12 ຢ່າເຮັດຂໍ້ຕົກລົງໃດໆກັບປະຊາຊົນໃນດິນແດນ ທີ່ເຈົ້າກຳລັງຈະເຂົ້າໄປຢູ່ນີ້ເດັດຂາດ ເພາະສິ່ງນັ້ນຈະເປັນບ້ວງແຮ້ວອັນຮ້າຍກາດດັກຈັບພວກເຈົ້າ.
ເພິ່ນເອົາຍິງເຫຼົ່ານີ້ມາເປັນເມຍ ແມ່ນວ່າພຣະເຈົ້າຢາເວໄດ້ສັ່ງຊາວອິດສະຣາເອນບໍ່ໃຫ້ແຕ່ງງານກັບຍິງເຫຼົ່ານີ້ ເພາະພວກເຂົາຈະເຮັດໃຫ້ຊາວອິດສະຣາເອນສັດຊື່ຕໍ່ບັນດາພະອື່ນ.
ພວກເຂົາໄດ້ຕັ້ງເສົາສັກສິດ ແລະຮູບເຈົ້າແມ່ອາເຊຣາ ໄວ້ຕາມເທິງເນີນພູຕ່າງໆ ແລະຢູ່ໃຕ້ຕົ້ນໄມ້ໃຫຍ່ທຸກກົກ.
ສະນັ້ນ ພວກເຂົາໄດ້ປະຖິ້ມວິຫານຂອງພຣະເຈົ້າຢາເວ ພຣະເຈົ້າຂອງບັນພະບຸລຸດຂອງພວກເຂົາ ແລະພວກເຂົາໄດ້ເລີ່ມຕົ້ນຂາບໄຫວ້ຮູບເຄົາຣົບ ແລະຮູບເຈົ້າແມ່ອາເຊຣາ. ຄວາມສຳນຶກຜິດໃນການບາບຂອງພວກເຂົາໃນຄັ້ງນີ້ ໄດ້ເຮັດໃຫ້ພຣະເຈົ້າຢາເວໂກດຮ້າຍຢູດາຍແລະນະຄອນເຢຣູຊາເລັມ.
ພວກເຂົາໄດ້ຂາບໄຫວ້ຮູບເຄົາຣົບທັງຫລາຍ ເປັນເຫດແຫ່ງຄວາມຈິບຫາຍທີ່ພວກເຂົາໄດ້ຮັບ.
ພວກເຈົ້າຕ້ອງຂັບໄລ່ປະຊາຊົນໃນດິນແດນນັ້ນອອກໄປໃຫ້ໝົດ. ໃຫ້ທຳລາຍເສົາຫີນແລະຮູບເຄົາຣົບທີ່ເປັນໂລຫະພ້ອມບ່ອນນະມັດສະການຮູບເຫຼົ່ານັ້ນທັງໝົດຖິ້ມ.
ໃຫ້ຂ້າຄົນເຫຼົ່ານີ້ຖິ້ມໝົດເພື່ອວ່າພວກເຂົາຈະບໍ່ນຳພາພວກເຈົ້າ ໃຫ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໂດຍສອນພວກເຈົ້າໃຫ້ເຮັດໃນສິ່ງທີ່ໜ້າລັງກຽດ ເມື່ອພວກເຂົາຂາບໄຫວ້ບັນດາຮູບເຄົາຣົບຂອງພວກເຂົາ.
ພຣະເຈົ້າຢາເວຈະໃຫ້ພວກເຈົ້າມີໄຊຊະນະເໜືອພວກເຂົາ ແລະພວກເຈົ້າຕ້ອງເຮັດກັບພວກເຂົາແທ້ໆ ດັ່ງທີ່ຂ້າພະເຈົ້າໄດ້ບອກພວກເຈົ້າ.
ຈົ່ງທຳລາຍທຸກໆຊົນຊາດທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ມອບໄວ້ໃຕ້ອຳນາດຂອງພວກເຈົ້າ ແລະຢ່າສະແດງຄວາມເມດຕາໃດໆແກ່ພວກເຂົາ. ຢ່າຂາບໄຫວ້ບັນດາພະຂອງພວກເຂົາ ເພາະສິ່ງນັ້ນເປັນການທຳລາຍພວກເຈົ້າເອງ.
ແລະເມື່ອພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໃຫ້ຊົນຊາດເຫຼົ່ານີ້ ຢູ່ໃຕ້ອຳນາດຂອງພວກເຈົ້າ ແລະພວກເຈົ້າຊະນະພວກເຂົາແລ້ວ ຢ່າໄວ້ຊີວິດຂອງພວກເຂົາເປັນເດັດຂາດ. ຢ່າເຮັດສັນຍາໃດໆກັບພວກເຂົາ ຫລືສະແດງຄວາມເມດຕາຕໍ່ພວກເຂົາເລີຍ.
ແຕ່ຊາວອິດສະຣາເອນໄດ້ເວົ້າຕໍ່ຄົນຮີວີວ່າ, “ພວກເຈົ້າອາດຈະຢູ່ໃກ້ກັບພວກເຮົານີ້ກໍໄດ້ ດ້ວຍເຫດໃດພວກເຮົາຈຶ່ງຈະເຮັດຂໍ້ຕົກລົງກັບພວກເຈົ້າ?”
ເຮົາໄດ້ບອກພວກເຈົ້າແລ້ວວ່າ, ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ; ສະນັ້ນ ພວກເຈົ້າຈຶ່ງບໍ່ຕ້ອງຂາບໄຫວ້ບັນດາພະຂອງຊາວອາໂມໃນດິນແດນ ທີ່ພວກເຈົ້າກຳລັງອາໄສຢູ່ນີ້ ແຕ່ພວກເຈົ້າບໍ່ໄດ້ເຊື່ອຟັງເຮົາ.”
ກີເດໂອນໄດ້ເອົາເຄື່ອງເຫຼົ່ານີ້ມາສ້າງຮູບເຄົາຣົບ ແລະຕັ້ງໄວ້ໃນໂອຟະຣາ ເມືອງຂອງເພິ່ນເອງ. ຊາວອິດສະຣາເອນທຸກຄົນໄດ້ປະຖິ້ມພຣະເຈົ້າ ແລະໄປທີ່ເມືອງໂອຟຣາເພື່ອຂາບໄຫວ້ຮູບເຄົາຣົບນັ້ນ. ການກະທຳເຊັ່ນນີ້ເປັນບ້ວງແຮ້ວສຳລັບກີເດໂອນເອງ ແລະຄອບຄົວຂອງລາວ.