1 ເບຊາເລນໄດ້ເຮັດຫີບພັນທະສັນຍາດ້ວຍໄມ້ກະຖິນເທດ ຊຶ່ງຍາວ 110 ເຊັນ, ກວ້າງ 66 ເຊັນ ແລະສູງ 66 ເຊັນ.
ລູກຊາຍຂອງຮູເຣຊື່ວ່າ ອູຣິ ແລະຫລານຊາຍຊື່ວ່າ ເບຊາເລນ.
ຈົ່ງໃຊ້ຂໍເກາະແຂວນຜ້າກັ້ງຢ່ອນລົງມາແຕ່ເພດານຂອງຫໍເຕັນ ແລ້ວຈົ່ງວາງຫີບພັນທະສັນຍາທີ່ໃຊ້ບັນຈຸຫີນສອງແຜ່ນນັ້ນ ໄວ້ທາງດ້ານຫລັງຂອງຜ້າກັ້ງ. ຜ້າກັ້ງນັ້ນຈະແຍກບ່ອນສັກສິດຈາກບ່ອນສັກສິດທີ່ສຸດ.
ຫໍເຕັນບ່ອນຊຸມນຸມ, ຫີບພັນທະສັນຍາພ້ອມທັງຝາອັດ, ເຄື່ອງປະກອບທຸກໆຊະນິດຂອງຫໍເຕັນ,
ລາວໄດ້ໂອບຫີບນັ້ນດ້ວຍຄຳສົດທັງຂ້າງໃນແລະຂ້າງນອກ ແລະເຮັດຂອບຄຳອ້ອມຮອບຫີບນັ້ນ.
ຈົ່ງເອົາຫີບພັນທະສັນຍາ ວາງໄວ້ໃນນັ້ນແລະກາງຜ້າກັ້ງບັງໄວ້.
ດັ່ງນັ້ນ ຂ້າພະເຈົ້າຈຶ່ງໄດ້ເຮັດຫີບດ້ວຍໄມ້ກະຖິນເທດ ແລະຕັດເອົາແຜ່ນຫີນສອງແຜ່ນຄືກັບເທື່ອທຳອິດ ນຳຂຶ້ນໄປທີ່ເທິງພູ.
ໃນຫ້ອງນັ້ນ ມີແທ່ນຄຳສຳລັບເຜົາເຄື່ອງຫອມ ມີຫີບຫຸ້ມຫໍ່ດ້ວຍຄຳທຸກດ້ານສຳລັບໃສ່ພັນທະສັນຍາ ຢູ່ໃນຫີບນັ້ນມີຂັນຄຳໃສ່ມານາໄວ້ ມີໄມ້ຄ້ອນເທົ້າຂອງອາໂຣນທີ່ປົ່ງຍອດ ແລະມີແຜ່ນຫີນຈາລຶກພັນທະສັນຍາແລ້ວ.