Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 34:4 - ພຣະຄຳພີສັກສິ

4 ດັ່ງນັ້ນ ໂມເຊ​ຈຶ່ງ​ຕັດ​ຫີນ​ເປັນ​ສອງ​ແຜ່ນ​ຄື​ເທື່ອ​ທຳອິດ ແລະ​ມື້​ຕໍ່ມາ​ແຕ່​ເດິກໆ ເພິ່ນ​ກໍ​ຖື​ແຜ່ນ​ຫີນ​ນັ້ນ​ຂຶ້ນ​ໄປ​ເທິງ​ພູເຂົາ​ຊີນາຍ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້.

Uka jalj uñjjattʼäta Copia luraña




ອົບພະຍົບ 34:4
6 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ໄດ້​ສະເດັດ​ລົງ​ມາ​ເທິງ​ຈອມ​ພູເຂົາ​ຊີນາຍ, ພຣະເຈົ້າຢາເວ​ເອີ້ນ​ໂມເຊ​ໃຫ້​ຂຶ້ນ​ໄປ​ພົບ​ພຣະອົງ ແລະ​ໂມເຊ​ກໍ​ຂຶ້ນ​ໄປ.


ແລະ​ໂມເຊ​ກໍໄດ້​ຂຶ້ນ​ໄປ​ທີ່​ເທິງ​ພູ​ເພື່ອ​ເຂົ້າ​ເຝົ້າ​ພຣະເຈົ້າ. ພຣະເຈົ້າຢາເວ​ໄດ້​ເອີ້ນ​ໂມເຊ​ຈາກ​ເທິງ​ພູ​ໃຫ້​ບອກ​ຊາວ​ອິດສະຣາເອນ ເຊື້ອສາຍ​ຂອງ​ຢາໂຄບ​ດັ່ງນີ້:


ແມ່ນ​ພຣະເຈົ້າ​ເອງ​ທີ່​ໄດ້​ເຮັດ​ແຜ່ນຫີນ ແລະ​ຈາລຶກ​ຂໍ້ຄຳສັ່ງ​ຂອງ​ພຣະເຈົາ​ໃສ່​ໃນ​ນັ້ນ.


ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ໂມເຊ​ວ່າ, “ຈົ່ງ​ຕັດ​ຫີນ​ສອງ​ແຜ່ນ​ໃຫ້​ຄື​ເທື່ອ​ທຳອິດ ແລະ​ເຮົາ​ຈະ​ຂຽນ​ຖ້ອຍຄຳ​ຂອງ​ຫີນ​ສອງ​ແຜ່ນ​ທຳອິດ​ທີ່​ແຕກ​ນັ້ນ​ໃສ່.


“ຕໍ່ມາ ພຣະເຈົ້າຢາເວ​ໄດ້​ບອກ​ຂ້າພະເຈົ້າ​ວ່າ, ‘ຈົ່ງ​ຕັດ​ເອົາ​ຫີນ​ສອງ​ແຜ່ນ​ແບບ​ເກົ່າ ແລະ​ເຮັດ​ຫີບ​ໄມ້​ໜ່ວຍ​ໜຶ່ງ​ສຳລັບ​ໃສ່​ແຜ່ນ​ຫີນ. ແລ້ວ​ຈົ່ງ​ຂຶ້ນ​ມາ​ຫາ​ເຮົາ​ທີ່​ເທິງ​ພູ


ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ໄດ້​ເຮັດ​ຫີບ​ດ້ວຍ​ໄມ້​ກະຖິນເທດ ແລະ​ຕັດ​ເອົາ​ແຜ່ນ​ຫີນ​ສອງ​ແຜ່ນ​ຄື​ກັບ​ເທື່ອ​ທຳອິດ ນຳ​ຂຶ້ນ​ໄປ​ທີ່​ເທິງ​ພູ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka