ອົບພະຍົບ 33:5 - ພຣະຄຳພີສັກສິ5 ພຣະເຈົ້າຢາເວໄດ້ສັ່ງໂມເຊໃຫ້ບອກພວກເຂົາວ່າ, “ພວກເຈົ້າເປັນຄົນໃຈແຂງກະດ້າງດື້ດຶງ. ຖ້າເຮົາໄປກັບພວກເຈົ້າພຽງເວລາໜ້ອຍດຽວ ເຮົາອາດທຳລາຍພວກເຈົ້າຈົນໝົດສິ້ນກໍໄດ້. ບັດນີ້ຈົ່ງປົດເຄື່ອງເອ້ຂອງພວກເຈົ້າອອກສາ ແລະເຮົາຈະຕັດສິນໃຈວ່າ ຄວນເຮັດຢ່າງໃດດີກັບພວກເຈົ້າໃນຂັ້ນຕໍ່ໄປ.” Uka jalj uñjjattʼäta |
ຈົ່ງຈົດຈຳວ່າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ນຳພາພວກເຈົ້າ ໃນການເດີນທາງອັນຍາວນານນີ້ຜ່ານຖິ່ນແຫ້ງແລ້ງກັນດານ ເປັນເວລາ 40 ປີ ຢ່າງໃດ. ພຣະອົງກໍໄດ້ທົດສອບພວກເຈົ້າໃນຄວາມທຸກລຳບາກເໝືອນກັນ ເພື່ອຢາກຈະຢັ່ງຮູ້ຈິດໃຈຂອງພວກເຈົ້າວ່າເປັນຢ່າງໃດ ແລະພວກເຈົ້າຈະເຊື່ອຟັງຂໍ້ຄຳສັ່ງຂອງພຣະອົງຫລືບໍ່?