Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 36:3 - ພຣະຄຳພີສັກສິ

3 ໂມເຊ​ຈຶ່ງ​ມອບ​ສິ່ງຂອງ​ທັງໝົດ ຊຶ່ງ​ຊາວ​ອິດສະຣາເອນ​ໄດ້​ຖວາຍ​ເພື່ອ​ກໍ່ສ້າງ​ຫໍເຕັນ​ສັກສິດ​ນັ້ນ ໃຫ້​ພວກເຂົາ, ແຕ່​ວ່າ​ຍັງ​ມີ​ຊາວ​ອິດສະຣາເອນ​ຄົນອື່ນ​ສືບຕໍ່​ນຳ​ຂອງ​ມາ​ຖວາຍ​ດ້ວຍ​ສະມັກ​ໃຈ​ໃຫ້​ໂມເຊ​ທຸກ​ເຊົ້າ.

Uka jalj uñjjattʼäta Copia luraña




ອົບພະຍົບ 36:3
11 Jak'a apnaqawi uñst'ayäwi  

ແຕ່ລະ​ວັນ ຂ້ານ້ອຍ​ຈະ​ທຳລາຍ​ຄົນ​ຊົ່ວຮ້າຍ ຢູ່​ໃນ​ດິນແດນ​ຂອງ​ພວກ​ຂ້ານ້ອຍ. ຂ້ານ້ອຍ​ຈະ​ຂັບໄລ່​ຄົນຊົ່ວ​ທັງໝົດ​ອອກ​ໄປ ຈາກ​ນະຄອນ​ຂອງ​ພຣະເຈົ້າຢາເວ.


ພຣະອົງ​ໄດ້ຍິນ​ສຽງ​ຄຳພາວັນນາ​ອະທິຖານ ຂອງ​ຂ້ານ້ອຍ​ໃນ​ຕອນເຊົ້າ ແລະ​ຄອງຄອຍ​ຖ້າ​ຮັບ​ຄຳຕອບ​ຈາກ​ພຣະອົງ.


ພວກ​ຜູ້ນຳ​ໄດ້​ເອົາ​ແກ້ວ​ໂກເມນ ແລະ​ເພັດພອຍ​ຢ່າງ​ອື່ນ​ມາ ເພື່ອ​ໃຊ້​ໃນ​ການ​ປະດັບ​ເສື້ອຄຸມ​ສັ້ນ​ເອໂຟດ ແລະ​ແຜ່ນ​ປົກເອິກ​ຂອງ​ປະໂຣຫິດ


ປະຊາຊົນ​ອິດສະຣາເອນ​ທັງ​ຍິງ​ແລະ​ຊາຍ​ຜູ້​ທີ່​ມີ​ໃຈ​ເຫລື້ອມໃສ​ສັດທາ ກໍໄດ້​ນຳ​ເຄື່ອງ​ຖວາຍ​ຂອງ​ພວກເຂົາ​ມາ​ປະກອບສ່ວນ​ໃນ​ວຽກງານ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ຜ່ານ​ທາງ​ໂມເຊ ໃຫ້​ພວກເຂົາ​ເຮັດ​ນັ້ນ​ທຸກປະການ.


ໂມເຊ​ໄດ້​ເອີ້ນ​ເບຊາເລນ, ໂອໂຮລີອາບ ກັບ​ຄົນອື່ນໆ​ທີ່​ພຣະເຈົ້າຢາເວ​ໄດ້​ໃຫ້​ຄວາມ​ສາມາດ ພ້ອມທັງ​ຜູ້​ທີ່​ມີ​ຈິດໃຈ​ຢາກ​ຊ່ວຍ​ປະກອບສ່ວນ​ໃນ​ວຽກງານ​ກໍ່ສ້າງ​ນັ້ນ​ມາ ແລະ​ໂມເຊ​ໄດ້​ບອກ​ພວກເຂົາ​ໃຫ້​ເລີ່ມ​ລົງມື​ເຮັດ​ວຽກ.


ຕໍ່ມາ ພວກ​ນາຍ​ຊ່າງສີມື ທີ່​ພວມ​ເຮັດ​ວຽກ​ຢູ່​ນັ້ນ​ຈຶ່ງ​ມາ​ຫາ​ໂມເຊ


ເຮົາ​ຊ່ວຍ​ກະສັດ​ໃຫ້​ໄດ້​ຂຶ້ນ​ປົກຄອງ​ເມືອງ ແລະ​ຜູ້ປົກຄອງ​ໃຫ້​ອອກ​ກົດໝາຍ​ຖືກຕ້ອງ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ພຣະອົງ​ໄດ້​ສັ່ງສອນ​ສິ່ງ​ທີ່​ຂ້ອຍ​ຈະ​ເວົ້າ ເພື່ອ​ວ່າ​ຂ້ອຍ​ຈະ​ໄດ້​ຊ່ວຍ​ຜູ້​ທີ່​ອ່ອນແຮງ ໃຫ້​ພວກເຂົາ​ເຂັ້ມແຂງ​ແລະ​ມີ​ແຮງ​ຂຶ້ນ​ໃໝ່. ທຸກໆເຊົ້າ ພຣະອົງ​ໄດ້​ໃຫ້​ຂ້ອຍ​ຫິວກະຫາຍ ຟັງ​ສິ່ງ​ທີ່​ພຣະອົງ​ກຳລັງ​ສັ່ງສອນ​ຂ້ອຍ.


ຈົ່ງ​ໄປ​ຖວາຍ​ເຂົ້າຈີ່​ເປັນ​ການ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ແລະ​ໃຫ້​ເວົ້າ​ຄຸຍໂມ້​ເຖິງ​ສິ່ງ​ທີ່​ພວກເຈົ້າ​ນຳ​ໄປ​ຖວາຍ​ຕື່ມ​ນັ້ນ​ສາ ນີ້​ແຫຼະ ຄື​ສິ່ງ​ທີ່​ພວກເຈົ້າ​ມັກ​ເຮັດ​ທີ່ສຸດ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫລະ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka