1 ເພື່ອເຜົາເຄື່ອງຖວາຍບູຊາ ເບຊາເລນໄດ້ເຮັດແທ່ນດ້ວຍໄມ້ກະຖິນເທດ ໃຫ້ເປັນຮູບສີຫລ່ຽມມົນທົນ ຊຶ່ງແຕ່ລະຂ້າງນັ້ນວັດແທກໄດ້ 2,2 ແມັດ ແລະສູງ 1,3 ແມັດ.
ແທ່ນບູຊາທີ່ເຮັດດ້ວຍທອງສຳຣິດ ຊຶ່ງເບຊາເລນລູກຊາຍຂອງອູຣິ ແລະຫລານຊາຍຂອງຮູເຣໄດ້ສ້າງ ຍັງຕັ້ງໄວ້ຢູ່ຕໍ່ໜ້າຫໍເຕັນສັກສິດຂອງພຣະເຈົ້າຢາເວທີ່ກີເບໂອນ. ກະສັດໂຊໂລໂມນ ແລະປະຊາຊົນທັງໝົດໄດ້ສະແຫວງຫາພຣະອົງທີ່ນັ້ນ.
ກະສັດໂຊໂລໂມນມີແທ່ນບູຊາແທ່ນໜຶ່ງທີ່ເຮັດດ້ວຍທອງສຳຣິດ ຊຶ່ງແຕ່ລະຂ້າງແທກໄດ້ເກົ້າແມັດ ແລະສູງສີ່ແມັດເຄິ່ງ.
ໜັງແກະເຖິກຍ້ອມສີແດງ; ໜັງສັດທີ່ລະອຽດດີ; ໄມ້ກະຖິນເທດ;
ພຣະເຈົ້າຢາເວໄດ້ບອກໂມເຊວ່າ,
ແທ່ນສຳລັບເຜົາເຄື່ອງຖວາຍບູຊາ ແລະເຄື່ອງໃຊ້ທັງໝົດປະຈຳແທ່ນ, ຂັນແລະພານທອງ,
ລາວໄດ້ເຮັດຍອດແທ່ນຕິດໄວ້ກັບແຈທັງສີ່ໃຫ້ເປັນເນື້ອດຽວກັນກັບແທ່ນບູຊາ ແລ້ວໂອບແທ່ນນັ້ນດ້ວຍທອງສຳຣິດ.
ແລະວາງແທ່ນເຜົາບູຊາຕໍ່ໜ້າຫໍເຕັນສັກສິດ, ຫໍເຕັນບ່ອນຊຸມນຸມ ຊຶ່ງຊື່ກັນກັບຜ້າກັ້ງ. ທີ່ເທິງແທ່ນນັ້ນ ເພິ່ນໄດ້ເຜົາເຄື່ອງບູຊາກັບຖວາຍພືດຜົນເປັນເມັດ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ນັ້ນທຸກປະການ.
ຈົ່ງຕັ້ງແທ່ນເຜົາບູຊາດ້ວຍໄຟໄວ້ຕໍ່ໜ້າທາງເຂົ້າຫໍເຕັນສັກສິດ, ຫໍເຕັນບ່ອນຊຸມນຸມ.
ສິ່ງສາລະພັດທີ່ພຣະບິດາເຈົ້າມອບໃຫ້ແກ່ເຮົາ ກໍຈະມາຫາເຮົາ ແລະຜູ້ທີ່ມາຫາເຮົາ ເຮົາຈະບໍ່ຖິ້ມອອກໄປພາຍນອກຈັກເທື່ອ
ເຫດສະນັ້ນ ພີ່ນ້ອງທັງຫລາຍເອີຍ, ໂດຍເຫັນແກ່ພຣະເມດຕາກະລຸນາຂອງພຣະເຈົ້າ ເຮົາຈຶ່ງຮຽກຮ້ອງພວກເຈົ້າໃຫ້ຖວາຍຕົວແກ່ພຣະເຈົ້າ ເປັນເຄື່ອງບູຊາອັນມີຊີວິດ ເປັນອັນບໍຣິສຸດ ແລະເປັນທີ່ພໍພຣະໄທພຣະເຈົ້າ ຊຶ່ງເປັນການນະມັດສະການໃຫ້ສົມກັບຝ່າຍວິນຍານຂອງເຈົ້າທັງຫລາຍ.
ພວກເຮົາມີແທ່ນບູຊາແທ່ນໜຶ່ງ ຊຶ່ງຄົນຜູ້ປະຕິບັດໃນຫໍເຕັນສັກສິດນັ້ນ ບໍ່ມີສິດທີ່ຈະຮັບປະທານຂອງຈາກແທ່ນນັ້ນໄດ້.
ພຣະເຢຊູຄຣິດເຈົ້າຊົງເປັນຢູ່ສະເໝີກັນ ທັງໃນເວລາວານນີ້ ວັນນີ້ ແລະສືບໆໄປເປັນນິດ.
ດັ່ງນັ້ນ ພີ່ນ້ອງຊາຍຍິງຜູ້ບໍຣິສຸດທັງຫລາຍ ທີ່ພຣະເຈົ້າເອີ້ນມາດ້ວຍກັນກັບເຮົາເອີຍ ຈົ່ງພິຈາລະນາເບິ່ງອັກຄະສາວົກ ແລະມະຫາປະໂຣຫິດແຫ່ງຄວາມເຊື່ອຂອງພວກເຮົາ ຄືພຣະເຢຊູເຈົ້າ.
ຫລາຍກວ່ານັ້ນຈັກພຽງໃດ ພຣະໂລຫິດຂອງພຣະຄຣິດ ຜູ້ໄດ້ຊົງຖວາຍພຣະອົງເອງແດ່ພຣະເຈົ້າ ໂດຍພຣະວິນຍານຜູ້ຊົງຕັ້ງຢູ່ເປັນນິດ ເປັນເຄື່ອງບູຊາປາສະຈາກຕຳໜິ ກໍຈະຊົງຊຳລະໃຈສຳນຶກຜິດແລະຊອບຂອງເຮົາທັງຫລາຍ ໃຫ້ພົ້ນຈາກກິດຈະການທີ່ນຳໄປສູ່ຄວາມຕາຍ ເພື່ອຫັນໄປຮັບໃຊ້ພຣະເຈົ້າຜູ້ຊົງພຣະຊົນຢູ່.
ເຈົ້າທັງຫລາຍກໍເປັນເໝືອນຫີນທີ່ມີຊີວິດຢູ່ ພວກເຈົ້າຈົ່ງຍອມໃຫ້ພຣະເຈົ້າຊົງກໍ່ຂຶ້ນເປັນວິຫານຝ່າຍວິນຍານ ເປັນປະໂຣຫິດບໍຣິສຸດ ເພື່ອຖວາຍເຄື່ອງບູຊາຝ່າຍວິນຍານ ຊຶ່ງພໍພຣະໄທຂອງພຣະເຈົ້າ ໂດຍທາງພຣະເຢຊູຄຣິດເຈົ້າ.
ນະຄອນນັ້ນ ເປັນຮູບສີ່ຫລ່ຽມມົນທົນ ກວ້າງແລະຍາວເທົ່າກັນ ເທວະດາໄດ້ເອົາໄມ້ແທກ ມາແທກໄດ້ດັ່ງນີ້: ຂ້າງລະສອງພັນສີ່ຮ້ອຍກິໂລແມັດ ກວ້າງ, ຍາວ ແລະສູງເທົ່າກັນໝົດ.