1 ພຣະເຈົ້າຢາເວໄດ້ກ່າວຕໍ່ໂມເຊວ່າ, “ຈົ່ງຕັດຫີນສອງແຜ່ນໃຫ້ຄືເທື່ອທຳອິດ ແລະເຮົາຈະຂຽນຖ້ອຍຄຳຂອງຫີນສອງແຜ່ນທຳອິດທີ່ແຕກນັ້ນໃສ່.
ຂ້າແດ່ພຣະເຈົ້າຢາເວ ຖ້ອຍຄຳຂອງພຣະອົງນັ້ນດຳລົງຢູ່ສືບໄປ ເປັນພຣະຄຳອັນຊົ່ວນິຣັນໃນຟ້າສະຫວັນ.
ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊວ່າ, “ຈົ່ງຂຶ້ນມາຫາເຮົາທີ່ເທິງພູເຂົາ; ເມື່ອເຈົ້າມາຮອດທີ່ນີ້ແລ້ວ ເຮົາຈະໃຫ້ແຜ່ນຫີນສອງແຜ່ນ ຊຶ່ງບັນຈຸກົດບັນຍັດທັງໝົດທີ່ເຮົາໄດ້ຂຽນໄວ້ສຳລັບແນະນຳປະຊາຊົນ.”
ເມື່ອພຣະເຈົ້າໄດ້ກ່າວກັບໂມເຊທີ່ເທິງພູເຂົາຊີນາຍຈົບແລ້ວ ພຣະອົງໄດ້ເອົາຫີນສອງແຜ່ນ ຊຶ່ງໄດ້ຈາລຶກຂໍ້ຄຳສັ່ງຂອງພຣະອົງ ຊຶ່ງຂຽນໂດຍພຣະຫັດ(ມື)ຂອງພຣະເຈົ້າເອງນັ້ນ ຍື່ນໃຫ້ໂມເຊ.
ແມ່ນພຣະເຈົ້າເອງທີ່ໄດ້ເຮັດແຜ່ນຫີນ ແລະຈາລຶກຂໍ້ຄຳສັ່ງຂອງພຣະເຈົາໃສ່ໃນນັ້ນ.
ເມື່ອໂມເຊຮອດຄ້າຍພັກແລະເຫັນຮູບງົວຄຳ ທັງປະຊາຊົນກຳລັງຮ້ອງລຳທຳເພງກັນຢູ່ ເພິ່ນຈຶ່ງໂກດຮ້າຍຫຼາຍ. ເພິ່ນໄດ້ໂຍນແຜ່ນຫີນທີ່ເພິ່ນຖືມານັ້ນໃສ່ຕີນພູ ແລະແຜ່ນຫີນນັ້ນແຕກ.
ໂມເຊໄດ້ຢູ່ທີ່ນັ້ນກັບພຣະເຈົ້າຢາເວ ເປັນເວລາສີ່ສິບວັນສີ່ສິບຄືນ ໂດຍບໍ່ໄດ້ກິນແລະບໍ່ໄດ້ດື່ມຫຍັງ. ເພິ່ນໄດ້ຂຽນຖ້ອຍຄຳຕ່າງໆຂອງພັນທະສັນຍາໃສ່ລົງໃນແຜ່ນຫີນ ຄືຂຽນຂໍ້ຄຳສັ່ງສິບປະການ.
ດັ່ງນັ້ນ ໂມເຊຈຶ່ງຕັດຫີນເປັນສອງແຜ່ນຄືເທື່ອທຳອິດ ແລະມື້ຕໍ່ມາແຕ່ເດິກໆ ເພິ່ນກໍຖືແຜ່ນຫີນນັ້ນຂຶ້ນໄປເທິງພູເຂົາຊີນາຍ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້.
ແລ້ວຂ້າພະເຈົ້າກໍເອົາເຈ້ຍມ້ວນໜຶ່ງອີກມອບໃຫ້ບາຣຸກລູກຊາຍຂອງເນຣີຢາ ເລຂາທິການຂອງຂ້າພະເຈົ້າ ຂຽນທຸກຖ້ອຍຄຳຕາມຄຳບອກຂອງຂ້າພະເຈົ້າ. ລາວໄດ້ຂຽນຖ້ອຍຄຳທັງໝົດທີ່ມີຢູ່ໃນໜັງສືມ້ວນສະບັບທຳອິດ ແລະຍັງຕື່ມຂໍ້ຄວາມອີກຫລາຍຢ່າງ ທີ່ຄືກັນກັບທີ່ຂ້າພະເຈົ້າໄດ້ບອກໃຫ້ລາວຂຽນ.
ພຣະອົງໄດ້ບອກພວກເຈົ້າວ່າຕ້ອງເຮັດຢ່າງໃດ ເພື່ອຖືຮັກສາພັນທະສັນຍາ ທີ່ພຣະອົງໄດ້ເຮັດໄວ້ກັບພວກເຈົ້າ ຄືໃຫ້ພວກເຈົ້າປະຕິບັດຕາມພຣະຄຳສັ່ງສິບຂໍ້ ທີ່ພຣະອົງໄດ້ຈາລຶກໄວ້ໃນຫີນສອງແຜ່ນ.