Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 34:10 - ພຣະຄຳພີສັກສິ

10 ພຣະອົງ​ໄດ້​ກ່າວ​ແກ່​ໂມເຊ​ວ່າ, “ບັດນີ້ ເຮົາ​ຈະ​ເຮັດ​ພັນທະສັນຍາ​ກັບ​ປະຊາຊົນ​ອິດສະຣາເອນ. ເຮົາ​ຈະ​ເຮັດ​ສິ່ງ​ອັນ​ຍິ່ງ​ໃຫ່ຍ​ໃນ​ທ່າມກາງ​ພວກເຂົາ ຊຶ່ງ​ບໍ່ເຄີຍ​ເຮັດ​ກັບ​ຊົນຊາດ​ໃດໆ​ໃນ​ໂລກ​ມາ​ກ່ອນ. ປະຊາຊົນ​ທັງໝົດ​ຈະ​ໄດ້​ເຫັນ​ການ​ອັນ​ຍິ່ງໃຫຍ່ ທີ່​ພຣະເຈົ້າຢາເວ​ໄດ້​ກະທຳ ເພາະ​ເຮົາ​ກຳລັງ​ຈະ​ເຮັດ​ສິ່ງ​ອັນ​ໜ້າຢ້ານກົວ​ສຳລັບ​ເຈົ້າ.

Uka jalj uñjjattʼäta Copia luraña




ອົບພະຍົບ 34:10
28 Jak'a apnaqawi uñst'ayäwi  

ໃນ​ໂລກນີ້​ບໍ່ມີ​ຊົນຊາດ​ໃດ​ເໝືອນ​ຊາດ​ອິດສະຣາເອນ ຊຶ່ງ​ພຣະອົງ​ໄດ້​ຊົງ​ໄຖ່​ເອົາ​ມາ​ຈາກ​ການ​ເປັນ​ທາດຮັບໃຊ້​ເພື່ອ​ໃຫ້​ເປັນ​ຄົນ​ຂອງ​ພຣະອົງ. ຄວາມ​ຍິ່ງໃຫຍ່​ແລະ​ການ​ອັດສະຈັນ​ທີ່​ພຣະອົງ​ໄດ້​ກະທຳ​ໃຫ້​ພວກເຂົາ​ນັ້ນ ໄດ້​ນຳ​ຊື່ສຽງ​ຂອງ​ພຣະອົງ​ແຜ່​ໄປ​ທົ່ວ​ໂລກ. ພຣະອົງ​ໄດ້​ຂັບໄລ່​ຊົນຊາດ​ຕ່າງໆ ແລະ​ບັນດາ​ພະ​ຂອງ​ພວກເຂົາ​ອອກ​ໄປ ໃນ​ຂະນະທີ່​ປະຊາຊົນ​ຂອງ​ພຣະອົງ​ບຸກໜ້າ​ເຂົ້າ​ໄປ ຄື​ປະຊາຊົນ​ທີ່​ພຣະອົງ​ໄດ້​ປົດປ່ອຍ​ອອກ​ມາ​ຈາກ​ປະເທດ​ເອຢິບ ເພື່ອ​ໃຫ້​ເປັນ​ຂອງ​ພຣະອົງ.


ສິ່ງ​ທີ່​ພຣະອົງ​ໄດ້​ເຮັດ​ນັ້ນ ໜ້າ​ອັດສະຈັນ​ຫລາຍ ເປັນ​ສິ່ງ​ປະຫລາດ​ໃຈ​ທີ່​ເກີດຂຶ້ນ​ໃນ​ທະເລແດງ​ນັ້ນ


ພຣະອົງ​ເທົ່ານັ້ນ​ທີ່​ເຮັດ​ການ​ອັດສະຈັນ​ອັນ​ຍິ່ງໃຫຍ່ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.


ພວກເຂົາ​ຈະ​ເວົ້າ​ເຖິງ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ທີ່​ພຣະອົງ​ໄດ້​ກະທຳ ແລະ​ຂ້ານ້ອຍ​ຈະ​ປະກາດ​ເຖິງ​ຣິດທານຸພາບ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ.


ພຣະອົງ​ບໍ່ໄດ້​ເຮັດ​ເຊັ່ນນີ້​ສຳລັບ​ຊົນຊາດ​ອື່ນໃດ ພວກເຂົາ​ຈຶ່ງ​ບໍ່ໄດ້​ຮູ້ຈັກ​ກົດບັນຍັດ. ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ເຖີດ.


ຂ້າແດ່​ພຣະເຈົ້າ ພຣະຜູ້ຊ່ວຍ​ໃຫ້ພົ້ນ​ຂອງ​ຂ້ານ້ອຍ ພຣະອົງ​ຕອບ​ພວກ​ຂ້ານ້ອຍ​ໂດຍ​ໃຫ້​ຄວາມ​ມີໄຊ ແລະ​ຊ່ວຍເຫລືອ​ໂດຍ​ການ​ອັດສະຈັນ​ຕ່າງໆ. ປະຊາຊົນ​ທົ່ວ​ໂລກ​ແລະ​ທີ່​ຟາກ​ນໍ້າ​ທີ່​ຫ່າງ​ໄກ ກໍ​ພາ​ກັນ​ເຊື່ອວາງໃຈ​ໃນ​ພຣະອົງ.


ຈົ່ງ​ເວົ້າ​ຕໍ່​ພຣະເຈົ້າ​ວ່າ, “ສິ່ງ​ທີ່​ພຣະອົງ​ກະທຳ​ນັ້ນ​ກໍ​ອັດສະຈັນ​ທີ່ສຸດ ຄື​ຣິດທານຸພາບ​ຍິ່ງໃຫຍ່ ຈົນ​ສັດຕູ​ກົ້ມຂາບ​ຕໍ່ໜ້າ​ພຣະອົງ​ດ້ວຍ​ຄວາມຢ້ານ.


ຈົ່ງ​ມາ​ເບິ່ງ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ຊົງ​ກະທຳ ການ​ອັດສະຈັນ​ທີ່​ຊົງ​ກະທຳ​ທ່າມກາງ​ມະນຸດ.


ພຣະເຈົ້າ ພຣະອົງ​ເປັນ​ທີ່​ໜ້າຢຳເກງ​ໃນ​ພຣະວິຫານ​ອັນ​ສັກສິດ​ຂອງ​ພຣະອົງ ແຕ່​ພຣະວິຫານ​ອັນ​ສັກສິດ​ຂອງ​ພຣະອົງ​ນັ້ນ ຄື​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ ຜູ້​ໃຫ້​ພະລັງ ແລະ​ອຳນາດ​ແກ່​ປະຊາຊົນ​ຂອງ​ພຣະອົງ. ສັນລະເສີນ​ພຣະເຈົ້າ.


ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ ພຣະອົງ​ເທົ່ານັ້ນ​ທີ່​ກະທຳ​ສິ່ງ​ອັດສະຈັນ​ເຫຼົ່ານີ້.


ພຣະອົງ​ໃຫ້​ກະສັດ​ຜູ້​ຈອງຫອງ​ຖ່ອມຕົວ ແລະ​ກະສັດ​ຜູ້​ຍິ່ງໃຫຍ່​ເກີດ​ມີ​ຄວາມຢ້ານ.


ພຣະອົງ​ເປັນ​ພຣະເຈົ້າ​ທີ່​ເຮັດ​ການ​ອັດສະຈັນ​ທັງຫຼາຍ ບັນດາ​ຊົນຊາດ​ກໍໄດ້​ເຫັນ​ຣິດທານຸພາບ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ.


ພຣະອົງ​ໄດ້​ຊົງ​ກະທຳ​ສິ່ງ​ອັດສະຈັນ​ທັງຫຼາຍ​ຕໍ່ໜ້າ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ ໃນ​ດິນແດນ​ເອຢິບ ຄື​ໃນ​ທົ່ງ​ໂຊອານ.


ແລ້ວ​ພຣະເຈົ້າຢາເວ​ກໍ​ບອກ​ໂມເຊ​ວ່າ, “ຈົ່ງ​ຂຽນ​ຂໍ້​ຄວາມ​ເຫຼົ່ານີ້​ໄວ້ ເພາະວ່າ​ແມ່ນ​ຫລັກ​ຂອງ​ພັນທະສັນຍາ ທີ່​ເຮົາ​ໄດ້​ເຮັດ​ໄວັ​ກັບ​ເຈົ້າ ແລະ​ປະຊາຊົນ​ອິດສະຣາເອນ.”


ໂມເຊ​ໄດ້​ຢູ່​ທີ່​ນັ້ນ​ກັບ​ພຣະເຈົ້າຢາເວ ເປັນ​ເວລາ​ສີ່ສິບ​ວັນ​ສີ່ສິບ​ຄືນ ໂດຍ​ບໍ່ໄດ້​ກິນ​ແລະ​ບໍ່ໄດ້​ດື່ມ​ຫຍັງ. ເພິ່ນ​ໄດ້​ຂຽນ​ຖ້ອຍຄຳ​ຕ່າງໆ​ຂອງ​ພັນທະສັນຍາ​ໃສ່​ລົງ​ໃນ​ແຜ່ນຫີນ ຄື​ຂຽນ​ຂໍ້ຄຳສັ່ງ​ສິບ​ປະການ.


ມີ​ຄັ້ງໜຶ່ງ ເມື່ອ​ພຣະອົງ​ໄດ້​ສະເດັດ​ມາ ແລະ​ເຮັດ​ສິ່ງ​ທີ່​ໜ້າຢ້ານກົວ​ຫລາຍ ຊຶ່ງ​ພວກ​ຂ້ານ້ອຍ​ບໍ່ໄດ້​ຄາດຫວັງ​ນັ້ນ; ພູເຂົາ​ທັງຫລາຍ​ໄດ້​ເຫັນ​ພຣະອົງ ແລະ​ຢ້ານກົວ​ຈົນ​ສັ່ນເຊັນ.


ໂດຍ​ການ​ອັດສະຈັນ ແລະ​ສິ່ງ​ທີ່​ໜ້າງຶດງໍ້​ຕ່າງໆ ທີ່​ເຫຼົ່າ​ສັດຕູ​ຂອງ​ພວກ​ຂ້ານ້ອຍ​ຢ້ານກົວ​ນັ້ນ ພຣະອົງ​ໄດ້​ໃຊ້​ຣິດທານຸພາບ​ນຳ​ປະຊາຊົນ​ອິດສະຣາເອນ​ອອກ​ມາ​ຈາກ​ປະເທດ​ເອຢິບ.


ໂຜດ​ເຮັດ​ການ​ອັດສະຈັນ​ສຳລັບ​ພວກ​ຂ້ານ້ອຍ​ທັງຫລາຍ​ດ້ວຍ​ເຖີດ ດັ່ງ​ທີ່​ພຣະອົງ​ໄດ້​ເຮັດ​ຄາວ​ທີ່​ພຣະອົງ​ໄດ້​ນຳພາ​ພວກ​ຂ້ານ້ອຍ​ທັງຫລາຍ ອອກ​ມາ​ຈາກ​ປະເທດ​ເອຢິບ.


ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ເພາະ​ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ພວກເຈົ້າ​ກໍ​ເຫັນ​ໂດຍ​ປະຈັກຕາ​ແລ້ວ​ເຖິງ​ຄວາມ​ຍິ່ງໃຫຍ່ ແລະ​ສິ່ງ​ອັດສະຈັນ​ທີ່​ພຣະອົງ​ໄດ້​ກະທຳ​ສຳລັບ​ພວກເຈົ້າ.


ເປັນຫຍັງ​ຄົນ​ຜູ້ດຽວ​ນັ້ນ ຈຶ່ງ​ຊະນະ​ຄົນ​ເປັນພັນ ແລະ​ເປັນຫຍັງ​ພຽງ​ສອງ​ຄົນ ຈຶ່ງ​ຊະນະ​ຄົນ​ເປັນ​ໝື່ນ? ກໍ​ເພາະວ່າ​ພຣະເຈົ້າ​ໄດ້​ປະຖິ້ມ​ພວກເຂົາ ພຣະເຈົ້າຢາເວ​ອົງ​ຍິ່ງໃຫຍ່​ໄດ້​ໃຫ້​ພວກເຂົາ​ພ່າຍແພ້.


ພຣະອົງ​ໄດ້​ບອກ​ພວກເຈົ້າ​ວ່າ​ຕ້ອງ​ເຮັດ​ຢ່າງ​ໃດ ເພື່ອ​ຖື​ຮັກສາ​ພັນທະສັນຍາ ທີ່​ພຣະອົງ​ໄດ້​ເຮັດ​ໄວ້​ກັບ​ພວກເຈົ້າ ຄື​ໃຫ້​ພວກເຈົ້າ​ປະຕິບັດ​ຕາມ​ພຣະ​ຄຳສັ່ງ​ສິບ​ຂໍ້ ທີ່​ພຣະອົງ​ໄດ້​ຈາລຶກ​ໄວ້​ໃນ​ຫີນ​ສອງ​ແຜ່ນ.


ຂ້າພະເຈົ້າ​ຢ້ານ​ພຣະເຈົ້າຢາເວ​ໂກດຮ້າຍ​ຫຼາຍ ເພາະ​ພຣະອົງ​ໂກດຮ້າຍ​ພໍ​ທີ່​ຈະ​ທຳລາຍ​ພວກເຈົ້າ​ໄດ້, ແຕ່​ອີກເທື່ອໜຶ່ງ​ພຣະເຈົ້າຢາເວ​ໄດ້​ຟັງ​ຂ້າພະເຈົ້າ.


ດັ່ງນັ້ນ ພວກ​ປະໂຣຫິດ​ຈຶ່ງ​ໄດ້​ເປົ່າແກ ແລະ​ພໍ​ຄົນ​ຂອງ​ໂຢຊວຍ​ໄດ້ຍິນ​ສຽງ​ແກ ພວກເຂົາ​ກໍ​ພາກັນ​ຮ້ອງ​ຂຶ້ນ​ເລວເສິກ​ດ້ວຍ​ສຽງດັງ ແລະ​ກຳແພງ​ເມືອງ​ກໍ​ເຈື່ອນ​ລົງ. ແລ້ວ​ກອງ​ທະຫານ​ທັງໝົດ​ກໍໄດ້​ມຸ້ງໜ້າ​ຂຶ້ນ​ໄປ​ສູ່​ເນີນພູ ແລະ​ຢຶດຄອງ​ເມືອງ​ທັນທີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka