືວ່າ ເປັນຄວາມອ່ອນແຮງຂອງພຣະເຈົ້າ ກໍຍັງແຂງແຮງກວ່າກຳລັງຂອງມະນຸດ.
ແຕ່ພຣະເຈົ້າໄດ້ຊົງເລືອກເອົາສິ່ງທີ່ມະນຸດຖືວ່າໂງ່ ເພື່ອໃຫ້ຄົນສະຫລາດຖືກອັບອາຍ ແລະພຣະອົງໄດ້ຊົງເລືອກເອົາສິ່ງທີ່ມະນຸດຖືວ່າອ່ອນກຳລັງ ເພື່ອໃຫ້ຄົນທີ່ມີກຳລັງຖືກອັບອາຍ.