2 ຈົ່ງເຮັດໃຫ້ແລ້ວໃນມື້ອື່ນຕອນເຊົ້າ ແລະຂຶ້ນມາພົບເຮົາຢູ່ເທິງພູເຂົາຊີນາຍພີ້.
ແລະມື້ຮື ໃຫ້ພວກເຂົາຕຽມພ້ອມ ໃນມື້ນັ້ນ ພຣະເຈົ້າຢາເວຈະລົງມາເທິງພູເຂົາຊີນາຍ ບ່ອນທີ່ປະຊາຊົນອິດສະຣາເອນທັງໝົດຈະເຫັນເຮົາ.
ພູເຂົາຊີນາຍທັງໜ່ວຍມີຄວັນປົກຄຸມຢູ່ ເພາະພຣະເຈົ້າຢາເວໄດ້ສະເດັດລົງມາໃນໄຟທີ່ເທິງພູນັ້ນ. ສະນັ້ນ ຄວັນທີ່ພຸ່ງຂຶ້ນມາ ຈຶ່ງຄືຄວັນທີ່ອອກມາຈາກເຕົາໄຟອັນໃຫຍ່ ແລະພູເຂົາທັງໜ່ວຍກໍສະທ້ານຫວັ່ນໄຫວຢ່າງໜັກ.
ພຣະເຈົ້າຢາເວໄດ້ສະເດັດລົງມາເທິງຈອມພູເຂົາຊີນາຍ, ພຣະເຈົ້າຢາເວເອີ້ນໂມເຊໃຫ້ຂຶ້ນໄປພົບພຣະອົງ ແລະໂມເຊກໍຂຶ້ນໄປ.
ພຣະເຈົ້າຢາເວໄດ້ຕອບວ່າ, “ຈົ່ງລົງໄປນຳເອົາອາໂຣນຂຶ້ນມາທີ່ນີ້ກັບເຈົ້າ, ແຕ່ສຳລັບພວກປະໂຣຫິດ ແລະປະຊາຊົນອິດສະຣາເອນນັ້ນ ຢ່າໃຫ້ພວກເຂົາຂ້າມເຂດຂຶ້ນມາຫາເຮົາຢ່າງເດັດຂາດ ຫລືຈະໃຫ້ເຮົາລົງໂທດພວກເຂົາ.”
ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊວ່າ, “ຈົ່ງຂຶ້ນມາຫາເຮົາທີ່ເທິງພູເຂົາ; ເມື່ອເຈົ້າມາຮອດທີ່ນີ້ແລ້ວ ເຮົາຈະໃຫ້ແຜ່ນຫີນສອງແຜ່ນ ຊຶ່ງບັນຈຸກົດບັນຍັດທັງໝົດທີ່ເຮົາໄດ້ຂຽນໄວ້ສຳລັບແນະນຳປະຊາຊົນ.”
ດັ່ງນັ້ນ ຂ້າພະເຈົ້າຈຶ່ງໄດ້ກົ້ມຂາບລົງຊ້ອງໜ້າພຣະເຈົ້າຢາເວສີ່ສິບວັນສີ່ສິບຄືນ ເພາະຂ້າພະເຈົ້າຮູ້ວ່າພຣະເຈົ້າຢາເວໄດ້ຕົກລົງໃຈທີ່ຈະທຳລາຍພວກເຈົ້າ.