Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 33:7 - ພຣະຄຳພີສັກສິ

7 ເມື່ອໃດ​ທີ່​ປະຊາຊົນ​ອິດສະຣາເອນ​ຕັ້ງ​ຄ້າຍພັກ​ອາໄສ​ຢູ່ ໂມເຊ​ກໍ​ກາງ​ຫໍເຕັນ​ບ່ອນ​ຊຸມນຸມ​ຂຶ້ນ​ຫ່າງ​ຈາກ​ຄ້າຍພັກ​ເມື່ອນັ້ນ. ຫໍເຕັນ​ນີ້​ເອີ້ນ​ວ່າ​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ຖ້າ​ຜູ້ໃດ​ຕ້ອງການ​ເຂົ້າ​ພົບ​ພຣະເຈົ້າຢາເວ ກໍ​ໃຫ້​ຜູ້ນັ້ນ​ອອກ​ໄປ​ທີ່​ຫໍເຕັນ​ນັ້ນ ຊຶ່ງ​ຕັ້ງ​ຢູ່​ນອກ​ບໍລິເວນ​ຄ້າຍ.

Uka jalj uñjjattʼäta Copia luraña




ອົບພະຍົບ 33:7
17 Jak'a apnaqawi uñst'ayäwi  

ໃນ​ຣາຊການ​ຂອງ​ກະສັດ​ດາວິດ​ນັ້ນ ການ​ອຶດຢາກ​ຢ່າງໜັກ​ໄດ້​ເກີດຂຶ້ນ​ເປັນ​ເວລາ​ສາມ​ປີ​ເຕັມ. ດັ່ງນັ້ນ ກະສັດ​ດາວິດ​ຈຶ່ງ​ຖາມ​ພຣະເຈົ້າຢາເວ​ກ່ຽວກັບ​ເລື່ອງ​ນີ້ ແລະ​ພຣະເຈົ້າຢາເວ​ໄດ້​ຕອບ​ເພິ່ນ​ວ່າ, “ໂຊນ​ແລະ​ຄອບຄົວ​ຂອງ​ລາວ​ມີ​ຄວາມຜິດ​ໃນ​ຖານ​ຂ້າ​ຄົນ, ລາວ​ໄດ້​ຂ້າ​ປະຊາຊົນ​ກີເບໂອນ.” (


ຂ້າແດ່​ພຣະເຈົ້າຢາເວ ເຫດໃດ​ພຣະອົງ​ຈຶ່ງ​ຢູ່​ຫ່າງໄກ? ແລະ​ຫລົບຊ່ອນ​ພຣະອົງ​ເມື່ອ​ພວກ​ຂ້ານ້ອຍ​ຍາກ​ລຳບາກ?


ໃຈ​ຂອງ​ຂ້ານ້ອຍ​ກ່າວ​ຕາງ​ພຣະອົງ​ວ່າ, “ຈົ່ງ​ສະແຫວງຫາ​ພຣະພັກ​ຂອງເຮົາ.” ຂ້ານ້ອຍ​ຕອບ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຈະ​ສະແຫວງຫາ​ພຣະພັກ​ຂອງ​ພຣະອົງ.”


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ໄດ້ເຫັນ​ເຫດການ​ນີ້ ຂໍ​ຢ່າ​ມິດງຽບ ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຂໍ​ຢ່າ​ໜີ​ໄກ​ຈາກ​ຂ້ານ້ອຍ​ທ້ອນ


ແລ້ວ​ເຢທະໂຣ​ກໍ​ຂ້າ​ສັດ​ເຜົາ​ທັງ​ໂຕ ແລະ​ເອົາ​ເຄື່ອງ​ບູຊາ​ອື່ນໆ​ຖວາຍ​ແກ່​ພຣະເຈົ້າ; ຝ່າຍ​ອາໂຣນ ແລະ​ພວກ​ຜູ້ນຳ​ກໍໄດ້​ໄປ​ຮ່ວມ​ກິນ​ເຂົ້າຈີ່​ຮ່ວມ​ກັບ​ພໍ່ເຖົ້າ​ຂອງ​ໂມເຊ ເພື່ອ​ເປັນ​ການ​ນະມັດສະການ​ພຣະເຈົ້າ.


ດັ່ງນັ້ນ ໂມເຊ​ຈຶ່ງ​ອອກ​ໄປ​ພົບ ແລະ​ຂາບລົງ​ຕໍ່ໜ້າ​ເຢທະໂຣ ແລະ​ທັງ​ຈູບ​ເພິ່ນ. ພວກເພິ່ນ​ໄດ້​ຖາມ​ເຖິງ​ຄວາມສຸກ​ທຸກ​ຂອງ​ກັນແລະກັນ ແລ້ວ​ກໍ​ພາກັນ​ໄປ​ສູ່​ເຕັນ​ບ່ອນ​ພັກ​ຂອງ​ໂມເຊ.


ເພາະສະນັ້ນ ປະຊາຊົນ​ອິດສະຣາເອນ​ຈຶ່ງ​ບໍ່ໄດ້​ໃສ່​ເຄື່ອງເອ້​ອີກ​ຕໍ່ໄປ ເມື່ອ​ຈາກ​ພູເຂົາ​ຊີນາຍ​ໄປ​ນັ້ນ.


ເມື່ອໃດ​ໂມເຊ​ອອກ​ຈາກ​ເຕັນ​ຂອງຕົນ​ໄປ​ທີ່​ຫໍເຕັນ ເມື່ອນັ້ນ​ປະຊາຊົນ​ຕ່າງ​ກໍ​ຢືນ​ຢູ່​ຕໍ່ໜ້າ​ຄ້າຍພັກ​ຂອງ​ໃຜ​ລາວ ເບິ່ງ​ໂມເຊ​ຍ່າງ​ເຂົ້າ​ໄປ​ໃນ​ຫໍເຕັນ.


ພຣະເຈົ້າຢາເວ​ຊົງ​ຮັບ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ຄົນ​ຊອບທຳ, ແຕ່​ພຣະອົງ​ບໍ່​ສົນໃຈ​ນຳ​ຄົນຊົ່ວ.


ເພາະ​ການບາບ​ຂອງ​ພວກເຈົ້າ​ເອງ ພຣະອົງ​ຈຶ່ງ​ບໍ່ໄດ້ຍິນ​ພວກເຈົ້າ​ຮ້ອງຂໍ​ໃຫ້​ຊ່ວຍເຫລືອ. ເມື່ອ​ພວກເຈົ້າ​ພະຍາຍາມ​ນະມັດສະການ​ພຣະເຈົ້າ ແມ່ນ​ການບາບ​ຂອງ​ພວກເຈົ້າ​ນັ້ນແຫລະ ທີ່​ແຍກ​ພວກເຈົ້າ​ຈາກ​ພຣະອົງ.


ແຕ່​ຖ້າ​ວ່າ​ພວກເຂົາ​ລ້ຽງດູ​ລູກ​ໄວ້ ເຮົາ​ຈະ​ເອົາ​ລູກ​ນັ້ນ​ໜີໄປ​ເສຍ ແລະ​ຈະ​ບໍ່​ປ່ອຍ​ໃຫ້​ຜູ້ໃດ​ມີ​ຊີວິດ​ຢູ່. ເມື່ອ​ເຮົາ​ປະຖິ້ມ​ປະຊາຊົນ​ເຫຼົ່ານີ້ ສິ່ງ​ທີ່​ໜ້າຢ້ານກົວ​ຈະ​ເກີດຂຶ້ນ​ກັບ​ພວກເຂົາ.”


ໃນ​ທີ່ນັ້ນ ພວກເຈົ້າ​ຈະ​ສະແຫວງ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ; ຖ້າ​ພວກເຈົ້າ​ສະແຫວງ​ຫາ​ພຣະອົງ​ດ້ວຍ​ສຸດໃຈ ພວກເຈົ້າ​ກໍ​ຈະ​ໄດ້​ພົບ​ພຣະອົງ.


ພຣະອົງ​ບົວລະບັດ​ຮັບໃຊ້​ເປັນ​ມະຫາ​ປະໂຣຫິດ​ຢູ່​ໃນ​ສະຖານທີ່​ສັກສິດ​ທີ່ສຸດ ຄື​ຢູ່​ໃນ​ຫໍເຕັນ​ສັກສິດ​ອັນ​ແທ້ຈິງ ຊຶ່ງ​ບໍ່ແມ່ນ​ມະນຸດ​ເປັນ​ຜູ້​ຕັ້ງ​ຂຶ້ນ ແຕ່​ແມ່ນ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຊົງ​ຕັ້ງ​ໄວ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka