8 ໂມເຊຈຶ່ງຟ້າວຂາບລົງ ແລະນ້ອມນະມັດສະການພຣະອົງ.
ອັບຣາມກົ້ມຂາບລົງທີ່ພື້ນດິນ ແລະພຣະເຈົ້າກ່າວວ່າ,
ແລ້ວໂຢເຊັບກໍເອົາເຂົາທັງສອງອອກຈາກຕັກຂອງຢາໂຄບ ແລະພາພວກເຂົາກົ້ມຂາບລົງຕໍ່ໜ້າເພິ່ນ.
ແລ້ວກະສັດເຢໂຮຊາຟັດກໍໄດ້ກົ້ມຂາບລົງກັບພື້ນດິນ ແລະປະຊາຊົນຢູດາແລະປະຊາຊົນເຢຣຊາເລັມທັງໝົດໄດ້ກົ້ມຂາບລົງຊ້ອງພຣະພັກພຣະເຈົ້າຢາເວແລະນະມັດສະການພຣະເຈົ້າຢາເວ.
ດັ່ງນັ້ນ ພວກເຂົາຈຶ່ງເຊື່ອ ແລະເມື່ອໄດ້ຍິນວ່າ ພຣະເຈົ້າຢາເວໄດ້ມາຫາພວກເຂົາ ແລະທັງຮູ້ວ່າ ພຣະອົງໄດ້ເຫັນພວກເຂົາຖືກກົດຂີ່ຢ່າງໂຫດຮ້າຍທາລຸນຢ່າງໃດ ພວກເຂົາຈຶ່ງໄດ້ພາກັນຂາບລົງແລະນ້ອມນະມັດສະການ.
ເມື່ອພວກເຈົ້າໄດ້ອອກມາຈາກປະເທດເອຢິບ ເຮົາກໍໄດ້ສັນຍາວ່າເຮົາຈະຢູ່ກັບພວກເຈົ້າສະເໝີ. ເຮົາຍັງຢູ່ກັບພວກເຈົ້າ. ດັ່ງນັ້ນ ຢ່າສູ່ຢ້ານກົວເລີຍ.