ອົບພະຍົບ 33:4 - ພຣະຄຳພີສັກສິ4 ເມື່ອປະຊາຊົນໄດ້ຍິນດັ່ງນີ້ ພວກເຂົາກໍໄດ້ໄວ້ທຸກ ແລະບໍ່ມີຜູ້ໃດໃສ່ເຄື່ອງເອ້ອີກຕໍ່ໄປ. Uka jalj uñjjattʼäta |
ບັນດາກະສັດທັງໝົດຜູ້ທີ່ເປັນເຈົ້າຖິ່ນຂອງທ້ອງທະເລຈະລົງຈາກບັນລັງຂອງຕົນ. ພວກເຂົາຈະຖືກບັງຄັບໃຫ້ແກ້ເຄື່ອງຊັ້ນນອກ ແລະເຄື່ອງນຸ່ງທີ່ປັກແສ່ວຂອງຕົນອອກ ແລະປະໃຫ້ນັ່ງສັ່ນເຊັນຕາມພື້ນດິນ. ພວກເຂົາຈະສະທ້ານຢ້ານກົວຫລາຍທີ່ສຸດຍ້ອນຊາຕາກຳຂອງເຈົ້າ ຈົນພວກເຂົາບໍ່ສາມາດຢຸດສັ່ນເຊັນໄດ້.
ຕໍ່ມາ ໂມເຊໄດ້ກ່າວກັບອາໂຣນ ແລະເອເລອາຊາແລະອີທາມາ ລູກຊາຍຂອງອາໂຣນວ່າ, “ຢ່າປ່ອຍຜົມໃຫ້ຫຍຸ້ງຫລືຈີກເຄື່ອງນຸ່ງຫົ່ມ ເພື່ອສະແດງວ່າພວກເຈົ້າກຳລັງໄວ້ທຸກ. ຖ້າພວກເຈົ້າເຮັດ ພວກເຈົ້າກໍຈະຕາຍ ແລະພຣະເຈົ້າຢາເວຈະໂກດຮ້າຍ ແລະລົງໂທດຊຸມຊົນທັງໝົດນີ້. ແຕ່ໃຫ້ພີ່ນ້ອງຊາວອິດສະຣາເອນຄົນອື່ນໆພາກັນໄວ້ທຸກ ຍ້ອນການຕາຍດ້ວຍໄຟທີ່ພຣະເຈົ້າຢາເວໄດ້ສົ່ງມາ.