11 ພຣະເຈົ້າຢາເວກ່າວແກ່ໂມເຊໜ້າຕໍ່ໜ້າ ດັ່ງຄົນໜຶ່ງທີ່ກ່າວຕໍ່ເພື່ອນຂອງຕົນ. ແລ້ວໂມເຊກໍກັບຄືນເມືອຄ້າຍພັກ, ສ່ວນໂຢຊວຍລູກຊາຍຂອງນູນ ຜູ້ຮັບໃຊ້ທີ່ໜຸ່ມແໜ້ນຂອງເພິ່ນໄດ້ປະຈຳຢູ່ໃນຫໍເຕັນ.
ຢາໂຄບເວົ້າວ່າ, “ຂ້ອຍໄດ້ເຫັນພຣະເຈົ້າຕໍ່ໜ້າຕໍ່ຕາ ແລະຂ້ອຍຍັງບໍ່ຕາຍ.” ສະນັ້ນ ເພິ່ນຈຶ່ງໃສ່ຊື່ບ່ອນນັ້ນວ່າ “ເປນີເອນ.”
ພຣະອົງເປັນພຣະເຈົ້າຂອງພວກຂ້ານ້ອຍ. ເມື່ອປະຊາຊົນອິດສະຣາເອນຂອງພຣະອົງໄດ້ຍ້າຍເຂົ້າມາໃນດິນແດນນີ້ ພຣະອົງໄດ້ຂັບໄລ່ປະຊາຊົນທີ່ອາໄສຢູ່ທີ່ນີ້ອອກໄປ ແລະໄດ້ມອບດິນແດນໃຫ້ແກ່ເຊື້ອສາຍຂອງອັບຣາຮາມ ມິດສະຫາຍຂອງພຣະອົງ ໃຫ້ເປັນມໍຣະດົກຂອງພວກເພິ່ນຕະຫລອດໄປ.
ຂ້ອຍຢາກໃຫ້ມີຄົນກາງຜູ້ໜຶ່ງ ຮ້ອງຂໍຕໍ່ພຣະເຈົ້າເດ ແມ່ນຜູ້ໜຶ່ງທີ່ຈະສູ້ຄະດີໃຫ້ເພື່ອນຂອງຕົນໄດ້.
ໂມເຊຈຶ່ງສັ່ງໂຢຊວຍວ່າ, “ມື້ອື່ນ ເຈົ້າຈົ່ງເລືອກເຟັ້ນເອົາບາງຄົນ ອອກໄປສູ້ຮົບກັບຊາວອາມາເຫຼັກ. ສ່ວນເຮົາເອງຈະຖືໄມ້ຄ້ອນເທົ້າທີ່ພຣະເຈົ້າໄດ້ມອບໃຫ້ນັ້ນ ຢືນເບິ່ງຢູ່ເທິງເນີນພູ.”
ໂມເຊແລະໂຢຊວຍ ຜູ້ຊ່ວຍຂອງຕົນ ຈຶ່ງໄດ້ຕຽມຕົວ ແລະໂມເຊກໍເລີ່ມ ຂຶ້ນໄປທີ່ເທິງພູເຂົາຂອງພຣະເຈົ້າ.
ເມື່ອໂຢຊວຍໄດ້ຍິນສຽງປະຊາຊົນພວມຮ້ອງເອະອະກັນຢູ່ ລາວຈຶ່ງເວົ້າກັບໂມເຊວ່າ, “ຂ້ອຍຄືໄດ້ຍິນສຽງສູ້ຮົບກັນຢູ່ໃນຄ້າຍພັກ.”
ເມື່ອປະຊາຊົນໄດ້ເຫັນເສົາເມກທີ່ປະຕູເຂົ້າຫໍເຕັນເທື່ອໃດ ພວກເຂົາກໍຂາບລົງເທື່ອນັ້ນ.
ຫລັງຈາກທີ່ໂມເຊໄດ້ເຂົ້າໄປໃນຫໍເຕັນແລ້ວ ໄດ້ມີເມກເປັນຮູບເສົາລອຍລົງມາ ແລະຢຸດຢູ່ທີ່ປະຕູເຂົ້າຫໍເຕັນ ແລະພຣະເຈົ້າຢາເວກໍກ່າວແກ່ໂມເຊຈາກເສົາເມກນັ້ນ.
ເຮົາແມ່ນພຣະເຈົ້າຢາເວ ນາມນີ້ແມ່ນນາມຊື່ຂອງເຮົາ ເຮົາຈະບໍ່ຍົກສະຫງ່າຣາສີຂອງເຮົາໃຫ້ແກ່ຜູ້ອື່ນ; ເຮົາຈະບໍ່ຍອມໃຫ້ຄຳຍົກຍໍສັນລະເສີນ ທີ່ເປັນຂອງເຮົາແຕ່ເທົ່ານັ້ນໃຫ້ແກ່ຮູບເຄົາຣົບທັງຫລາຍ.
ແລ້ວໂຢຊວຍລູກຊາຍຂອງນູນ ຜູ້ຊ່ວຍຂອງໂມເຊຕັ້ງແຕ່ສະໄໝຍັງເປັນໜຸ່ມ ກໍໄດ້ເວົ້າກັບໂມເຊວ່າ, “ທ່ານເອີຍ ຈົ່ງໄປບອກພວກເຂົາໃຫ້ຢຸດສາ.”
ມັນແຕກຕ່າງກັບເມື່ອເຮົາກ່າວແກ່ໂມເຊ ຄົນຮັບໃຊ້ທີ່ສັດຊື່ຂອງເຮົາ; ເຮົາໄດ້ໃຫ້ລາວຮັບຜິດຊອບປະຊາຊົນອິດສະຣາເອນທັງໝົດຂອງເຮົາ.
ດັ່ງນັ້ນ ເຮົາຈຶ່ງກ່າວແກ່ລາວຕໍ່ໜ້າຢ່າງຈະແຈ້ງແລະຢ່າງບໍ່ມີບັນຫາ; ລາວໄດ້ເຫັນແມ່ນແຕ່ຮູບຮ່າງຂອງພຣະເຈົ້າຢາເວ ເຫດໃດພວກເຈົ້າຈຶ່ງກ້າເວົ້າຕໍ່ສູ້ໂມເຊ ຜູ້ຮັບໃຊ້ຂອງເຮົາ?”
ເມື່ອພຣະເຢຊູເຈົ້າກ່າວດັ່ງນັ້ນແລ້ວ ພຣະອົງຍັງກ່າວຕື່ມອີກວ່າ, “ລາຊະໂຣເພື່ອນຂອງເຮົານອນຫລັບໄປ ແຕ່ເຮົາຈະໄປປຸກລາວໃຫ້ຕື່ນ.”
ເຈົ້າສາວຍ່ອມເປັນຂອງເຈົ້າບ່າວ, ແຕ່ພໍໄດ້ຍິນສຽງເຈົ້າບ່າວ ເພື່ອນຂອງເຈົ້າບ່າວທີ່ຢືນຟັງຢູ່ ກໍດີໃຈຢ່າງເຕັມປ່ຽມ ຢ່າງນັ້ນແຫຼະ ຄວາມຍິນດີຂອງເຮົາກໍຄົບຖ້ວນແລ້ວ.
ແລ້ວພຣະເຈົ້າຢາເວກໍໄດ້ບອກໂມເຊວ່າ, “ເຈົ້າຈະມີຊີວິດຢູ່ອີກບໍ່ດົນ. ຈົ່ງເອີ້ນໂຢຊວຍໄປທີ່ຫໍເຕັນບ່ອນຊຸມນຸມເພື່ອວ່າເຮົາຈະໄດ້ແນະນຳລາວ.” ໂມເຊແລະໂຢຊວຍກໍໄດ້ພາກັນໄປທີ່ຫໍເຕັນບ່ອນຊຸມນຸມ.
ຢູ່ໃນຊາດອິດສະຣາເອນບໍ່ເຄີຍມີຜູ້ທຳນວາຍຄົນໃດເໝືອນດັ່ງໂມເຊ; ພຣະເຈົ້າຢາເວໄດ້ກ່າວແກ່ເພິ່ນໜ້າຕໍ່ໜ້າ.
ພຣະເຈົ້າຢາເວໄດ້ກ່າວຈາກແປວໄຟໜ້າຕໍ່ໜ້າກັບພວກເຈົ້າທີ່ເທິງພູນັ້ນ.
ແລະກໍສຳເລັດຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ອັບຣາຮາມເຊື່ອພຣະເຈົ້າ ແລະຍ້ອນຄວາມເຊື່ອນັ້ນ ພຣະອົງຈຶ່ງຊົງຮັບວ່າເພິ່ນເປັນຄົນຊອບທຳ.” ດັ່ງນັ້ນ ພຣະອົງຈຶ່ງເອີ້ນອັບຣາຮາມວ່າ, “ສະຫາຍຂອງພຣະເຈົ້າ.”