Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 34:7 - ພຣະຄຳພີສັກສິ

7 ເຮົາ​ຮັກສາ​ພັນທະສັນຍາ​ຂອງເຮົາ​ຕະຫລອດໄປ​ເຖິງ​ພັນ​ຊົ່ວ​ເຊັ່ນ​ຄົນ ທັງ​ຍົກຜິດ​ຍົກບາບ​ໃຫ້​ດ້ວຍ; ແຕ່​ເຮົາ​ບໍ່​ອາດ​ຈະ​ລືມ​ລົງໂທດ​ລູກຫລານ ຂອງ​ຜູ້​ທີ່​ເຮັດ​ບາບ​ຕໍ່ສູ້​ເຮົາ​ໄດ້​ເຖິງ​ສາມ ແລະ​ສີ່​ຊົ່ວ​ເຊັ່ນ​ຄົນ.”

Uka jalj uñjjattʼäta Copia luraña




ອົບພະຍົບ 34:7
57 Jak'a apnaqawi uñst'ayäwi  

ແຕ່​ໂລດ​ຍັງ​ສົງໄສ​ຢູ່ ເຖິງ​ຢ່າງ​ໃດ​ກໍດີ ພຣະເຈົ້າຢາເວ​ຍັງ​ເມດຕາ​ໂລດ. ດັ່ງນັ້ນ ເທວະດາ​ທັງສອງ​ຈຶ່ງ​ດຶງ​ມື​ລາວ​ພ້ອມ​ທັງ​ເມຍ ແລະ​ລູກສາວ ອອກ​ໄປ​ຈາກ​ເມືອງ​ໂດຍ​ໄວ.


ຂໍໂຜດ​ຟັງ​ຄຳ​ພາວັນນາ​ອະທິຖານ​ຂອງ​ຜູ້ຮັບໃຊ້​ຂອງ​ພຣະອົງ ແລະ​ຄຳພາວັນນາ​ອະທິຖານ​ຂອງ​ຊາວ​ອິດສະຣາເອນ​ປະຊາຊົນ​ຂອງ​ພຣະອົງ ໃນ​ເມື່ອ​ພວກເຂົາ​ຫັນໜ້າ​ມາທາງ​ສະຖາທີ່​ນີ້ ແລະ​ພາວັນນາ​ອະທິຖານ. ຂໍໂຜດ​ຟັງ​ພວກ​ຂ້ານ້ອຍ​ຈາກ​ສະຫວັນ​ບ່ອນ​ພຣະອົງ​ສະຖິດ​ຢູ່ ແລະ​ຍົກໂທດ​ໃຫ້​ແກ່​ພວກ​ຂ້ານ້ອຍ​ດ້ວຍ​ເທີ້ນ.


ເມື່ອນັ້ນ​ທີ່​ສະຫວັນ ຂໍໂຜດ​ຟັງ​ແລະ​ຕັດສິນ​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ​ດ້ວຍ​ເຖີດ. ຈົ່ງ​ລົງໂທດ​ຜູ້​ທີ່​ເຮັດ​ຜິດ​ຕາມ​ທີ່​ລາວ​ສົມຄວນ​ຈະ​ໄດ້​ຮັບ ແລະ​ປົດປ່ອຍ​ຜູ້​ທີ່​ບໍ່ມີ​ຄວາມຜິດ​ໄປ​ດ້ວຍ​ເທີ້ນ.


ຖ້າ​ພວກທ່ານ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ ແລ້ວ​ພວກ​ທີ່​ຈັບ​ພີ່ນ້ອງ​ຂອງ​ພວກທ່ານ​ໄປ​ເປັນ​ຊະເລີຍ​ນັ້ນ ກໍ​ຈະ​ມີ​ຈິດໃຈ​ເມດຕາ​ຕໍ່​ພວກເຂົາ ແລະ​ສົ່ງ​ພວກເຂົາ​ກັບຄືນ​ມາ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກທ່ານ​ຊົງ​ພຣະຄຸນ​ແລະ​ມີ​ໃຈ​ເມດຕາ​ກະລຸນາ ແລະ​ຖ້າ​ພວກທ່ານ​ກັບຄືນ​ມາ​ຫາ​ພຣະອົງ ພຣະອົງ​ກໍ​ຈະ​ຮັບ​ເອົາ​ພວກທ່ານ​ໄວ້.”


“ໂອ ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ສະຫວັນ​ເອີຍ ພຣະອົງ​ຊົງ​ຍິ່ງໃຫຍ່​ແລະ​ເປັນ​ອົງ​ທີ່​ພວກ​ຂ້ານ້ອຍ​ໃຫ້​ຄວາມ​ເຄົາຣົບ​ຢຳເກງ. ພຣະເຈົ້າ​ຮັກສາ​ພັນທະສັນຍາ​ຂອງ​ພຣະອົງ​ຢ່າງ​ສັດຊື່ ຕໍ່​ຜູ້​ທີ່​ຮັກ​ພຣະອົງ​ແລະ​ຜູ້​ທີ່​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ພຣະອົງ.


ໂອ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ພຮະເຈົ້າ​ຊົງຣິດ ແລະ​ອຳນາດ​ຍິ່ງໃຫຍ່ ຊົງ​ກະທຳ​ໃຫ້​ຢ້ານກົວ​ແລະ​ຊົງ​ຍິ່ງໃຫຍ່​ແທ້ ພຣະອົງ​ຮັກສາ​ພັນທະສັນຍາ​ຢ່າງ​ສັດຊື່ ຄາວ​ກະສັດ​ອັດຊີເຣຍ​ໄດ້​ຂົ່ມເຫັງ​ພວກ​ຂ້ານ້ອຍ. ຈົນເຖິງ​ບັດນີ້​ພວກ​ຂ້ານ້ອຍ​ຍັງ​ໄດ້​ທົນທຸກ​ໜັກ ລວມ​ກະສັດ ແລະ​ຜູ້ນຳ​ຂອງ​ພວກ​ຂ້ານ້ອຍ​ດ້ວຍ ພວກ​ປະໂຣຫິດ ແລະ​ທັງ​ພວກ​ຜູ້ທຳນວາຍ ກັບ​ບັນພະບຸລຸດ ແລະ​ປະຊາຊົນ​ອີກ​ດ້ວຍ. ທຸກຄົນ​ຕ່າງ​ກໍໄດ້​ຮັບ​ຄວາມ​ທົນທຸກ​ທໍລະມານ ຂໍໂຜດ​ລະນຶກເຖິງ​ພວກ​ຂ້ານ້ອຍ​ແດ່ທ້ອນ


ພຣະອົງ​ລໍ​ເບິ່ງ​ການບາບ​ທີ່​ຂ້ານ້ອຍ​ກະທຳ ເພື່ອ​ວ່າ​ພຣະອົງ​ຈະ​ບໍ່​ໃຫ້​ອະໄພ​ການບາບ​ນັ້ນ.


ພຣະອົງ​ຍົກ​ການບາບ​ຂອງ​ຂ້ານ້ອຍ​ໃຫ້​ໝົດໄປ ແລະ​ປິ່ນປົວ​ພະຍາດ​ທຸກ​ຊະນິດ​ຂອງ​ຂ້ານ້ອຍ.


ຂໍ​ໃຫ້​ພຣະເຈົ້າຢາເວ​ຈົດຈຳ​ຄວາມຊົ່ວ​ປູ່ຍ່າຕາຍາຍ​ຂອງ​ເຂົາ ຢ່າ​ອະໄພ​ການບາບ​ຂອງ​ແມ່​ເຂົາ​ຈັກເທື່ອ.


ແຕ່​ພຣະອົງ​ຍົກໂທດ​ໃຫ້​ແກ່​ພວກ​ຂ້ານ້ອຍ ເພື່ອ​ວ່າ​ພວກ​ຂ້ານ້ອຍ​ຈະ​ໄດ້​ຢຳເກງ​ຢູ່​ຊ້ອງໜ້າ​ຂອງ​ພຣະອົງ.


ພຣະອົງ​ໄດ້​ຂ້າ​ພວກ​ລູກຊາຍກົກ​ຂອງ​ຊາວ​ເອຢິບ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.


ແຕ່​ໄດ້​ໃຫ້​ກະສັດ​ກັບ​ກອງທັບ​ເອຢິບ​ຈົມນໍ້າ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.


ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ນີ້​ມີ​ບາບ​ຫລາຍ ຂໍ​ຊົງ​ໂຜດ​ຮັກສາ​ພຣະສັນຍາ​ແລະ​ອະໄພ​ບາບກຳ​ໃຫ້​ດ້ວຍ.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ແຕ່​ພຣະອົງ​ເປັນ​ພຣະເຈົ້າ​ຊົງ​ພຣະເມດຕາ ແລະ​ຊົງພຣະຄຸນ ບໍ່​ຮ້າຍ​ງ່າຍ ແລະ​ມີ​ຄວາມຮັກ​ອັນໝັ້ນຄົງ ແລະ​ສັດຊື່​ຢູ່​ສະເໝີ.


ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ພຣະອົງ​ຊົງ​ຕອບ​ຄຳພາວັນນາ​ອະທິຖານ​ປະຊາຊົນ​ຂອງ​ພຣະອົງ​ແລ້ວ. ພຣະອົງ​ໄດ້​ຊີ້​ໃຫ້​ເຫັນ​ວ່າ​ພຣະອົງ​ເປັນ​ພຣະເຈົ້າ​ທີ່​ໃຫ້​ອະໄພ ແມ່ນ​ວ່າ​ພຣະອົງ​ລົງໂທດ​ຍ້ອນ​ການບາບ​ກໍຕາມ.


ຈົ່ງ​ເອົາໃຈໃສ່ ແລະ​ເຊື່ອຟັງ​ເທວະດາ. ຢ່າ​ຂັດຂືນ ເພາະ​ແມ່ນ​ເຮົາ​ເອງ​ທີ່​ເປັນ​ຜູ້​ສັ່ງ​ເທວະດາ​ນັ້ນ ແລະ​ເພິ່ນ​ຈະ​ບໍ່​ຍົກໂທດ​ໃຫ້​ແກ່​ການ​ຂັດຂືນ​ໃດໆ​ທັງ​ສິ້ນ.


ຢ່າ​ໃສ່​ຄຳ​ກ່າວຫາ​ຢ່າງ​ຜິດໆ ແລະ​ຢ່າ​ປະຫານ​ຊີວິດ​ຄົນ​ບໍຣິສຸດ ເພາະ​ເຮົາ​ຈະ​ລົງໂທດ​ຄົນ​ທີ່​ກະທຳ​ຊົ່ວ​ເຊັ່ນນັ້ນ.


ພຣະອົງ​ຕອບ​ວ່າ, “ເຮົາ​ຈະ​ໃຫ້​ຄຸນຄວາມດີ​ທັງໝົດ​ຂອງເຮົາ ຜ່ານ​ໄປ​ຕໍ່ໜ້າ​ຕໍ່ຕາ​ເຈົ້າ ແລະ​ທັງ​ຈະ​ບອກ​ຊື່​ອັນ​ສັກສິດ​ຂອງເຮົາ​ໃຫ້​ເຈົ້າ​ຮູ້. ເຮົາ​ແມ່ນ​ພຣະເຈົ້າຢາເວ ແລະ​ເຮົາ​ສຳແດງ​ຄວາມ​ເມດຕາປານີ ຕໍ່​ຜູ້​ທີ່​ເຮົາ​ໄດ້​ເລືອກ​ເອົາ.


ເພິ່ນ​ກ່າວ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຖ້າ​ພຣະອົງ​ພໍໃຈ​ນຳ​ຂ້ານ້ອຍ​ແທ້ ຂໍ​ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ໂຜດ​ນຳ​ໜ້າ​ພວກ​ຂ້ານ້ອຍ​ໄປ​ເຖີດ. ປະຊາຊົນ​ພວກ​ນີ້​ໃຈ​ແຂງ​ກະດ້າງ​ດື້ດຶງ​ຫລາຍ, ແຕ່​ຂໍ​ຊົງ​ໂຜດ​ຍົກຜິດ​ຍົກບາບ​ຂອງ​ພວກ​ຂ້ານ້ອຍ​ແດ່ທ້ອນ ແລະ​ຂໍ​ຊົງ​ໂຜດ​ຮັບ​ເອົາ​ພວກ​ຂ້ານ້ອຍ​ເປັນ​ໄພ່ພົນ​ຂອງ​ພຣະອົງ​ດ້ວຍ​ເຖີດ.”


ຈົ່ງ​ມາ​ສະເໜີ​ຄະດີ​ຂອງ​ພວກເຈົ້າ​ທີ່​ສານ​ເບິ່ງດູ ຈົ່ງ​ໃຫ້​ຈຳເລີຍ​ປຶກສາ​ຊຶ່ງກັນແລະກັນ​ເບິ່ງ. ຜູ້ໃດ​ໄດ້​ກ່າວ​ລ່ວງໜ້າ​ເຖິງ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ນໍ? ບໍ່ແມ່ນ​ເຮົາ​ບໍ ອົງ​ທີ່​ເປັນ​ພຣະເຈົ້າຢາເວ? ຄື​ພຣະເຈົ້າ​ອົງ​ທີ່​ຊອບທຳ​ແລະ​ພຣະຜູ້ຊ່ວຍ; ນອກຈາກ​ເຮົາ​ບໍ່ມີ​ພຣະເຈົ້າ​ອື່ນໃດ​ອີກ​ແລ້ວ.


ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ສະຖິດ​ຢູ່​ກັບ​ພວກເຈົ້າ ເພື່ອ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນໄພ ແລະ​ທຳລາຍ​ທຸກ​ຊົນຊາດ ໃນ​ບ່ອນ​ທີ່​ພວກເຈົ້າ​ແຕກ​ກະຈັດ​ກະຈາຍ​ໄປ​ນັ້ນ ແຕ່​ເຮົາ​ຈະ​ບໍ່​ທຳລາຍ​ພວກເຈົ້າ​ແຕ່​ປະການ​ໃດ ເຮົາ​ຈະ​ປ່ອຍ​ໃຫ້​ພວກເຈົ້າ​ໄປ​ໂດຍ​ບໍ່​ຖືກ​ໂທດ​ກໍ​ບໍ່ໄດ້; ແຕ່​ເມື່ອ​ລົງໂທດ ເຮົາ​ກໍ​ຈະ​ເຮັດ​ຢ່າງ​ທ່ຽງທຳ.”


ພຣະອົງ​ໄດ້​ສະແດງ​ຄວາມຮັກ​ອັນ​ໝັ້ນຄົງ​ຕໍ່​ຫລາຍ​ພັນ​ເຊັ່ນຄົນ ແຕ່​ພຣະອົງ​ກໍ​ລົງໂທດ​ປະຊາຊົນ​ສຳລັບ​ການບາບ​ຂອງ​ພໍ່​ແມ່​ຂອງ​ພວກເຂົາ​ດ້ວຍ. ພຣະອົງ​ເປັນ​ພຣະເຈົ້າ​ອົງ​ຍິ່ງໃຫຍ່​ແລະ​ຊົງ​ຣິດເດດ; ຜູ້​ມີ​ນາມຊື່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່.


ຖ້າ​ຜູ້ໃດ​ຜູ້ໜຶ່ງ​ຢາກ​ອວດອ້າງ​ອອກ​ມາ ໃຫ້​ອວດ​ວ່າ​ຕົນ​ຮູ້ ແລະ​ເຂົ້າໃຈ​ເຮົາ​ກໍ​ດີກວ່າ ເພາະ​ເຮົາ​ຄື​ພຣະເຈົ້າຢາເວ​ຜູ້​ສຳແດງ​ຄວາມຮັກ​ທີ່​ໝັ້ນຄົງ ເຮົາ​ກະທຳ​ສິ່ງ​ທີ່​ທ່ຽງທຳ ແລະ​ສິ່ງ​ທີ່​ຖືກຕ້ອງ​ເທິງ​ແຜ່ນດິນ​ໂລກ. ແມ່ນ​ສິ່ງ​ເຫຼົ່ານັ້ນ​ແຫລະ ທີ່​ເຮັດ​ໃຫ້​ເຮົາ​ພໍໃຈ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.


ຂ້າພະເຈົ້າ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້າພະເຈົ້າ ແລະ​ສາລະພາບ​ການບາບ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ​ອົງ​ຍິ່ງໃຫຍ່​ສູງສຸດ ແລະ​ພຣະເຈົ້າ​ທີ່​ໜ້າ​ຢຳເກງ​ຢ້ານກົວ. ພຣະອົງ​ເຮັດ​ຕາມ​ພັນທະສັນຍາ​ຂອງ​ພຣະອົງ ແລະ​ສຳແດງ​ຄວາມຮັກ​ອັນ​ໝັ້ນຄົງ​ຕໍ່​ຜູ້​ທີ່​ຮັກ​ພຣະອົງ ແລະ​ຕໍ່​ຜູ້​ທີ່​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ພຣະອົງ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ອົງ​ຊົງ​ເມດຕາ​ແລະ​ໃຫ້​ອະໄພ​ແກ່​ພວກ​ຂ້ານ້ອຍ ເຖິງ​ແມ່ນ​ວ່າ​ພວກ​ຂ້ານ້ອຍ​ໄດ້​ກະບົດ​ຕໍ່ສູ້​ພຣະອົງ​ກໍຕາມ.


ເຮົາ​ຈະ​ຍົກໂທດ​ໃຫ້​ແກ່​ຜູ້​ໃຊ້​ຕາຊັ່ງ​ແລະ​ຕາຊິງ​ປອມ​ໄດ້​ບໍ?


ບໍ່ມີ​ພະ​ຕົນໃດ​ເໝືອນ​ພຣະອົງ; ພຣະອົງ​ຍົກ​ການບາບ​ປະຊາຊົນ​ຂອງ​ພຣະອົງ​ຜູ້​ທີ່​ລອດຊີວິດ​ມາ​ໄດ້. ພຣະອົງ​ຈະ​ບໍ່​ໂກດຮ້າຍ​ຕະຫລອດໄປ, ແຕ່​ພຣະອົງ​ຍິນດີ ໂດຍ​ສຳແດງ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ແກ່​ພວກ​ຂ້ານ້ອຍ.


ເມື່ອ​ພຣະອົງ​ໂກດຮ້າຍ​ແມ່ນ​ຜູ້ໃດ​ແດ່​ລອດຊີວິດ​ເດ? ແມ່ນ​ຜູ້ໃດ​ລອດຊີວິດ​ນໍ​ເມື່ອ​ພຣະອົງ​ກິ້ວໂກດ? ພຣະອົງ​ເທ​ຄວາມ​ໂກດຮ້າຍ​ເປັນ​ໄຟ​ທີ່​ເຜົາຜານ ໂງ່ນຫີນ​ກໍ​ໝຸ່ນ​ເປັນ​ຝຸ່ນ​ດິນ​ຢູ່​ຊ້ອງໜ້າ​ພຣະອົງ.


ເພາະ​ເຫດນີ້ ເຮົາ​ຈຶ່ງ​ບອກ​ພວກເຈົ້າ​ວ່າ ມະນຸດ​ຈະ​ໄດ້​ຮັບ​ການ​ຍົກ​ຜິດບາບ​ທຸກປະການ ແລະ​ຮັບ​ການອະໄພ​ໃນ​ຄຳ​ໝິ່ນປະໝາດ​ທຸກຢ່າງ, ແຕ່​ຄຳ​ເວົ້າ​ທີ່​ໝິ່ນປະໝາດ​ຕໍ່ສູ້​ພຣະວິນຍານ​ບໍຣິສຸດເຈົ້າ ຈະ​ບໍ່ໄດ້​ຮັບ​ການອະໄພ.


ຂໍ​ຊົງ​ໂຜດ​ຍົກໂທດ​ໃຫ້​ຂ້ານ້ອຍ ເໝືອນ​ຂ້ານ້ອຍ​ຍົກໂທດ ໃຫ້​ແກ່​ຜູ້​ທີ່​ເຮັດ​ຜິດ​ຕໍ່​ຂ້ານ້ອຍ​ນັ້ນ


ເມື່ອ​ບໍ່ມີ​ຜູ້ໃດ ສາມາດ​ຈະ​ໃຊ້​ໜີ້​ໄດ້ ເພິ່ນ​ຈຶ່ງ​ຍົກ​ໜີ້​ໃຫ້​ພວກເຂົາ​ທັງສອງ ໃນ​ສອງ​ຄົນ​ນີ້​ແມ່ນ​ຜູ້ໃດ ທີ່​ຈະ​ຮັກ​ເຈົ້າ​ໜີ້​ຫລາຍກວ່າ​ກັນ?”


ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ຍິງ​ນັ້ນ​ວ່າ, “ການບາບ​ທັງຫລາຍ​ຂອງ​ເຈົ້າ ໄດ້​ຮັບ​ການອະໄພ​ແລ້ວ.”


ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ເຂົ້າໃຈ​ວ່າ ໂດຍ​ທາງ​ພຣະອົງ​ນັ້ນ​ແຫຼະ, ຈຶ່ງ​ໄດ້​ປະກາດ​ການ​ຍົກ​ຄວາມ​ຜິດບາບ​ໃຫ້​ແກ່​ພວກທ່ານ.


ພຣະເຈົ້າ​ໄດ້​ຍົກ​ພຣະເຢຊູເຈົ້າ​ຂຶ້ນ​ສູ່​ກໍ້າ​ຂວາ​ພຣະຫັດ​ຂອງ​ພຣະອົງ ໃຫ້​ເປັນ​ພຣະ​ຜູ້ນຳ ແລະ​ພຣະຜູ້ໂຜດຊ່ວຍ​ໃຫ້​ພົ້ນ ເພື່ອ​ຈະ​ໃຫ້​ປະຊາຊົນ​ອິດສະຣາເອນ​ມີ​ໂອກາດ​ກັບໃຈ​ໃໝ່ ແລະ​ຮັບ​ເອົາ​ການອະໄພ​ບາບກຳ​ຂອງ​ພວກເຂົາ.


ໃນ​ພຣະອົງ​ນັ້ນ ພວກເຮົາ​ໄດ້​ຮັບ​ການ​ໄຖ່​ໃຫ້​ພົ້ນ​ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະອົງ ຄື​ໄດ້​ຮັບ​ການອະໄພ​ການ​ຫລົງ​ຜິດ​ຂອງເຮົາ ໂດຍ​ພຣະ​ກະລຸນາ​ອັນ​ອຸດົມ​ຂອງ​ພຣະອົງ ຊຶ່ງ​ໄດ້​ຊົງ​ປະທານ​ແກ່​ພວກເຮົາ​ຢ່າງ​ລົ້ນເຫລືອ.


ແຕ່​ຈົ່ງ​ມີ​ໃຈ​ເມດຕາ​ແລະ​ເອັນດູ​ຕໍ່​ກັນ ຈົ່ງ​ຍົກໂທດ​ໃຫ້​ກັນແລະກັນ ເໝືອນ​ດັ່ງ​ທີ່​ພຣະເຈົ້າ​ໄດ້​ຍົກໂທດ​ໃຫ້​ພວກເຈົ້າ​ໃນ​ພຣະຄຣິດ​ນັ້ນ.


ພຮະອົງ​ຈະ​ແກ້ແຄ້ນ ແລະ​ລົງໂທດ​ພວກເຂົາ; ມື້​ເຄາະກຳ​ໃກ້​ເຂົ້າ​ມາ ມື້​ທີ່​ພວກເຂົາ​ຫຼົ້ມຈົມ​ຈະ​ມາ​ຮອດ.


ແຕ່​ພຣະອົງ​ຈະ​ບໍ່​ລັ່ງເລ​ໃຈ​ທີ່​ຈະ​ລົງໂທດ​ພວກ​ທີ່​ກຽດຊັງ​ພຣະອົງ.


ຈົ່ງ​ຈົດຈຳ​ໄວ້​ວ່າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ແມ່ນ​ພຣະເຈົ້າ​ແຕ່​ອົງ​ດຽວ ແລະ​ພຣະອົງ​ຊົງ​ສັດຊື່ ພຣະອົງ​ຮັກສາ​ພັນທະສັນຍາ​ຂອງ​ພຣະອົງ ແລະ​ສຳແດງ​ຄວາມຮັກ​ອັນ​ໝັ້ນຄົງ​ເຖິງ​ພັນ​ຊົ່ວ​ເຊັ່ນຄົນ ແກ່​ພວກ​ທີ່​ຮັກ​ພຣະອົງ​ແລະ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ,


ເພາະ​ພຣະເຈົ້າ​ຂອງເຮົາ​ທັງຫຼາຍ ຊົງ​ເປັນ​ໄຟ​ທີ່​ເຜົາຜານ.


ໂຢຊວຍ​ໄດ້​ກ່າວ​ແກ່​ປະຊາຊົນ​ວ່າ, “ແຕ່​ພວກເຈົ້າ​ບໍ່​ອາດ​ຈະ​ບົວລະບັດ​ຮັບໃຊ້​ພຣະເຈົ້າຢາເວ​ໄດ້​ດອກ. ພຣະອົງ​ເປັນ​ພຣະເຈົ້າ​ອົງ​ບໍຣິສຸດ, ພຣະອົງ​ເປັນ​ພຣະເຈົ້າ​ຜູ້​ຫວງແຫນ ແລະ​ພຣະອົງ​ຈະ​ບໍ່​ອະໄພ​ການລະເມີດ ຫຼື​ການບາບ​ຂອງ​ພວກເຈົ້າ.


ຖ້າ​ເຮົາ​ທັງຫລາຍ​ສາລະພາບ​ຜິດບາບ​ທັງຫຼາຍ​ຂອງ​ພວກເຮົາ ພຣະອົງ​ຊົງ​ສັດຊື່​ແລະ​ທ່ຽງທຳ ຈະ​ຊົງ​ໂຜດ​ຍົກ​ບາບ​ຂອງ​ພວກເຮົາ ແລະ​ຈະ​ຊົງ​ໂຜດ​ຊຳລະລ້າງ​ເຮົາ​ທັງຫລາຍ​ຈາກ​ການ​ອະທຳ​ໝົດ​ສິ້ນ.


ຖ້າ​ຜູ້ໃດ​ທີ່​ບໍ່ມີ​ຊື່​ຈົດ​ໄວ້​ໃນ​ໜັງສື​ທະບຽນ​ແຫ່ງ​ຊີວິດ ຜູ້ນັ້ນ​ກໍ​ຖືກ​ຖິ້ມ​ລົງ​ໃນ​ບຶງໄຟ.


ສ່ວນ​ຄົນ​ຂີ້ຢ້ານ, ຄົນ​ທໍລະຍົດ, ຄົນ​ປະພຶດ​ໃນ​ສິ່ງ​ທີ່​ໜ້າກຽດ​ໜ້າຊັງ, ຜູ້ຂ້າຄົນ, ຄົນ​ປະພຶດ​ຜິດ​ສິນທຳ​ທາງ​ເພດ, ຄົນ​ໃຊ້​ເວດມົນ​ຄາຖາ, ຄົນ​ຂາບໄຫວ້​ຮູບເຄົາຣົບ ແລະ​ຄົນ​ຂີ້ຕົວະ​ທຸກຄົນ​ນັ້ນ ມໍຣະດົກ​ຂອງ​ຄົນ​ເຫຼົ່ານັ້ນ ແມ່ນ​ບຶງໄຟ​ທີ່​ໄໝ້​ຢູ່​ປົນ​ກັບ​ມາດ ຊຶ່ງ​ເປັນ​ຄວາມຕາຍ​ຄັ້ງ​ທີ​ສອງ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka