Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 39:1 - ພຣະຄຳພີສັກສິ

1 ພວກເຂົາ​ໄດ້​ໃຊ້​ຜ້າ​ຂົນແກະ​ສີຟ້າ, ສີມ່ວງ ແລະ​ສີແດງເຂັ້ມ ເຮັດ​ເຄື່ອງ​ແຕ່ງກາຍ​ອັນ​ງົດງາມ​ຂອງ​ປະໂຣຫິດ ເພື່ອ​ນຸ່ງ​ເຂົ້າ​ໄປ​ບົວລະບັດ​ຮັບໃຊ້​ໃນ​ບ່ອນ​ສັກສິດ. ພວກເຂົາ​ໄດ້​ເຮັດ​ເຄື່ອງ​ແຕ່ງກາຍ​ຂອງ​ປະໂຣຫິດ​ໃຫ້​ອາໂຣນ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ກັບ​ໂມເຊ​ທຸກປະການ.

Uka jalj uñjjattʼäta Copia luraña




ອົບພະຍົບ 39:1
14 Jak'a apnaqawi uñst'ayäwi  

ຂ້າແດ່​ພຣະເຈົ້າຢາເວ ກົດບັນຍັດ​ຂອງ​ພຣະອົງ​ກໍ​ແນ່ນອນ​ແທ້ຈິງ ວິຫານ​ຂອງ​ພຣະອົງ​ກໍ​ບໍຣິສຸດ​ຕະຫລອດໄປ​ເປັນນິດ.


ຜ້າປ່ານ​ເນື້ອລະອຽດ​ດີ, ຂົນແກະ​ສີຟ້າ, ສີມ່ວງ ແລະ​ສີແດງເຂັ້ມ; ຜ້າ​ທີ່​ເຮັດ​ດ້ວຍ​ຂົນແບ້;


“ສຳລັບ​ຂ້າງ​ໃນ​ຂອງ​ຫໍເຕັນ​ສັກສິດ​ບ່ອນ​ຢູ່​ຂອງເຮົາ​ນັ້ນ ຈົ່ງ​ເຮັດ​ດ້ວຍ​ຜ້າປ່ານ​ເນື້ອລະອຽດ​ດີ ສິບ​ຜືນ​ຕໍ່າ​ໃສ່​ກັບ​ຂົນແກະ​ເປັນ​ສີຟ້າ, ສີມ່ວງ ແລະ​ສີແດງ. ຈົ່ງ​ແສ່ວ​ເຄຣຸບ​ໃສ່​ຜ້າ​ເຫຼົ່ານັ້ນ.


ຈົ່ງ​ໃຫ້​ພວກ​ຊ່າງສີມື​ໃຊ້​ຜ້າ​ຂົນແກະ​ສີຟ້າ, ສີມ່ວງ, ສີແດງ, ດ້າຍ​ສີຄຳ ແລະ​ຜ້າປ່ານ​ເນື້ອລະອຽດ​ດີ​ເຮັດ​ເຄື່ອງ​ເຫຼົ່ານີ້.


ເຄື່ອງ​ສະຫງ່າງາມ​ປະຈຳ​ຕຳແໜ່ງ​ປະໂຣຫິດ​ຂອງ​ອາໂຣນ ແລະ​ພວກ​ລູກຊາຍ​ຂອງ​ລາວ ເພື່ອ​ໃສ່​ໃນ​ເວລາ​ພວກເຂົາ​ເຂົ້າ​ມາ​ບົວລະບັດ​ຮັບໃຊ້​ເຮົາ​ໃນ​ຖານະ​ປະໂຣຫິດ.


ເຄື່ອງ​ອັນ​ງົດງາມ​ຂອງ​ປະໂຣຫິດ ຄື​ເຄື່ອງນຸ່ງ​ອັນ​ສັກສິດ​ປະຈຳ​ຕຳແໜ່ງ​ຂອງ​ອາໂຣນ ແລະ​ພວກ​ລູກຊາຍ​ຂອງ​ລາວ ເມື່ອ​ພວກເຂົາ​ເຂົ້າ​ມາ​ບົວລະບັດ​ຮັບໃຊ້​ໃນ​ບ່ອນ​ສັກສິດ.”


ຜູ້​ທີ່​ມີ​ຜ້າປ່ານ​ເນື້ອລະອຽດ​ດີ; ຜ້າ​ຂົນແກະ​ສີຟ້າ, ສີມ່ວງ ແລະ​ສີແດງເຂັ້ມ; ຜ້າ​ທີ່​ເຮັດ​ດ້ວຍ​ຂົນແບ້, ໜັງ​ແກະເຖິກ​ຍ້ອມ​ສີແດງ​ຫລື​ໜັງ​ສັດ​ລະອຽດ​ດີ ກໍໄດ້​ນຳ​ເອົາ​ຂອງ​ເຫຼົ່ານັ້ນ​ມາ​ຖວາຍ.


ຕີນຮອງເສົາ​ສຳລັບ​ຜ້າ​ອ້ອມຮອບ ແລະ​ຕີນຮອງເສົາ​ສຳລັບ​ປະຕູ​ເຂົ້າ​ຜ້າ​ອ້ອມຮອບ​ຫໍເຕັນ ຫລັກສຽບ​ທັງໝົດ​ຂອງ​ຫໍເຕັນ​ສັກສິດ ແລະ​ຫລັກສຽບ​ທັງໝົດ​ຂອງ​ຜ້າ​ອ້ອມຮອບ​ເດີ່ນ​ຫໍເຕັນ.


ແລະ​ເຄື່ອງ​ແຕ່ງກາຍ​ອັນ​ສະຫງ່າງາມ​ປະຈຳ​ຕຳແໜ່ງ​ປະໂຣຫິດ, ເພື່ອ​ໃສ່​ເມື່ອ​ເຂົ້າ​ໄປ​ໃນ​ບ່ອນ​ສັກສິດ ຄື​ເຄື່ອງ​ແຕ່ງກາຍ​ສຳລັບ​ອາໂຣນ ແລະ​ສຳລັບ​ພວກ​ລູກຊາຍ​ຂອງ​ລາວ.


ເມື່ອ​ພວກ​ປະໂຣຫິດ​ທີ່​ເຂົ້າ​ມາ​ໃນ​ພຣະວິຫານ ແລະ​ຢາກ​ໄປ​ທີ່​ເດີ່ນ​ຂ້າງ​ນອກ; ພວກເຂົາ​ຕ້ອງ​ແກ້​ເຄື່ອງນຸ່ງ​ອັນ​ສັກສິດ​ທີ່​ພວກ​ຕົນ​ນຸ່ງ​ໃນ​ຂະນະທີ່​ຮັບໃຊ້​ຢູ່​ນັ້ນ​ອອກ​ໄວ້​ໃນ​ຫ້ອງ​ເຫຼົ່ານີ້. ພວກເຂົາ​ຕ້ອງ​ໃສ່​ເຄື່ອງ​ອື່ນ​ກ່ອນ ຈຶ່ງ​ຈະ​ອອກ​ໄປ​ບ່ອນ​ທີ່​ປະຊາຊົນ​ມາ​ເຕົ້າໂຮມ​ກັນ​ໄດ້.”


ອັນ​ນີ້​ແມ່ນ​ກົດ​ຂອງ​ພຣະວິຫານ ຄື​ບໍລິເວນ​ທັງໝົດ​ຂອງ​ພຣະວິຫານ ທີ່​ບໍລິເວນ​ອ້ອມຮອບ​ເທິງ​ຈອມພູ​ທັງໝົດ ເປັນ​ບ່ອນ​ສັກສິດ​ທີ່ສຸດ.”


ພຣະອົງ​ໄດ້​ສະເດັດ​ເຂົ້າ​ໄປ​ໃນ​ສະຖານທີ່​ສັກສິດ​ທີ່ສຸດ​ພຽງ​ເທື່ອ​ດຽວ​ເປັນ​ການ​ສິ້ນສຸດ ແລະ​ພຣະອົງ​ບໍ່ໄດ້​ຊົງ​ນຳ​ເລືອດ​ແບ້ ຫລື​ເລືອດ​ລູກ​ງົວ​ເຂົ້າ​ໄປ ແຕ່​ຊົງ​ນຳ​ພຣະ​ໂລຫິດ​ຂອງ​ພຣະອົງ​ເອງ​ເຂົ້າ​ໄປ ແລະ​ຊົງ​ສຳເລັດ​ການ​ໄຖ່​ບາບ​ອັນ​ຕະຫລອດໄປ.


ພຣະອົງ​ບໍ່​ຕ້ອງ​ເຂົ້າ​ໄປ​ຖວາຍບູຊາ​ພຣະອົງ​ເອງ​ຫລາຍ​ເທື່ອ ເໝືອນ​ດັ່ງ​ປະໂຣຫິດ​ທີ່​ເຂົ້າ​ໄປ​ໃນ​ບ່ອນ​ສັກສິດ​ທີ່ສຸດ​ທຸກໆ​ປີ ແລະ​ນຳ​ເລືອດ​ໂດຍ​ບໍ່ແມ່ນ​ເລືອດ​ຂອງ​ຕົນເອງ​ເຂົ້າ​ໄປ​ຖວາຍ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka