Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 33:6 - ພຣະຄຳພີສັກສິ

6 ເພາະສະນັ້ນ ປະຊາຊົນ​ອິດສະຣາເອນ​ຈຶ່ງ​ບໍ່ໄດ້​ໃສ່​ເຄື່ອງເອ້​ອີກ​ຕໍ່ໄປ ເມື່ອ​ຈາກ​ພູເຂົາ​ຊີນາຍ​ໄປ​ນັ້ນ.

Uka jalj uñjjattʼäta Copia luraña




ອົບພະຍົບ 33:6
7 Jak'a apnaqawi uñst'ayäwi  

ມື້​ໜຶ່ງ ໃນ​ຂະນະທີ່​ໂມເຊ​ກຳລັງ​ລ້ຽງ​ຝູງແກະ ແລະ​ຝູງແບ້​ຂອງ​ເຢທະໂຣ ພໍ່​ເຖົ້າ​ຂອງຕົນ​ຜູ້​ທີ່​ເປັນ​ປະໂຣຫິດ​ຂອງ​ຊາວ​ມີດີອານ ລາວ​ໄດ້​ຕ້ອນ​ຝູງສັດ​ເລີຍ​ຂ້າມ​ຖິ່ນ​ແຫ້ງແລ້ງ​ກັນດານ​ໄປ​ທີ່​ຊີນາຍ​ພູເຂົາ​ຂອງ​ພຣະເຈົ້າ.


ດັ່ງນັ້ນ ປະຊາຊົນ​ອິດສະຣາເອນ​ທຸກຄົນ​ຈຶ່ງ​ໄດ້​ປົດ​ຕຸ້ມຫູ​ຄຳ​ຂອງຕົນ ມອບ​ໃຫ້​ອາໂຣນ.


ເມື່ອ​ປະຊາຊົນ​ໄດ້ຍິນ​ດັ່ງນີ້ ພວກເຂົາ​ກໍໄດ້​ໄວ້ທຸກ ແລະ​ບໍ່ມີ​ຜູ້ໃດ​ໃສ່​ເຄື່ອງ​ເອ້​ອີກ​ຕໍ່ໄປ.


ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ໃຫ້​ບອກ​ພວກເຂົາ​ວ່າ, “ພວກເຈົ້າ​ເປັນ​ຄົນ​ໃຈ​ແຂງ​ກະດ້າງ​ດື້ດຶງ. ຖ້າ​ເຮົາ​ໄປ​ກັບ​ພວກເຈົ້າ​ພຽງ​ເວລາ​ໜ້ອຍ​ດຽວ ເຮົາ​ອາດ​ທຳລາຍ​ພວກເຈົ້າ​ຈົນ​ໝົດ​ສິ້ນ​ກໍໄດ້. ບັດນີ້​ຈົ່ງ​ປົດ​ເຄື່ອງ​ເອ້​ຂອງ​ພວກເຈົ້າ​ອອກ​ສາ ແລະ​ເຮົາ​ຈະ​ຕັດສິນໃຈ​ວ່າ ຄວນ​ເຮັດ​ຢ່າງ​ໃດ​ດີ​ກັບ​ພວກເຈົ້າ​ໃນ​ຂັ້ນ​ຕໍ່ໄປ.”


ເມື່ອໃດ​ທີ່​ປະຊາຊົນ​ອິດສະຣາເອນ​ຕັ້ງ​ຄ້າຍພັກ​ອາໄສ​ຢູ່ ໂມເຊ​ກໍ​ກາງ​ຫໍເຕັນ​ບ່ອນ​ຊຸມນຸມ​ຂຶ້ນ​ຫ່າງ​ຈາກ​ຄ້າຍພັກ​ເມື່ອນັ້ນ. ຫໍເຕັນ​ນີ້​ເອີ້ນ​ວ່າ​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ຖ້າ​ຜູ້ໃດ​ຕ້ອງການ​ເຂົ້າ​ພົບ​ພຣະເຈົ້າຢາເວ ກໍ​ໃຫ້​ຜູ້ນັ້ນ​ອອກ​ໄປ​ທີ່​ຫໍເຕັນ​ນັ້ນ ຊຶ່ງ​ຕັ້ງ​ຢູ່​ນອກ​ບໍລິເວນ​ຄ້າຍ.


ເຈົ້າ​ຈະ​ຖືກ​ໂທດ​ຍ້ອນ​ຄວາມຊົ່ວ​ຂອງ​ເຈົ້າເອງ ເຈົ້າ​ຈະ​ຖືກ​ປະນາມ​ຍ້ອນ​ຫັນໜີ​ໄປ​ຈາກ​ເຮົາ​ນັ້ນ. ເຈົ້າ​ຈະ​ຮຽນຮູ້​ສິ່ງ​ຂື່ນຂົມ​ແລະ​ຜິດພາດ​ວ່າ​ເປັນ​ຢ່າງໃດ? ທີ່​ໄດ້​ປະຖິ້ມ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ ໂດຍ​ບໍ່ມີ​ຄວາມ​ເຄົາຣົບ ແລະ ຢຳເກງ​ເຮົາ​ອີກ​ຕໍ່ໄປ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫລະ.


ປະຊາຊົນ​ໃນ​ເມືອງ​ນີເນເວ​ເຊື່ອຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າ. ສະນັ້ນ ພວກເຂົາ​ຈຶ່ງ​ຕັດສິນໃຈ​ໃຫ້​ທຸກຄົນ ບໍ່​ວ່າ​ຄົນ​ຊັ້ນສູງ​ຫລື​ຄົນ​ຊັ້ນຕໍ່າ ຕ້ອງ​ອົດອາຫານ ແລະ​ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ ເພື່ອ​ສະແດງ​ວ່າ​ພວກເຂົາ​ສຳນຶກ​ຜິດ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka