Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 34:3 - ພຣະຄຳພີສັກສິ

3 ເຈົ້າ​ຢ່າ​ໃຫ້​ໃຜ​ຂຶ້ນ​ມາ​ນຳ ຢ່າ​ໃຫ້​ເຮົາ​ເຫັນ​ຜູ້ໃດ ໃນ​ບ່ອນໃດ​ບ່ອນໜຶ່ງ​ທີ່​ເທິງ​ພູ​ເປັນ​ເດັດຂາດ ແມ່ນແຕ່​ຝູງແກະ, ຝູງແບ້ ແລະ​ຝູງງົວ ກໍ​ຢ່າ​ໃຫ້​ຂຶ້ນ​ມາ​ກິນ​ຫຍ້າ​ທີ່​ເນີນພູ​ນີ້.”

Uka jalj uñjjattʼäta Copia luraña




ອົບພະຍົບ 34:3
5 Jak'a apnaqawi uñst'ayäwi  

ແລ້ວ​ພຣະເຈົ້າຢາເວ​ກໍ​ບອກ​ໂມເຊ​ວ່າ, “ຈົ່ງ​ລົງ​ໄປ​ເຕືອນ​ປະຊາຊົນ ບໍ່​ໃຫ້​ຂ້າມ​ເຂດ​ເຂົ້າ​ມາ​ເບິ່ງ​ພຣະເຈົ້າຢາເວ, ຖ້າ​ພວກເຂົາ​ຂືນ​ຂຶ້ນ​ມາ​ທີ່​ນີ້​ຈະ​ມີ​ຫລາຍ​ຄົນ​ຕາຍ.


ເວລາ​ທີ່​ອາໂຣນ​ເຂົ້າ​ໄປ​ໃນ​ບ່ອນ​ສັກສິດ​ທີ່ສຸດ ເພື່ອ​ເຮັດ​ພິທີ​ຊຳລະ​ໃຫ້​ໝົດ​ມົນທິນ​ຈົນ​ຮອດ​ເວລາ​ເພິ່ນ​ອອກ​ມາ​ນັ້ນ ຢ່າ​ໃຫ້​ຜູ້ໃດ​ຢູ່​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ. ເມື່ອ​ເພິ່ນ​ໄດ້​ເຮັດ​ພິທີ​ຊຳລະ​ຕົນເອງ, ຄົນ​ໃນ​ຄອບຄົວ ແລະ​ຊຸມຊົນ​ອິດສະຣາເອນ​ທັງໝົດ​ແລ້ວ


ດ້ວຍວ່າ, ມີ​ພຣະເຈົ້າ​ອົງ​ດຽວ ແລະ​ມີ​ຜູ້​ກາງ​ແຕ່​ຜູ້​ດຽວ ລະຫວ່າງ​ພຣະເຈົ້າ​ກັບ​ມະນຸດ ຄື​ພຣະຄຣິດເຈົ້າ​ເຢຊູ​ຜູ້​ຊົງ​ສະພາບ​ເປັນ​ມະນຸດ,


ເພາະວ່າ ຂໍ້ຄວາມ​ທີ່​ຊົງ​ບັນຍັດ​ໄວ້​ນັ້ນ ພວກເຂົາ​ທົນ​ບໍ່ໄດ້ ຄື​ວ່າ, “ແມ່ນແຕ່​ສັດເດຍລະສານ​ໂຕ​ໃດ​ໂຕໜຶ່ງ ຖ້າ​ຫາກ​ໄປ​ຕ້ອງ​ພູ​ນັ້ນ ກໍ​ຈະ​ຕ້ອງ​ຖືກ​ຄວ່າງ​ກ້ອນຫີນ​ໃສ່​ໃຫ້​ຕາຍ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka