Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 33:12 - ພຣະຄຳພີສັກສິ

12 ແລ້ວ​ໂມເຊ​ກໍ​ກ່າວ​ຕໍ່​ພຣະເຈົ້າຢາເວ​ວ່າ, “ພຣະອົງ​ໄດ້​ສັ່ງ​ໃຫ້​ຂ້ານ້ອຍ​ນຳພາ​ປະຊາຊົນ​ເຫຼົ່ານີ້ ແຕ່​ພຣະອົງ​ບໍ່ໄດ້​ສັນຍາ​ວ່າ ຈະ​ສົ່ງ​ຜູ້ໃດ​ມາ​ຊ່ວຍ​ຂ້ານ້ອຍ​ເລີຍ. ພຣະອົງ​ບອກ​ພຽງແຕ່​ວ່າ ພຣະອົງ​ຮູ້ຈັກ​ຂ້ານ້ອຍ​ດີ ແລະ​ພໍໃຈ​ນຳ​ຂ້ານ້ອຍ.

Uka jalj uñjjattʼäta Copia luraña




ອົບພະຍົບ 33:12
16 Jak'a apnaqawi uñst'ayäwi  

ເຮົາ​ໄດ້​ເລືອກ​ເອົາ​ລາວ ເພື່ອ​ວ່າ​ລາວ​ຈະ​ບອກສອນ​ລູກໆ​ກັບ​ເຊື້ອສາຍ​ຂອງ​ລາວ​ໃຫ້​ເຊື່ອຟັງ​ເຮົາ ທັງ​ປະພຶດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ຊອບທຳ. ເພື່ອ​ພຣະເຈົ້າຢາເວ​ຈະ​ປະທານ​ແກ່​ອັບຣາຮາມ ຕາມ​ສິ່ງທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ລາວ.”


ແລ້ວ​ກະສັດ​ກໍ​ກ່າວ​ແກ່​ຊາດົກ​ວ່າ, “ຈົ່ງ​ເອົາ​ຫີບ​ຂອງ​ພຣະເຈົ້າ​ກັບເມືອ​ສາ ຖ້າ​ພຣະເຈົ້າຢາເວ​ພໍໃຈ​ກັບ​ເຮົາ ໃນ​ມື້​ໜຶ່ງ​ຂ້າງ​ໜ້າ ພຣະອົງ​ຈະ​ໃຫ້​ເຮົາ​ກັບຄືນ​ມາ​ເຫັນ​ຫີບ​ນີ້​ແລະ​ເຫັນ​ບ່ອນ​ທີ່​ຫີບ​ນີ້​ຕັ້ງ​ຢູ່.


ເພາະວ່າ​ພຣະເຈົ້າຢາເວ ຊົງ​ພິທັກ​ຮັກສາ​ຄົນ​ຊອບທຳ ແຕ່​ທາງ​ຂອງ​ຄົນ​ອະທຳ​ຈະ​ຈິບຫາຍໄປ.


ບັດນີ້ ເຮົາ​ຈະ​ໃຊ້​ເຈົ້າ​ໄປ​ຫາ​ກະສັດ​ຟາໂຣ​ແຫ່ງ​ເອຢິບ ເພື່ອ​ນຳພາ​ປະຊາຊົນ​ຂອງເຮົາ​ອອກ​ໄປ​ຈາກ​ປະເທດ​ນັ້ນ.”


ເມື່ອ​ພຣະເຈົ້າຢາເວ​ເຫັນ​ໂມເຊ​ຍ່າງ​ເຂົ້າ​ມາ​ໃກ້, ພຣະອົງ​ຈຶ່ງ​ກ່າວ​ອອກ​ມາ​ຈາກ​ພຸ່ມໄມ້​ນັ້ນ​ວ່າ, “ໂມເຊ ໂມເຊ​ເອີຍ.” ໂມເຊ​ຈຶ່ງ​ຕອບ​ວ່າ, “ໂດຍ ຂ້ານ້ອຍ​ກຳລັງ​ຟັງ​ຢູ່.”


ບັດນີ້​ຈົ່ງ​ໄປ​ສາ ນຳ​ປະຊາຊົນ​ໃຫ້​ໄປ​ເຖິງ​ບ່ອນ​ທີ່​ເຮົາ​ໄດ້​ບອກ​ເຈົ້າ​ນັ້ນ. ຈົ່ງ​ຈົດຈຳ​ໄວ້​ວ່າ ເທວະດາ​ຂອງເຮົາ​ຈະ​ນຳ​ໜ້າ​ເຈົ້າ​ໄປ. ເມື່ອ​ເຖິງ​ເວລາ​ທີ່​ໄດ້​ກຳນົດ​ໄວ້​ແລ້ວ ເຮົາ​ຈະ​ລົງໂທດ​ພວກ​ທີ່​ໄດ້​ເຮັດ​ບາບ​ນັ້ນ.”


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ, “ຈົ່ງ​ຍ້າຍ​ຈາກ​ທີ່​ນີ້ ແລະ​ພາ​ປະຊາຊົນ​ທີ່​ເຈົ້າ​ໄດ້​ນຳ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ ໄປ​ສູ່​ດິນແດນ​ທີ່​ເຮົາ​ໄດ້​ສັນຍາ​ໄວ້​ວ່າ​ຈະ​ມອບ​ໃຫ້​ອັບຣາຮາມ, ອີຊາກ, ຢາໂຄບ, ແລະ​ເຊື້ອສາຍ​ຂອງ​ພວກເຂົາ.


ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ບອກ​ໂມເຊ​ວ່າ, “ເຮົາ​ຈະ​ເຮັດ​ຕາມ​ທີ່​ເຈົ້າ​ຂໍ​ມາ ຍ້ອນ​ວ່າ​ເຮົາ​ຮູ້ຈັກ​ເຈົ້າ​ດີ​ແລະ​ພໍໃຈ​ນຳ​ເຈົ້າ.”


ເຮົາ​ຈະ​ສົ່ງ​ເທວະດາ​ນຳ​ໜ້າ​ພວກເຈົ້າ​ໄປ ແລະ​ເຮົາ​ຈະ​ຂັບໄລ່​ຊາວ​ການາອານ, ອາໂມ, ຮິດຕີ, ເປຣີຊີ, ຮີວີ ແລະ​ຊາວ​ເຢບຸດ ອອກ​ໄປ.


ເພິ່ນ​ກ່າວ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຖ້າ​ພຣະອົງ​ພໍໃຈ​ນຳ​ຂ້ານ້ອຍ​ແທ້ ຂໍ​ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ໂຜດ​ນຳ​ໜ້າ​ພວກ​ຂ້ານ້ອຍ​ໄປ​ເຖີດ. ປະຊາຊົນ​ພວກ​ນີ້​ໃຈ​ແຂງ​ກະດ້າງ​ດື້ດຶງ​ຫລາຍ, ແຕ່​ຂໍ​ຊົງ​ໂຜດ​ຍົກຜິດ​ຍົກບາບ​ຂອງ​ພວກ​ຂ້ານ້ອຍ​ແດ່ທ້ອນ ແລະ​ຂໍ​ຊົງ​ໂຜດ​ຮັບ​ເອົາ​ພວກ​ຂ້ານ້ອຍ​ເປັນ​ໄພ່ພົນ​ຂອງ​ພຣະອົງ​ດ້ວຍ​ເຖີດ.”


ບັດນີ້ ພຣະເຈົ້າຢາເວ​ຜູ້​ໄດ້​ສ້າງ​ເຈົ້າ, ໂອ ຢາໂຄບ ອົງ​ໄດ້​ສ້າງ​ເຈົ້າ, ໂອ ອິດສະຣາເອນ ກ່າວ​ດັ່ງນີ້, “ຢ່າ​ຢ້ານກົວ​ເລີຍ ເຮົາ​ໄດ້ໄຖ່​ເຈົ້າ​ໃຫ້​ພົ້ນ​ແລ້ວ ພວກເຈົ້າ​ເປັນ​ຂອງເຮົາ​ຈຶ່ງ​ເອີ້ນ​ພວກເຈົ້າ​ຕາມ​ຊື່.


ເຮົາ​ຈະ​ມອບ​ຂຸມຊັບ​ຈາກ​ທີ່​ມືດ​ລັບລີ້​ທັງຫລາຍ ໃຫ້​ເຈົ້າ​ເປັນ​ຜູ້​ຄຸ້ມຄອງ​ຊັບສົມບັດ​ເຫຼົ່ານັ້ນ; ແລ້ວ​ເຈົ້າ​ກໍ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ເອີ້ນ​ເອົາ​ເຈົ້າ​ໂດຍ​ນາມຊື່​ຂອງເຈົ້າ.


“ເຮົາ​ເລືອກ​ເຈົ້າ​ໄວ້ ກ່ອນ​ເຮົາ​ໄດ້​ໃຫ້​ຊີວິດ​ແກ່​ເຈົ້າ ແລະ​ກ່ອນ​ເຈົ້າ​ໄດ້​ເກີດ​ມາ ເຮົາ​ໄດ້​ເລືອກ​ເອົາ​ເຈົ້າ​ໄວ້​ແລ້ວ ເພື່ອ​ໃຫ້​ເປັນ​ຜູ້ທຳນວາຍ​ແກ່​ປະຊາຊາດ​ທັງຫລາຍ.”


ເມື່ອ​ພວກເຈົ້າ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ ເຮົາ​ກໍໄດ້​ສັນຍາ​ວ່າ​ເຮົາ​ຈະ​ຢູ່​ກັບ​ພວກເຈົ້າ​ສະເໝີ. ເຮົາ​ຍັງ​ຢູ່​ກັບ​ພວກເຈົ້າ. ດັ່ງນັ້ນ ຢ່າສູ່​ຢ້ານກົວ​ເລີຍ.


ແຕ່​ຮາກຖານ​ອັນ​ແຂງແກ່ນ ຊຶ່ງ​ພຣະເຈົ້າ​ໄດ້​ວາງ​ລົງ​ແລ້ວ​ນັ້ນ​ຕັ້ງໝັ້ນຄົງ​ຢູ່ ໂດຍ​ມີ​ຄຳ​ຂຽນ​ໄວ້​ວ່າ, “ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ຮູ້ຈັກ​ຄົນ​ເຫຼົ່ານັ້ນ ທີ່​ເປັນ​ຂອງ​ພຣະອົງ” ແລະ “ທຸກຄົນ ຊຶ່ງ​ອອກ​ພຣະນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ກໍ​ຕ້ອງ​ຫັນ​ໜີ​ຈາກ​ຄວາມ​ຊົ່ວຊ້າ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka