Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 36:2 - ພຣະຄຳພີສັກສິ

2 ໂມເຊ​ໄດ້​ເອີ້ນ​ເບຊາເລນ, ໂອໂຮລີອາບ ກັບ​ຄົນອື່ນໆ​ທີ່​ພຣະເຈົ້າຢາເວ​ໄດ້​ໃຫ້​ຄວາມ​ສາມາດ ພ້ອມທັງ​ຜູ້​ທີ່​ມີ​ຈິດໃຈ​ຢາກ​ຊ່ວຍ​ປະກອບສ່ວນ​ໃນ​ວຽກງານ​ກໍ່ສ້າງ​ນັ້ນ​ມາ ແລະ​ໂມເຊ​ໄດ້​ບອກ​ພວກເຂົາ​ໃຫ້​ເລີ່ມ​ລົງມື​ເຮັດ​ວຽກ.

Uka jalj uñjjattʼäta Copia luraña




ອົບພະຍົບ 36:2
15 Jak'a apnaqawi uñst'ayäwi  

ບັນດາ​ປະໂຣຫິດ ແລະ​ພວກ​ເລວີ​ໄດ້​ຮັບ​ມອບໝາຍ​ໜ້າທີ່ ໃຫ້​ຮັບຜິດຊອບ​ໃນ​ວິຫານ​ຂອງ​ພຣະເຈົ້າ. ຊ່າງສີມື​ທຸກໆ​ຂະແໜງ​ກໍ​ຍິນດີ​ຈະ​ຊ່ວຍເຫລືອ​ເຈົ້າ ແລະ​ປະຊາຊົນ​ທັງໝົດ​ພ້ອມ​ບັນດາ​ພວກ​ຜູ້ນຳ​ກໍ​ຢູ່​ໃຕ້​ຄຳສັ່ງ​ຂອງ​ເຈົ້າ.”


“ຈົ່ງ​ບອກ​ຊາວ​ອິດສະຣາເອນ​ໃຫ້​ນຳ​ສິ່ງຂອງ​ມາ​ຖວາຍ​ແກ່​ເຮົາ. ຈົ່ງ​ຮັບ​ຂອງ​ຖວາຍ​ຈາກ​ທຸກໆ​ຄົນ​ທີ່​ເຕັມໃຈ​ໃຫ້.


ຈົ່ງ​ເອົາໃຈໃສ່​ເຮັດ​ສິ່ງ​ເຫຼົ່ານີ້ ຕາມ​ແບບແຜນ​ທີ່​ເຮົາ​ໄດ້​ສຳແດງ​ຕໍ່​ເຈົ້າ​ທີ່​ເທິງ​ພູ​ນັ້ນ.”


ໃຫ້​ເອີ້ນ​ຊ່າງ​ທີ່​ມີ​ສີ​ມື​ທັງໝົດ ຄື​ຜູ້​ທີ່​ເຮົາ​ໄດ້​ໃຫ້​ຄວາມ​ສາມາດ​ພິເສດ​ແກ່​ພວກເຂົາ​ນັ້ນ​ມາ ແລະ​ບອກ​ພວກເຂົາ​ເຮັດ​ເຄື່ອງນຸ່ງ​ໃຫ້​ອາໂຣນ ເພື່ອ​ວ່າ​ລາວ​ຈະ​ໄດ້​ຖວາຍ​ຊີວິດ​ຂອງ​ລາວ ບົວລະບັດ​ຮັບໃຊ້​ເຮົາ​ໃນ​ຖານະ​ປະໂຣຫິດ.


ເຮົາ​ໄດ້​ເລືອກ​ເອົາ​ໂອໂຮລີອາບ ລູກຊາຍ​ຂອງ​ອາຮີສາມັກ​ຈາກ​ເຜົ່າ​ດານ​ຄືກັນ ເພື່ອ​ໃຫ້​ເຮັດ​ວຽກ​ຮ່ວມ​ກັນ​ກັບ​ເບຊາເລນ. ເຮົາ​ໄດ້​ໃຫ້​ພວກ​ຊ່າງສີມື​ຄົນອື່ນໆ​ມີ​ສະຕິປັນຍາ​ຄືກັນ ເພື່ອ​ວ່າ​ພວກເຂົາ​ຈະ​ສາມາດ​ເຮັດ​ທຸກໆ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ເຈົ້າ​ໃຫ້​ເຮັດ​ເຊັ່ນ:


“ຜູ້ໃດ​ທີ່​ມີ​ສະຕິປັນຍາ​ໃນ​ທ່າມກາງ​ພວກເຈົ້າ ໃຫ້​ຜູ້ນັ້ນ​ເຮັດ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ຄື:


ຈົ່ງ​ເຮັດ​ວຽກ​ໃນ​ຫົກ​ວັນ ແຕ່​ໃນ​ວັນ​ທີ​ເຈັດ​ໃຫ້​ພວກເຈົ້າ​ຢຶດຖື​ເປັນ​ວັນ​ສັກສິດ ເປັນ​ວັນ​ສຳຄັນ​ຂອງ​ການ​ພັກຜ່ອນ​ທີ່​ອຸທິດ​ຖວາຍ​ແກ່​ພຣະເຈົ້າຢາເວ. ຜູ້ໃດ​ທີ່​ເຮັດ​ວຽກ​ໃນວັນນີ້ ຜູ້ນັ້ນ​ຈະ​ຕ້ອງ​ຖືກ​ໂທດ​ເຖິງ​ຕາຍ.


“ເບຊາເລນ, ໂອໂຮລີອາບ ກັບ​ພວກ​ຊ່າງສີມື​ຄົນອື່ນໆ​ທັງໝົດ ຜູ້​ທີ່​ພຣະເຈົ້າຢາເວ​ໄດ້​ໃຫ້​ສະຕິປັນຍາ​ແລະ​ຄວາມ​ເຂົ້າໃຈ​ນັ້ນ ຕ່າງ​ກໍ​ມີ​ຄວາມ​ສາມາດ​ເຮັດ​ສິ່ງ​ທີ່​ຈຳເປັນ ເພື່ອ​ສ້າງ​ຫໍເຕັນ​ສັກສິດ ແລະ​ທຸກໆ​ສິ່ງ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ນັ້ນ​ທຸກປະການ.”


ໂມເຊ​ຈຶ່ງ​ມອບ​ສິ່ງຂອງ​ທັງໝົດ ຊຶ່ງ​ຊາວ​ອິດສະຣາເອນ​ໄດ້​ຖວາຍ​ເພື່ອ​ກໍ່ສ້າງ​ຫໍເຕັນ​ສັກສິດ​ນັ້ນ ໃຫ້​ພວກເຂົາ, ແຕ່​ວ່າ​ຍັງ​ມີ​ຊາວ​ອິດສະຣາເອນ​ຄົນອື່ນ​ສືບຕໍ່​ນຳ​ຂອງ​ມາ​ຖວາຍ​ດ້ວຍ​ສະມັກ​ໃຈ​ໃຫ້​ໂມເຊ​ທຸກ​ເຊົ້າ.


ໃນ​ແຕ່ລະ​ຄຣິສຕະຈັກ ທ່ານ​ທັງສອງ​ໄດ້​ເລືອກ​ຕັ້ງ​ພວກ​ເຖົ້າແກ່ ແລະ​ຫລັງຈາກ​ພາວັນນາ​ອະທິຖານ​ກັບ​ຖືສິນ​ອົດອາຫານ​ແລ້ວ ຈຶ່ງ​ມອບ​ຄົນ​ເຫຼົ່ານັ້ນ​ໄວ້​ກັບ​ອົງພຣະ​ຜູ້​ເປັນເຈົ້າ ທີ່​ພວກເຂົາ​ວາງໃຈເຊື່ອ​ນັ້ນ.


ແລະ​ໃຫ້​ບອກ​ອາຂີໂປ​ວ່າ, “ສ່ວນ​ພາລະກິດ ຊຶ່ງ​ເຈົ້າ​ໄດ້​ຮັບ​ມອບໝາຍ ເພື່ອ​ບົວລະບັດ​ຮັບໃຊ້​ອົງພຣະ​ຜູ້​ເປັນເຈົ້າ​ນັ້ນ ຈົ່ງ​ເຮັດ​ໃຫ້​ບັນລຸ​ຜົນ​ສຳເລັດ.”


ບໍ່​ຫ່ອນ​ມີ​ຜູ້ໃດ​ຕັ້ງ​ຕົນເອງ​ຢູ່​ໃນ​ຕຳແໜ່ງ​ນີ້ ມີ​ແຕ່​ພຣະເຈົ້າ​ຊົງ​ເອີ້ນ​ເອົາ​ເໝືອນ​ຢ່າງ​ຊົງ​ເອີ້ນ​ອາໂຣນ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka