ອົບພະຍົບ 34:6 - ພຣະຄຳພີສັກສິ6 ແລ້ວພຣະເຈົ້າຢາເວກໍຍ່າງຜ່ານໂມເຊໄປພ້ອມທັງປະກາດວ່າ, “ພຣະເຈົ້າຢາເວ ພຣະເຈົ້າຢາເວ ພຣະເຈົ້າອົງເຕັມໄປດ້ວຍຄວາມເມດຕາແລະເຕັມລົ້ນດ້ວຍພຣະຄຸນ ຜູ້ບໍ່ຮ້າຍງ່າຍ ແລະຜູ້ສຳແດງຄວາມຮັກອັນໝັ້ນຄົງແລະສັດຊື່. Uka jalj uñjjattʼäta |
ພຣະອົງກ່າວຕໍ່ເພິ່ນວ່າ, “ຈົ່ງອອກໄປຢືນຢູ່ຕໍ່ໜ້າພຣະເຈົ້າຢາເວເທິງຈອມພູນີ້ ແລ້ວພຣະເຈົ້າຢາເວຈະກາຍໄປ.” ກ່ອນໜ້າພຣະເຈົ້າຢາເວສະເດັດໄປກໍເກີດມີລົມພະຍຸຮ້າຍຈົນເຮັດໃຫ້ພູເຂົາຍະອອກ ແລະເຮັດໃຫ້ກ້ອນຫີນແຕກເປັນກ້ອນໆ, ແຕ່ພຣະເຈົ້າຢາເວບໍ່ໄດ້ຢູ່ໃນລົມນັ້ນ. ຫລັງຈາກນັ້ນກໍເກີດແຜ່ນດິນໄຫວ, ແຕ່ພຣະເຈົ້າຢາເວບໍ່ໄດ້ຢູ່ໃນແຜ່ນດິນໄຫວນີ້.
ເມື່ອບໍ່ເຊື່ອຟັງແລ້ວພວກເພິ່ນກໍລືມໄລທຸກສິ່ງ ຄືການອັດສະຈັນຕ່າງໆທີ່ພຣະອົງໄດ້ກະທຳ; ດ້ວຍຄວາມຈອງຫອງພວກເພິ່ນໄດ້ເລືອກເອົາຜູ້ນຳ ພາພວກເພິ່ນກັບຄືນສູ່ປະເທດເອຢິບໄປເປັນທາດ. ແຕ່ພຣະອົງເປັນພຣະເຈົ້າທີ່ໃຫ້ອະໄພ ຊົງເມດຕາເອັນດູ ແລະມີຄວາມຮັກ; ພຣະອົງໂກດຮ້າຍຊ້າເພາະເມດຕາພວກເພິ່ນ ພຣະອົງຈຶ່ງບໍ່ໄດ້ປະຖິ້ມພວກເພິ່ນ.
ດັ່ງນັ້ນ ເພິ່ນຈຶ່ງພາວັນນາອະທິຖານຕໍ່ພຣະເຈົ້າຢາເວວ່າ, “ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍໄດ້ເວົ້າກັບພຣະອົງແລ້ວ ກ່ອນຈາກເຮືອນມາບໍ່ແມ່ນຫລືວ່າ ພຣະອົງຈະຕ້ອງກະທຳເຊັ່ນນີ້? ສະນັ້ນ ຂ້ານ້ອຍຈຶ່ງພະຍາຍາມສຸດຂີດ ທີ່ຈະໜີໄປຕາກຊິດ ເພາະຂ້ານ້ອຍຮູ້ວ່າ ພຣະອົງເປັນພຣະເຈົ້າທີ່ມີຄວາມຮັກແລະມີຄວາມເມດຕາ ອົດທົນສະເໝີ, ໃຈດີສະເໝີ, ພ້ອມທີ່ຈະປ່ຽນໃຈສະເໝີແລະບໍ່ລົງໂທດ.