4 ຕໍ່ມາ ພວກນາຍຊ່າງສີມື ທີ່ພວມເຮັດວຽກຢູ່ນັ້ນຈຶ່ງມາຫາໂມເຊ
ພວກຄົນງານທັງໝົດຕ່າງກໍເຮັດວຽກຢ່າງໜັກໜ່ວງ ພວກເຂົາໄດ້ສ້ອມແປງວິຫານຂອງພຣະເຈົ້າຂຶ້ນໃໝ່ຈົນເຂົ້າສູ່ສະພາບເດີມ ແລະແໜ້ນໜາກວ່າເກົ່າ.
ໂມເຊຈຶ່ງມອບສິ່ງຂອງທັງໝົດ ຊຶ່ງຊາວອິດສະຣາເອນໄດ້ຖວາຍເພື່ອກໍ່ສ້າງຫໍເຕັນສັກສິດນັ້ນ ໃຫ້ພວກເຂົາ, ແຕ່ວ່າຍັງມີຊາວອິດສະຣາເອນຄົນອື່ນສືບຕໍ່ນຳຂອງມາຖວາຍດ້ວຍສະມັກໃຈໃຫ້ໂມເຊທຸກເຊົ້າ.
ແລະບອກເພິ່ນວ່າ, “ປະຊາຊົນໄດ້ນຳສິ່ງຂອງມາໃຫ້ ຫລາຍກວ່າຄວາມຕ້ອງການຂອງວຽກງານທີ່ພຣະເຈົ້າຢາເວສັ່ງໃຫ້ເຮັດ.”
“ເຫດສະນັ້ນ ແມ່ນຜູ້ໃດທີ່ເປັນຄົນຮັບໃຊ້ສັດຊື່ແລະສະຫລາດ? ກໍແມ່ນຜູ້ທີ່ນາຍຂອງຕົນມອບໃຫ້ຮັບຜິດຊອບຄົນຮັບໃຊ້ຜູ້ອື່ນໆ ເພື່ອແຈກອາຫານໃຫ້ພວກເຂົາຕາມເວລາ.
ອົງພຣະຜູ້ເປັນເຈົ້າຕອບວ່າ, “ແມ່ນຜູ້ໃດທີ່ເປັນຜູ້ຈັດການທີ່ສັດຊື່ ແລະສະຫລາດ? ກໍແມ່ນຜູ້ທີ່ນາຍຂອງຕົນມອບໃຫ້ຮັບຜິດຊອບເບິ່ງແຍງ ຄົນຮັບໃຊ້ຜູ້ອື່ນຂອງເພິ່ນ ແລະແຈກຈ່າຍອາຫານໃຫ້ຄົນຮັບໃຊ້ເຫຼົ່ານັ້ນຕາມເວລາ.
ໂດຍພຣະຄຸນທີ່ພຣະເຈົ້າໄດ້ຊົງໂຜດປະທານໃຫ້ແກ່ເຮົານັ້ນ, ເຮົາໄດ້ວາງຮາກລົງເໝືອນນາຍຊ່າງຜູ້ຊຳນານ ແລະຄົນອື່ນກໍມາກໍ່ຂຶ້ນເທິງຮາກຖານນັ້ນ, ແຕ່ທຸກຄົນ ຈົ່ງລະວັງໃຫ້ດີວ່າຈະກໍ່ຂຶ້ນຢ່າງໃດ.