Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 34:13 - ພຣະຄຳພີສັກສິ

13 ແຕ່​ກົງກັນຂ້າມ ຈົ່ງ​ມ້າງ​ແທ່ນບູຊາ, ທັບ​ມ້າງ​ເສົາ​ຫີນ​ສັກສິດ ແລະ​ປໍ້າ​ເສົາ​ໄມ້​ສັກສິດ ຊຶ່ງ​ເປັນ​ສັນຍາລັກ​ຂອງ​ເຈົ້າແມ່​ອາເຊຣາ​ຖິ້ມ.

Uka jalj uñjjattʼäta Copia luraña




ອົບພະຍົບ 34:13
25 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ຈະ​ລົງໂທດ​ຊາດ​ອິດສະຣາເອນ ແລະ​ຊົນຊາດ​ນີ້​ຈະ​ສັ່ນສະເທືອນ​ເໝືອນ​ຕົ້ນອໍ້​ຢູ່​ໃນ​ນໍ້າ. ພຣະອົງ​ຈະ​ຖອນ​ຮາກ​ປະຊາຊົນ​ແຫ່ງ​ຊາດ​ອິດສະຣາເອນ​ອອກ​ແຕ່​ດິນແດນ​ອັນ​ດີ​ນີ້ ທີ່​ພຣະອົງ​ໄດ້​ມອບ​ໃຫ້​ພວກ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ; ແລະ​ພຣະອົງ​ຈະ​ເຮັດ​ໃຫ້​ພວກເຂົາ​ກະຈັດ​ກະຈາຍ​ເລີຍ​ຟາກ​ແມ່ນໍ້າ​ເອີຟຣັດ​ໄປ ຍ້ອນ​ພວກເຂົາ​ໄດ້​ເຮັດ​ໃຫ້​ພຣະເຈົ້າຢາເວ​ໂກດຮ້າຍ ໂດຍ​ໄດ້​ສ້າງ​ຮູບເຄົາຣົບ​ຂອງ​ເຈົ້າແມ່​ອາເຊຣາ.


ພວກເຂົາ​ໄດ້​ທຳລາຍ​ເສົາ​ຂອງ​ພະບາອານ, ວິຫານ​ຂອງ​ພະບາອານ ແລະ​ເຮັດ​ໃຫ້​ເປັນ​ວິດຖ່າຍ ຊຶ່ງ​ຍັງ​ມີ​ຢູ່​ເທົ່າ​ທຸກ​ວັນນີ້.


ເພິ່ນ​ໄດ້​ທຳລາຍ​ບ່ອນ​ຂາບໄຫວ້​ຂອງ​ພະ​ຕ່າງຊາດ, ໄດ້​ທັບ​ເສົາ​ສັກສິດ ແລະ​ຕັດ​ຮູບ​ຂອງ​ເຈົ້າແມ່​ອາເຊຣາ. ເພິ່ນ​ຍັງ​ໄດ້​ທັບ​ຮູບ​ງູ​ທອງສຳຣິດ​ທີ່​ໂມເຊ​ໄດ້​ຫລໍ່​ຂຶ້ນ​ຊື່​ວ່າ ເນຮູຊະຕານ. ມາ​ຈົນເຖິງ​ເວລາ​ນັ້ນ ປະຊາຊົນ​ອິດສະຣາເອນ​ຍັງ​ເຜົາ​ເຄື່ອງຫອມ​ບູຊາ​ຮູບ​ງູທອງ​ນີ້​ຢູ່.


ກະສັດ​ໂຢສີຢາ​ໄດ້​ຕັດ​ເສົາ​ຫີນ​ເປັນ​ທ່ອນໆ ແລະ​ດຶງ​ຮູບ​ເຈົ້າແມ່​ອາເຊຣາ​ລົງ; ແລະ​ເພິ່ນ​ໄດ້​ເອົາ​ກະດູກ​ຄົນ​ຕາຍ​ຖົມ​ໃສ່​ດິນ​ບ່ອນ​ທີ່​ພວກເຂົາ​ຢືນ​ຢູ່​ນັ້ນ.


ເພິ່ນ​ໄດ້​ໂຄ່ນລົ້ມ​ແທ່ນບູຊາ​ຂອງ​ຊາວ​ຕ່າງດ້າວ ແລະ​ບ່ອນ​ຂາບໄຫວ້​ຂອງ​ຄົນ​ບໍ່​ນັບຖື​ພຣະເຈົ້າ ທັງ​ໄດ້​ທຳລາຍ​ເສົາ​ຫີນ​ສັກສິດ ແລະ​ໄດ້​ຕັດ​ສັນຍາລັກ​ຂອງ​ຮູບ​ເຈົ້າແມ່​ອາເຊຣາ​ລົງ.


ກະສັດ​ອາສາ​ໄດ້​ປົດ​ນາງ​ມາອາກາ ແມ່ເຖົ້າ​ຂອງຕົນ​ອອກ​ຈາກ​ຕຳແໜ່ງ​ແມ່​ຂອງ​ຣາຊີນີ ເພາະ​ນາງ​ໄດ້​ສ້າງ​ຮູບເຄົາຣົບ​ແຫ່ງ​ຄວາມ​ອຸດົມສົມບູນ​ຂາບໄຫວ້​ຄື ເຈົ້າແມ່​ອາເຊຣາ. ອາສາ​ໄດ້​ຕັດ​ຮູບເຄົາຣົບ​ນັ້ນ​ລົງ, ຟັນ​ເປັນ​ທ່ອນໆ ແລະ​ເຜົາ​ຖິ້ມ​ທີ່​ຮ່ອມພູ​ກິດໂຣນ.


ເພິ່ນ​ພາກພູມ​ໃຈ​ຫລາຍ​ທີ່​ໄດ້​ຮັບໃຊ້​ພຣະເຈົ້າຢາເວ ແລະ​ໄດ້​ທຳລາຍ​ບ່ອນ​ຂາບໄຫວ້​ຂອງ​ຄົນ​ບໍ່​ນັບຖື​ພຣະເຈົ້າ​ແລະ​ສັນຍາລັກ​ຂອງ​ເຈົ້າແມ່​ອາເຊຣາ​ໃນ​ຢູດາຍ​ຢ່າງ​ໝົດສິ້ນ.


ສະນັ້ນ ພວກເຂົາ​ໄດ້​ປະຖິ້ມ​ວິຫານ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ ແລະ​ພວກເຂົາ​ໄດ້​ເລີ່ມຕົ້ນ​ຂາບໄຫວ້​ຮູບເຄົາຣົບ ແລະ​ຮູບ​ເຈົ້າແມ່​ອາເຊຣາ. ຄວາມ​ສຳນຶກ​ຜິດ​ໃນ​ການບາບ​ຂອງ​ພວກເຂົາ​ໃນ​ຄັ້ງ​ນີ້ ໄດ້​ເຮັດ​ໃຫ້​ພຣະເຈົ້າຢາເວ​ໂກດຮ້າຍ​ຢູດາຍ​ແລະ​ນະຄອນ​ເຢຣູຊາເລັມ.


ຫລັງຈາກ​ເທດສະການ​ສະຫລອງ​ສິ້ນສຸດ​ລົງ​ແລ້ວ ປະຊາຊົນ​ອິດສະຣາເອນ​ທັງໝົດ​ໄດ້​ໄປ​ທີ່​ເມືອງ​ຕ່າງໆ​ໃນ​ຢູດາຍ ແລະ​ໄດ້​ທັບ​ເສົາ​ຫີນ, ຟັນ​ສັນຍາລັກ​ຂອງ​ເຈົ້າແມ່​ອາເຊຣາ ແລະ​ທຳລາຍ​ແທ່ນບູຊາ​ພ້ອມ​ທັງ​ບ່ອນ​ຂາບໄຫວ້​ອື່ນໆ​ຖິ້ມ​ໝົດ. ຕາມ​ເມືອງ​ຕ່າງໆ​ຂອງ​ຢູດາຍ ແລະ​ເຂດແດນ​ຕ່າງໆ​ຂອງ​ເຜົ່າ​ເບັນຢາມິນ, ເອຟຣາອິມ ແລະ​ມານາເຊ ພວກເຂົາ​ກໍໄດ້​ເຮັດ​ຄືກັນ; ແລ້ວ​ພວກເຂົາ​ກໍ​ແຍກຍ້າຍ​ກັນ​ກັບຄືນ​ເມືອ​ເຮືອນ​ຂອງ​ໃຜ​ລາວ.


ຄຳພາວັນນາ​ອະທິຖານ​ຂອງ​ກະສັດ​ພ້ອມ​ທັງ​ຄຳຕອບ​ຂອງ​ພຣະເຈົ້າ ແລະ​ເລື່ອງ​ການ​ເຮັດ​ບາບ​ຕ່າງໆ​ກ່ອນ​ເພິ່ນ​ກັບໃຈ​ໃໝ່ ເຊັ່ນ: ການກະທຳ​ຊົ່ວ​ຂອງ​ເພິ່ນ, ບ່ອນ​ຂາບໄຫວ້​ຂອງ​ຄົນ​ບໍ່​ນັບຖື​ພຣະເຈົ້າ ສັນຍາລັກ​ຂອງ​ເຈົ້າແມ່​ອາເຊຣາ ຊຶ່ງ​ເພິ່ນ​ໄດ້​ເຮັດ​ຂຶ້ນ ແລະ​ຮູບເຄົາຣົບ​ທີ່​ເພິ່ນ​ຂາບໄຫວ້ ແມ່ນ​ໄດ້​ບັນທຶກ​ໄວ້​ໃນ ປຶ້ມ​ປະຫວັດສາດ​ຂອງ​ພວກ​ຜູ້ທຳນວາຍ.


ຢ່າ​ຂາບໄຫວ້​ພະ​ຂອງ​ພວກເຂົາ ຫລື​ນະມັດສະການ​ພະ​ເຫຼົ່ານັ້ນ​ເດັດຂາດ ແລະ​ຢ່າ​ນຳ​ເອົາ​ພິທີ​ປະຕິບັດ​ທາງ​ສາສະໜາ​ຂອງ​ພວກເຂົາ​ມາ​ໃຊ້. ຈົ່ງ​ທຳລາຍ​ບັນດາ​ພະ​ຂອງ​ພວກເຂົາ ພ້ອມທັງ​ທັບ​ເສົາ​ຫີນ​ສັກສິດ​ໃຫ້​ໝຸ່ນ​ທະລາຍ.


ພວກເຂົາ​ຈະ​ບໍ່​ເພິ່ງພາ​ອາໄສ​ແທ່ນບູຊາ ທີ່​ພວກເຂົາ​ໄດ້​ເຮັດ​ດ້ວຍ​ມື​ຂອງ​ເຂົາເອງ ຫລື​ໄວ້ວາງໃຈ​ໃນ​ສີມື​ຂອງຕົນເອງ​ອີກ​ຕໍ່ໄປ ເຊັ່ນ: ຮູບ​ເຈົ້າແມ່​ອາເຊຣາ​ແລະ​ແທ່ນເຜົາ​ເຄື່ອງຫອມ​ບູຊາ​ຕ່າງໆ.


ແຕ່​ບາບ​ຂອງ​ຊາດ​ອິດສະຣາເອນ​ຈະ​ໄດ້​ຮັບ​ການ​ໃຫ້​ອະໄພ ກໍ​ຕໍ່​ເມື່ອ​ຫີນ​ແທ່ນບູຊາ​ຂອງ​ຜູ້​ທີ່​ບໍ່​ນັບຖື​ພຣະເຈົ້າ​ຖືກ​ທຳລາຍ​ດັ່ງ​ຂີ້​ສໍຂາວ ແລະ​ທັງ​ບໍ່ມີ​ສັນຍາລັກ​ຕ່າງໆ​ຂອງ​ເຈົ້າແມ່​ອາເຊຣາ ຫລື​ແທ່ນ​ເຜົາ​ເຄື່ອງຫອມ​ບູຊາ​ເຫຼືອ​ຢູ່​ເລີຍ.


ປະຊາຊົນ​ຂອງເຈົ້າ​ຂາບໄຫວ້​ທີ່​ແທ່ນບູຊາ​ແລະ​ທີ່​ເສົາ​ໄມ້​ສັກສິດ ອັນ​ເປັນ​ສັນຍາລັກ​ຂອງ​ເຈົ້າແມ່​ອາເຊຣາ, ຕາມ​ກ້ອງ​ກົກໄມ້​ໃບຂຽວ, ຕາມ​ເນີນ​ທີ່ສູງ​ຕ່າງໆ,


ເຮົາ​ຈະ​ຖອນ​ຮູບ​ຕ່າງໆ​ຂອງ​ເຈົ້າແມ່​ອາເຊຣາ ໃນ​ດິນແດນ​ຂອງ​ພວກເຈົ້າ​ຖິ້ມ ແລະ​ຈະ​ທຳລາຍ​ເມືອງ​ຕ່າງໆ​ຂອງ​ພວກເຈົ້າ​ອີກ​ດ້ວຍ.


ພວກເຈົ້າ​ຕ້ອງ​ຂັບໄລ່​ປະຊາຊົນ​ໃນ​ດິນແດນ​ນັ້ນ​ອອກ​ໄປ​ໃຫ້​ໝົດ. ໃຫ້​ທຳລາຍ​ເສົາ​ຫີນ​ແລະ​ຮູບເຄົາຣົບ​ທີ່​ເປັນ​ໂລຫະ​ພ້ອມ​ບ່ອນ​ນະມັດສະການ​ຮູບ​ເຫຼົ່ານັ້ນ​ທັງໝົດ​ຖິ້ມ.


ເມື່ອ​ສ້າງ​ແທ່ນບູຊາ​ຖວາຍ​ແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຢ່າ​ຕັ້ງ​ເສົາ​ໄມ້​ຂຶ້ນ​ຄຽງຂ້າງ​ທີ່​ເປັນ​ສັນຍາລັກ​ຂອງ​ເຈົ້າແມ່​ອາເຊຣາ.


ຢ່າ​ສ້າງ​ເສົາ​ຫີນ​ໃດໆ​ເປັນ​ຮູບເຄົາຣົບ​ໄວ້​ຂາບໄຫວ້ ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຽດຊັງ​ສິ່ງ​ເຫຼົ່ານີ້.”


ເຫດສະນັ້ນ ຈົ່ງ​ມ້າງ​ແທ່ນບູຊາ, ທັບ​ເສົາ​ຫີນ​ສັກສິດ​ໃຫ້​ໝຸ່ນ, ປໍ້າ​ເສົາ​ສັນຍາລັກ​ຂອງ​ເຈົ້າແມ່​ອາເຊຣາ ແລະ​ເຜົາ​ຮູບເຄົາຣົບ​ທັງຫລາຍ​ຖິ້ມ​ເສຍ.


ພວກເຈົ້າ​ບໍ່​ຕ້ອງ​ເຮັດ​ຄຳສັນຍາ​ໃດໆ​ກັບ​ປະຊາຊົນ​ທີ່​ຢູ່​ໃນ​ດິນແດນ​ນີ້. ພວກເຈົ້າ​ຈະ​ຕ້ອງ​ທຳລາຍ​ຖິ້ມ​ໝົດ​ແທ່ນບູຊາ​ຂອງ​ພວກເຂົາ.’ ແຕ່​ພວກເຈົ້າ​ບໍ່​ເຮັດ​ຕາມ​ທີ່​ເຮົາ​ໄດ້​ບອກ​ໄວ້. ພວກເຈົ້າ​ກັບ​ໄປ​ເຮັດ​ໃນ​ສິ່ງ​ທີ່​ກົງກັນຂ້າມ


ໃນ​ຄືນ​ຂອງ​ມື້ນັ້ນ ພຣະເຈົ້າຢາເວ​ໄດ້​ບອກ​ກີເດໂອນ​ວ່າ, “ຈົ່ງ​ຢຶດ​ງົວເຖິກ​ຂອງ​ພໍ່ເຈົ້າ​ພ້ອມ​ທັງ​ງົວເຖິກ​ໂຕໜຶ່ງ​ອີກ​ອາຍຸ​ເຈັດ​ປີ; ຈົ່ງ​ທຳລາຍ​ແທ່ນບູຊາ​ທີ່​ພໍ່​ຂອງ​ເຈົ້າ​ເຮັດ​ໄວ້​ສຳລັບ​ພະບາອານ ແລະ​ຈົ່ງ​ຕັດ​ເສົາ​ສັກສິດ​ທີ່​ເປັນ​ສັນຍາລັກ​ແຫ່ງ​ເຈົ້າແມ່​ອາເຊຣາ ທີ່​ຢູ່​ທາງ​ຂ້າງ​ນັ້ນ​ລົງ​ສາ.


ຈົ່ງ​ສ້າງ​ແທ່ນບູຊາ​ທີ່​ແໜ້ນແກ່ນ​ສຳລັບ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ ທີ່​ເທິງ​ຈອມ​ໂພນ​ນີ້. ແລ້ວ​ຈົ່ງ​ເຜົາ​ງົວເຖິກ​ໂຕ​ທີ​ສອງ ທັງ​ໂຕ​ຖວາຍ​ເປັນ​ເຄື່ອງບູຊາ ໂດຍ​ເອົາ​ເສົາ​ສັກສິດ​ທີ່​ເຈົ້າ​ໄດ້​ຕັດ​ລົງ​ນັ້ນ​ໃຊ້​ເປັນ​ຟືນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka