Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 33:10 - ພຣະຄຳພີສັກສິ

10 ເມື່ອ​ປະຊາຊົນ​ໄດ້​ເຫັນ​ເສົາເມກ​ທີ່​ປະຕູ​ເຂົ້າ​ຫໍເຕັນ​ເທື່ອໃດ ພວກເຂົາ​ກໍ​ຂາບລົງ​ເທື່ອນັ້ນ.

Uka jalj uñjjattʼäta Copia luraña




ອົບພະຍົບ 33:10
7 Jak'a apnaqawi uñst'ayäwi  

ໃນ​ຂະນະທີ່​ປະຊາຊົນ​ຢືນ​ຢູ່​ນັ້ນ ກະສັດ​ໂຊໂລໂມນ​ກໍໄດ້​ຫັນໜ້າ​ມາ​ທາງ​ພວກເຂົາ ແລະ​ຂໍ​ພຣະເຈົ້າ​ອວຍພອນ​ພວກເຂົາ.


ແລ້ວ​ກະສັດ​ໂຊໂລໂມນ​ກໍ​ເຂົ້າ​ໄປ​ຢືນ​ຢູ່​ຕໍ່ໜ້າ​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ​ຊ້ອງໜ້າ​ປະຊາຊົນ​ອິດສະຣາເອນ. ໃນ​ທີ່ນັ້ນ​ເພິ່ນ​ຍົກມື​ຂຶ້ນ


ໃນ​ລະຫວ່າງ​ການ​ເດີນທາງ​ນັ້ນ ພຣະເຈົ້າຢາເວ​ໄດ້​ນຳ​ໜ້າ​ພວກເຂົາ​ໄປ ໂດຍ​ບັນດານ​ໃຫ້​ມີ​ເສົາເມກ​ຊີ້​ທາງ​ໄປ​ໃນ​ເວລາ​ກາງເວັນ ແລະ​ມີ​ເສົາໄຟ​ເຍືອງ​ທາງ​ໄປ​ໃນ​ເວລາ​ກາງຄືນ ເພື່ອ​ພວກເຂົາ​ຈະ​ເດີນທາງ​ທັງ​ກາງເວັນ​ແລະ​ກາງຄືນ​ໄດ້.


ພຣະເຈົ້າຢາເວ​ກ່າວ​ແກ່​ໂມເຊ​ໜ້າ​ຕໍ່ໜ້າ ດັ່ງ​ຄົນ​ໜຶ່ງ​ທີ່​ກ່າວ​ຕໍ່​ເພື່ອນ​ຂອງຕົນ. ແລ້ວ​ໂມເຊ​ກໍ​ກັບຄືນ​ເມືອ​ຄ້າຍພັກ, ສ່ວນ​ໂຢຊວຍ​ລູກຊາຍ​ຂອງ​ນູນ ຜູ້ຮັບໃຊ້​ທີ່​ໜຸ່ມແໜ້ນ​ຂອງເພິ່ນ​ໄດ້​ປະຈຳ​ຢູ່​ໃນ​ຫໍເຕັນ.


ຫລັງຈາກ​ທີ່​ໂມເຊ​ໄດ້​ເຂົ້າ​ໄປ​ໃນ​ຫໍເຕັນ​ແລ້ວ ໄດ້​ມີ​ເມກ​ເປັນ​ຮູບ​ເສົາ​ລອຍ​ລົງ​ມາ ແລະ​ຢຸດ​ຢູ່​ທີ່​ປະຕູ​ເຂົ້າ​ຫໍເຕັນ ແລະ​ພຣະເຈົ້າຢາເວ​ກໍ​ກ່າວ​ແກ່​ໂມເຊ​ຈາກ​ເສົາເມກ​ນັ້ນ.


ດັ່ງນັ້ນ ພວກເຂົາ​ຈຶ່ງ​ເຊື່ອ ແລະ​ເມື່ອ​ໄດ້ຍິນ​ວ່າ ພຣະເຈົ້າຢາເວ​ໄດ້​ມາ​ຫາ​ພວກເຂົາ ແລະ​ທັງ​ຮູ້​ວ່າ ພຣະອົງ​ໄດ້​ເຫັນ​ພວກເຂົາ​ຖືກ​ກົດຂີ່​ຢ່າງ​ໂຫດຮ້າຍ​ທາລຸນ​ຢ່າງ​ໃດ ພວກເຂົາ​ຈຶ່ງ​ໄດ້​ພາກັນ​ຂາບລົງ​ແລະ​ນ້ອມ​ນະມັດສະການ.


ສ່ວນ​ຄົນ​ເກັບພາສີ​ນັ້ນ​ຢືນ​ຢູ່​ຫ່າງໄກ ແລະ​ບໍ່​ກ້າ​ແມ່ນແຕ່​ເງີຍ​ໜ້າ​ຂຶ້ນ​ສູ່​ຟ້າ, ແຕ່​ລາວ​ໄດ້​ຕີ​ເອິກ​ຂອງຕົນ ແລະ​ກ່າວ​ວ່າ, ‘ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ເມດຕາ​ຂ້ານ້ອຍ ຜູ້​ເປັນ​ຄົນ​ບາບ​ແດ່ທ້ອນ’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka