13 ແລະໃນແຖວທີສີ່ໄດ້ຝັງເພທາຍ, ພອຍສີແດງໃສ ແລະມະນີໂຊດ.
ໃນດິນແດນນີ້ມີບໍ່ຄຳຊັ້ນດີ ແກ້ວປະເສີດໂກຣາ ແລະຕົ້ນຢາງຫອມທີ່ມີຄ່າສູງ)
ຂ້າພະເຈົ້າໄດ້ພະຍາຍາມຈັດຕຽມວັດສະດຸຕ່າງໆໄວ້ ສຳລັບສ້າງພຣະວິຫານ ເປັນຕົ້ນ: ຄຳ, ເງິນ, ທອງສຳຣິດ, ເຫຼັກ, ໄມ້, ຫີນມີຄ່າແລະພອຍ, ຫີນລາຍແລະຫີນອ່ອນ ເປັນຈຳນວນຫລວງຫລາຍ.
ຈົ່ງໃຫ້ຊ່າງແກະສະຫລັກຜູ້ທີ່ຊຳນິຊຳນານ ຈາລຶກຊື່ລູກຊາຍສິບສອງຄົນຂອງຢາໂຄບ ໃສ່ແຜ່ນຫີນສອງແຜ່ນ ແລະເຮັດຂອບຄຳໃສ່ແຜ່ນຫີນນັ້ນ.
ຈົ່ງໃຊ້ແກ້ວໂກເມນສອງແຜ່ນ ຈາລຶກຊື່ຂອງລູກຊາຍສິບສອງຄົນຂອງຢາໂຄບ
ໃນແຖວທີສາມໄດ້ຝັງນິນ, ໂມລາ ແລະເພທາຍສີມ່ວງ;
ແກ້ວແຕ່ລະຢ່າງໃນຈຳນວນສິບສອງຊະນິດນັ້ນ ໄດ້ຈາລຶກຊື່ພວກລູກຊາຍຂອງຢາໂຄບໃສ່ ຊຶ່ງໝາຍເຖິງສິບສອງເຜົ່າຂອງຊາດອິດສະຣາເອນ.
ສ່ວນມືລາວນັ້ນກໍໄດ້ຊັດສ່ວນດີ ໃສ່ແຫວນທີ່ປະດັບດ້ວຍແກ້ວຫີນສີຄຳເຫລື້ອມ. ໂຕລາວກ້ຽງ ຄີງກົມດັ່ງງາຊ້າງເຜືອກ ທີ່ປະດັບປະດາດ້ວຍຫີນແກ້ວນິນສີຄາມ.
ລໍ້ທັງສີ່ນັ້ນຄືກັນໝົດ ແຕ່ລະອັນສ່ອງແສງເໝືອນດັ່ງເພັດພອຍ ແລະແຕ່ລະລໍ້ກໍມີລໍ້ອີກອັນໜຶ່ງຕັດຜ່ານທາງກາງ
ທີຫ້າບຸດ, ທີຫົກພິລາ, ທີເຈັດບຸດສະບາຄຳນໍ້າແກ່, ທີແປດເພທາຍ, ທີເກົ້າບຸດສະບາຄຳນໍ້າອ່ອນ, ທີສິບຢົກ, ທີສິບເອັດນິນ ແລະທີສິບສອງເປັນແກ້ວເພທາຍສີມ່ວງ.