2 ລາວໄດ້ໂອບຫີບນັ້ນດ້ວຍຄຳສົດທັງຂ້າງໃນແລະຂ້າງນອກ ແລະເຮັດຂອບຄຳອ້ອມຮອບຫີບນັ້ນ.
ຈົ່ງໂອບດ້ານເທິງແລະຈອມຂອງແທ່ນທັງສີ່ດ້ານນັ້ນດ້ວຍຄຳສົດ ແລະຈົ່ງເຮັດຂອບຄຳອ້ອມຮອບແທ່ນດ້ວຍ.
ເບຊາເລນໄດ້ເຮັດຫີບພັນທະສັນຍາດ້ວຍໄມ້ກະຖິນເທດ ຊຶ່ງຍາວ 110 ເຊັນ, ກວ້າງ 66 ເຊັນ ແລະສູງ 66 ເຊັນ.
ລາວໄດ້ຫລໍ່ຫູຄຳເພື່ອສອດຄານຫາມໃສ່ສີ່ຫູຕິດໄວ້ກັບແຈທັງສີ່ຄືຂ້າງລະສອງຫູ.