Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 34:11 - ພຣະຄຳພີສັກສິ

11 ຈົ່ງ​ເຮັດ​ຕາມ​ກົດບັນຍັດ​ຕ່າງໆ ທີ່​ເຮົາ​ກຳລັງ​ມອບ​ໃຫ້​ພວກເຈົ້າ​ໃນວັນນີ້. ເຮົາ​ຈະ​ຂັບໄລ່​ຊາວ​ອາໂມ, ຊາວ​ການາອານ, ຊາວ​ຮິດຕີ, ຊາວ​ເປຣີຊີ, ຊາວ​ຮີວີ ແລະ​ຊາວ​ເຢບຸດ​ອອກ​ໜີ ເມື່ອ​ພວກເຈົ້າ​ບຸກໜ້າ​ເຂົ້າ​ໄປ​ທີ່​ນັ້ນ.

Uka jalj uñjjattʼäta Copia luraña




ອົບພະຍົບ 34:11
23 Jak'a apnaqawi uñst'ayäwi  

ການາອານ​ຍັງ​ເປັນ​ປູ່ຍ່າຕາຍາຍ​ຂອງ​ຊົນຊາດ ດັ່ງ​ຕໍ່ໄປນີ້: ເຢບຸດ, ອາໂມ, ກີກາຊີ,


ໃນ​ເວລາ​ນັ້ນ ຂ້າພະເຈົ້າ​ກໍ​ຄົ້ນພົບ​ເຊັ່ນດຽວ​ກັນ​ວ່າ ມີ​ຜູ້ຊາຍ​ຢິວ​ຫລາຍ​ຄົນ​ໄດ້​ແຕ່ງງານ​ກັບ​ຜູ້ຍິງ​ຊາວ​ເມືອງ​ອາຊະໂດດ, ອຳໂມນ ແລະ​ໂມອາບ.


ເຮົາ​ຈະ​ເຮັດ​ໃຫ້​ສັດຕູ​ຂອງ​ພວກເຈົ້າ​ແຕກຕື່ນ​ເສຍຂວັນ; ເຮົາ​ຈະ​ຂັບໄລ່​ຊາວ​ຮີວີ, ຊາວ​ການາອານ ແລະ​ຊາວ​ຮິດຕີ ອອກ​ໜີ​ໃນ​ຂະນະທີ່​ພວກເຈົ້າ​ບຸກໜ້າ​ເຂົ້າ​ໄປ.


ເຮົາ​ຕັດສິນໃຈ​ແລ້ວ​ວ່າ ຈະ​ນຳ​ພວກເຈົ້າ​ອອກ​ໄປ​ຈາກ​ປະເທດ​ເອຢິບ ບ່ອນ​ທີ່​ພວກເຈົ້າ​ທົນທຸກ​ຢູ່​ນີ້ ແລະ​ເຮົາ​ຈະ​ນຳພາ​ພວກເຈົ້າ​ເຂົ້າ​ໄປ​ສູ່​ດິນແດນ​ທີ່​ອຸດົມສົມບູນ ແລະ​ຮັ່ງມີ​ຄື: ດິນແດນ​ຂອງ​ຊາວ​ການາອານ, ຊາວ​ຮິດຕີ, ຊາວ​ອາໂມ, ຊາວ​ເປຣີຊີ, ຊາວ​ຮີວີ ແລະ​ຊາວ​ເຢບຸດ.’


ສະນັ້ນ ເຮົາ​ຈຶ່ງ​ລົງ​ມາ​ຊ່ວຍກູ້​ພວກເຂົາ​ໃຫ້​ພົ້ນ​ຈາກ​ການ​ທາລຸນ​ຂອງ​ຊາວ​ເອຢິບ; ເພື່ອ​ນຳພາ​ພວກເຂົາ​ໄປ​ສູ່​ດິນແດນ​ທີ່​ອຸດົມສົມບູນ ແລະ​ຮັ່ງມີ​ບ່ອນ​ທີ່​ຊາວ​ການາອານ, ຮິດຕີ, ອາໂມ, ເປຣີຊີ, ຮີວີ ແລະ​ຊາວ​ເຢບຸດ​ອາໄສ​ຢູ່​ໃນ​ເວລາ​ນີ້.


ເຮົາ​ຈະ​ສົ່ງ​ເທວະດາ​ນຳ​ໜ້າ​ພວກເຈົ້າ​ໄປ ແລະ​ເຮົາ​ຈະ​ຂັບໄລ່​ຊາວ​ການາອານ, ອາໂມ, ຮິດຕີ, ເປຣີຊີ, ຮີວີ ແລະ​ຊາວ​ເຢບຸດ ອອກ​ໄປ.


ພວກ​ຂ້ານ້ອຍ​ຕ້ອງ​ເດີນທາງ​ສາມ​ວັນ ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ເພື່ອ​ຖວາຍ​ເຄື່ອງ​ບູຊາ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ຕາມ​ທີ່​ພຣະອົງ​ໄດ້​ສັ່ງ​ໄວ້.”


ສັ່ງສອນ​ພວກເຂົາ​ໃຫ້​ຖື​ຮັກສາ​ທຸກໆ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ພວກເຈົ້າ​ໄວ້​ແລ້ວ​ນັ້ນ ນີ້​ແຫຼະ ເຮົາ​ຢູ່​ກັບ​ເຈົ້າ​ທັງຫລາຍ​ທຸກໆ​ວັນ​ຈົນ​ສິ້ນ​ໂລກນີ້.”


“ຜູ້​ທີ່​ມີ​ກົດບັນຍັດ​ຂອງເຮົາ ແລະ​ເຊື່ອຟັງ​ກົດບັນຍັດ​ນັ້ນ ແມ່ນ​ຜູ້ນັ້ນ​ແຫຼະ ທີ່​ຮັກ​ເຮົາ ພຣະບິດາເຈົ້າ​ຂອງເຮົາ​ຈະ​ຮັກ​ຜູ້​ທີ່​ຮັກ​ເຮົາ ແລະ​ເຮົາ​ຈະ​ຮັກ​ເຂົາ​ເໝືອນກັນ ທັງ​ຈະ​ປາກົດ​ຕົວ​ເຮົາ​ໃຫ້​ແກ່​ເຂົາ.”


ຈົ່ງ​ລະວັງ​ໃຫ້​ດີ ແລະ​ຈົ່ງ​ເຊື່ອຟັງ​ຢ່າງ​ສັດຊື່​ໃນ​ທຸກໆ​ສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ສັ່ງ​ພວກເຈົ້າ; ແລ້ວ​ພວກເຈົ້າ​ພ້ອມ​ທັງ​ລູກຫລານ​ກໍ​ຈະ​ຢູ່ເຢັນ​ເປັນສຸກ​ຕະຫລອດໄປ ເພາະ​ພວກເຈົ້າ​ກະທຳ​ສິ່ງ​ທີ່​ຖືກຕ້ອງ​ແລະ​ສິ່ງ​ທີ່​ພໍໃຈ ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.”


ຈົ່ງ​ເຮັດ​ທຸກສິ່ງ​ຕາມ​ທີ່​ຂ້າພະເຈົ້າ​ໄດ້​ສັ່ງ​ໄວ້; ຢ່າ​ຕື່ມ​ສິ່ງໃດ​ສິ່ງໜຶ່ງ ຫລື​ຕັດ​ສິ່ງໃດ​ສິ່ງໜຶ່ງ​ເດັດຂາດ.”


“ຖ້າ​ພວກເຈົ້າ​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ປະຕິບັດ​ຢ່າງ​ສັດຊື່​ຕາມ​ພຣະ​ຄຳສັ່ງ​ທຸກ​ຂໍ້ ທີ່​ຂ້າພະເຈົ້າ​ກຳລັງ​ໃຫ້​ພວກເຈົ້າ​ວັນນີ້; ພຣະອົງ​ຈະ​ບັນດານ​ໃຫ້​ພວກເຈົ້າ​ເປັນ​ໃຫຍ່​ກວ່າ​ຊົນຊາດ​ອື່ນໆ​ເທິງ​ແຜ່ນດິນ​ໂລກ.


ພຣະເຈົ້າ​ຄຸ້ມຄອງ​ໄດ້​ຢູ່​ບໍ່​ຂາດ​ຕະຫລອດໄປ ອູ້ມ​ຊູ​ເຈົ້າ​ສືບ​ໄປ​ດ້ວຍ​ແຂນ​ອັນ​ຊົງ​ຣິດອຳນາດ ພຣະອົງ​ໄດ້​ໄລ່​ສັດຕູ​ອອກ​ເມື່ອ​ເຈົ້າ​ບຸກລຸກ​ເຂົ້າ​ໄປ ແລະ​ບອກ​ເຈົ້າ​ໃຫ້​ທຳລາຍ​ພວກເຂົາ​ຈົນ​ດັບ​ສິ້ນ.


ຈົ່ງ​ປະຕິບັດ​ຕາມ​ກົດບັນຍັດ​ແລະ​ຂໍ້​ຄຳສັ່ງ​ທຸກ​ຂໍ້​ຂອງ​ພຣະອົງ ທີ່​ຂ້າພະເຈົ້າ​ໄດ້​ໃຫ້​ພວກເຈົ້າ​ໃນວັນນີ້ ແລະ​ພວກເຈົ້າ​ພ້ອມ​ລູກຫລານ​ກໍ​ຈະ​ຢູ່ເຢັນ​ເປັນ​ສຸກ. ພວກເຈົ້າ​ຈະ​ສືບຕໍ່​ອາໄສ​ຢູ່​ໃນ​ດິນແດນ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ກຳລັງ​ຈະ​ມອບ​ໃຫ້​ພວກເຈົ້າ​ນີ້​ຕະຫລອດໄປ.”


ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ໃຫ້​ແນ່ໃຈ​ວ່າ ພວກເຈົ້າ​ປະຕິບັດ​ຕາມ​ທຸກໆ​ສິ່ງ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ສັ່ງ​ໄວ້​ນັ້ນ. ຢ່າ​ຝ່າຝືນ​ກົດບັນຍັດ​ຂໍ້ໜຶ່ງ​ຂໍ້ໃດ​ຢ່າງ​ເດັດຂາດ.


ຖ້າ​ພວກເຮົາ​ເຊື່ອຟັງ​ຢ່າງ​ສັດຊື່​ທຸກໆ​ສິ່ງ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ສັ່ງ​ພວກເຮົາ ພຣະອົງ​ກໍ​ຈະ​ພໍໃຈ​ນຳ​ພວກເຮົາ.”’


ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ເຊື່ອຟັງ​ແລະ​ປະຕິບັດ​ຕາມ​ກົດບັນຍັດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ແລ້ວ​ພວກເຈົ້າ​ກໍ​ຈະ​ຢູ່ເຢັນ​ເປັນສຸກ ແລະ​ກາຍເປັນ​ຊົນຊາດ​ໜຶ່ງ​ທີ່​ມີ​ອຳນາດ ພວກເຈົ້າ​ຈະ​ມີ​ຊີວິດ​ຢູ່​ໃນ​ດິນແດນ​ທີ່​ອຸດົມສົມບູນ​ແລະ​ຮັ່ງມີ ຕາມ​ທີ່​ພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ໄດ້​ສັນຍາ​ໄວ້.


ຈົ່ງ​ລະນຶກເຖິງ​ໂຣກ​ລະບາດ​ອັນ​ໜ້າຢ້ານກົວ ຊຶ່ງ​ພວກເຈົ້າ​ໄດ້​ເຫັນ​ກັບ​ຕາ ການ​ອັດສະຈັນ​ແລະ​ໝາຍສຳຄັນ​ຕ່າງໆ ພ້ອມ​ທັງ​ຣິດທານຸພາບ​ແລະ​ພະລັງ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ນຳພາ​ພວກເຈົ້າ​ອອກ​ມາ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ທຳລາຍ​ຊົນຊາດ​ທັງໝົດ​ເຫຼົ່ານີ້ ທີ່​ພວກເຈົ້າ​ຢ້ານກົວ​ຢູ່​ໃນ​ເວລາ​ນີ້.


ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຈະ​ຂັບໄລ່​ຊົນຊາດ​ເຫຼົ່ານັ້ນ​ໃຫ້​ຖອຍໜີ​ຈາກ​ພວກເຈົ້າ ໃນ​ຂະນະທີ່​ພວກເຈົ້າ​ບຸກໜ້າ​ເຂົ້າ​ໄປ. ພວກເຈົ້າ​ຈະ​ໄດ້​ດິນແດນ​ຂອງ​ພວກເຂົາ ຕາມ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ສັນຍາ​ໄວ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka