Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 36:1 - ພຣະຄຳພີສັກສິ

1 “ເບຊາເລນ, ໂອໂຮລີອາບ ກັບ​ພວກ​ຊ່າງສີມື​ຄົນອື່ນໆ​ທັງໝົດ ຜູ້​ທີ່​ພຣະເຈົ້າຢາເວ​ໄດ້​ໃຫ້​ສະຕິປັນຍາ​ແລະ​ຄວາມ​ເຂົ້າໃຈ​ນັ້ນ ຕ່າງ​ກໍ​ມີ​ຄວາມ​ສາມາດ​ເຮັດ​ສິ່ງ​ທີ່​ຈຳເປັນ ເພື່ອ​ສ້າງ​ຫໍເຕັນ​ສັກສິດ ແລະ​ທຸກໆ​ສິ່ງ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ນັ້ນ​ທຸກປະການ.”

Uka jalj uñjjattʼäta Copia luraña




ອົບພະຍົບ 36:1
19 Jak'a apnaqawi uñst'ayäwi  

ພໍ່​ຂອງ​ລາວ ເປັນ​ໄທ​ເມືອງ​ຕີເຣ ຜູ້​ທີ່​ໄດ້​ຕາຍໄປ​ແລ້ວ​ນັ້ນ ກໍ​ເປັນ​ຊ່າງສີມື​ກ່ຽວກັບ​ທອງສຳຣິດ​ເໝືອນກັນ. ແມ່​ຂອງ​ລາວ​ເປັນ​ຄົນ​ມາ​ຈາກ​ເຜົ່າ​ເນັບທາລີ. ຮູຣາມ​ເປັນ​ຊ່າງສີມື​ທີ່​ມີ​ສະຕິປັນຍາ ແລະ​ເປັນ​ຜູ້​ມີ​ປະສົບການ. ລາວ​ໄດ້​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ກະສັດ​ໂຊໂລໂມນ ທີ່​ໃຫ້​ລາວ​ຮັບຜິດຊອບ​ວຽກງານ​ກ່ຽວກັບ​ທອງສຳຣິດ​ທັງໝົດ.


ລູກຊາຍ​ຂອງ​ຮູເຣ​ຊື່​ວ່າ ອູຣິ ແລະ​ຫລານຊາຍ​ຊື່​ວ່າ ເບຊາເລນ.


ບັນດາ​ປະໂຣຫິດ ແລະ​ພວກ​ເລວີ​ໄດ້​ຮັບ​ມອບໝາຍ​ໜ້າທີ່ ໃຫ້​ຮັບຜິດຊອບ​ໃນ​ວິຫານ​ຂອງ​ພຣະເຈົ້າ. ຊ່າງສີມື​ທຸກໆ​ຂະແໜງ​ກໍ​ຍິນດີ​ຈະ​ຊ່ວຍເຫລືອ​ເຈົ້າ ແລະ​ປະຊາຊົນ​ທັງໝົດ​ພ້ອມ​ບັນດາ​ພວກ​ຜູ້ນຳ​ກໍ​ຢູ່​ໃຕ້​ຄຳສັ່ງ​ຂອງ​ເຈົ້າ.”


ຖ້າ​ຂ້ານ້ອຍ​ເອົາໃຈໃສ່​ຕໍ່​ຂໍ້ຄຳສັ່ງ​ທຸກຢ່າງ​ຂອງ​ພຣະອົງ ຂ້ານ້ອຍ​ກໍ​ຈະ​ບໍ່ໄດ້​ຖືກ​ອັບອາຍ​ຂາຍໜ້າ.


ແລ້ວ​ພວກເຂົາ​ກໍ​ພາກັນ​ໄປ​ເຮັດ​ຕາມ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ ແລະ​ອາໂຣນ​ໄວ້​ນັ້ນ​ທຸກປະການ.


ຊາວ​ອິດສະຣາເອນ​ຕ້ອງ​ສ້າງ​ຫໍເຕັນ​ສັກສິດ​ສຳລັບ​ເຮົາ ເພື່ອ​ວ່າ​ເຮົາ​ຈະ​ຢູ່​ທ່າມກາງ​ພວກເຂົາ.


ໃຫ້​ເອີ້ນ​ຊ່າງ​ທີ່​ມີ​ສີ​ມື​ທັງໝົດ ຄື​ຜູ້​ທີ່​ເຮົາ​ໄດ້​ໃຫ້​ຄວາມ​ສາມາດ​ພິເສດ​ແກ່​ພວກເຂົາ​ນັ້ນ​ມາ ແລະ​ບອກ​ພວກເຂົາ​ເຮັດ​ເຄື່ອງນຸ່ງ​ໃຫ້​ອາໂຣນ ເພື່ອ​ວ່າ​ລາວ​ຈະ​ໄດ້​ຖວາຍ​ຊີວິດ​ຂອງ​ລາວ ບົວລະບັດ​ຮັບໃຊ້​ເຮົາ​ໃນ​ຖານະ​ປະໂຣຫິດ.


ສ່ວນ​ນໍ້າມັນ​ສັກສິດ ແລະ​ເຄື່ອງຫອມ​ເພື່ອ​ຖວາຍ​ສຳລັບ​ສະຖານທີ່​ບໍຣິສຸດ​ນັ້ນ ຈົ່ງ​ໃຫ້​ພວກເຂົາ​ເຮັດ​ຢ່າງ​ຖືກຕ້ອງ​ຕາມ​ທີ່​ເຮົາ​ໄດ້​ສັ່ງ​ເຈົ້າ​ໄວ້​ທຸກປະການ.”


ໂມເຊ​ໄດ້​ເອີ້ນ​ເບຊາເລນ, ໂອໂຮລີອາບ ກັບ​ຄົນອື່ນໆ​ທີ່​ພຣະເຈົ້າຢາເວ​ໄດ້​ໃຫ້​ຄວາມ​ສາມາດ ພ້ອມທັງ​ຜູ້​ທີ່​ມີ​ຈິດໃຈ​ຢາກ​ຊ່ວຍ​ປະກອບສ່ວນ​ໃນ​ວຽກງານ​ກໍ່ສ້າງ​ນັ້ນ​ມາ ແລະ​ໂມເຊ​ໄດ້​ບອກ​ພວກເຂົາ​ໃຫ້​ເລີ່ມ​ລົງມື​ເຮັດ​ວຽກ.


ໂອໂຮລີອາບ ລູກຊາຍ​ຂອງ​ອາຮີສາມັກ​ຄົນ​ເຜົ່າ​ດານ ແລະ​ຜູ້​ຊ່ວຍ​ຂອງ​ເບຊາເລນ ເປັນ​ຜູ້​ແກະສະຫລັກ, ອອກແບບ ແລະ​ຕໍ່າ​ຜ້າປ່ານ​ເນື້ອລະອຽດ​ດີ​ກັບ​ຜ້າ​ຂົນແກະ​ເປັນ​ສີຟ້າ, ສີມ່ວງ ແລະ​ສີແດງເຂັ້ມ.


ພວກເຂົາ​ໄດ້​ໃຊ້​ຜ້າ​ຂົນແກະ​ສີຟ້າ, ສີມ່ວງ ແລະ​ສີແດງເຂັ້ມ ເຮັດ​ເຄື່ອງ​ແຕ່ງກາຍ​ອັນ​ງົດງາມ​ຂອງ​ປະໂຣຫິດ ເພື່ອ​ນຸ່ງ​ເຂົ້າ​ໄປ​ບົວລະບັດ​ຮັບໃຊ້​ໃນ​ບ່ອນ​ສັກສິດ. ພວກເຂົາ​ໄດ້​ເຮັດ​ເຄື່ອງ​ແຕ່ງກາຍ​ຂອງ​ປະໂຣຫິດ​ໃຫ້​ອາໂຣນ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ກັບ​ໂມເຊ​ທຸກປະການ.


ແຕ່​ໂມເຊ​ບໍ່ໄດ້​ມອບ​ກວຽນ​ແລະ​ງົວ​ໃຫ້​ພວກ​ໂກຮາດ ເພາະວ່າ​ສິ່ງຂອງ​ບໍຣິສຸດ​ທີ່​ພວກເຂົາ​ເບິ່ງແຍງ​ຮັກສາ​ນັ້ນ ຕ້ອງ​ແບກຫາມ​ໂດຍ​ພວກເຂົາ​ເອງ.


ສັ່ງສອນ​ພວກເຂົາ​ໃຫ້​ຖື​ຮັກສາ​ທຸກໆ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ພວກເຈົ້າ​ໄວ້​ແລ້ວ​ນັ້ນ ນີ້​ແຫຼະ ເຮົາ​ຢູ່​ກັບ​ເຈົ້າ​ທັງຫລາຍ​ທຸກໆ​ວັນ​ຈົນ​ສິ້ນ​ໂລກນີ້.”


ສອງ​ຜົວ​ເມຍ​ນີ້​ດຳເນີນ​ຊີວິດ​ຢ່າງ​ຖືກຕ້ອງ​ຕໍ່​ສາຍ​ພຣະເນດ​ຂອງ​ພຣະເຈົ້າ ໂດຍ​ເຊື່ອຟັງ​ກົດບັນຍັດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ຢ່າງ​ບໍ່ມີ​ທີ່ຕິ.


ພຣະອົງ​ບົວລະບັດ​ຮັບໃຊ້​ເປັນ​ມະຫາ​ປະໂຣຫິດ​ຢູ່​ໃນ​ສະຖານທີ່​ສັກສິດ​ທີ່ສຸດ ຄື​ຢູ່​ໃນ​ຫໍເຕັນ​ສັກສິດ​ອັນ​ແທ້ຈິງ ຊຶ່ງ​ບໍ່ແມ່ນ​ມະນຸດ​ເປັນ​ຜູ້​ຕັ້ງ​ຂຶ້ນ ແຕ່​ແມ່ນ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຊົງ​ຕັ້ງ​ໄວ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka