Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 33:1 - ພຣະຄຳພີສັກສິ

1 ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ, “ຈົ່ງ​ຍ້າຍ​ຈາກ​ທີ່​ນີ້ ແລະ​ພາ​ປະຊາຊົນ​ທີ່​ເຈົ້າ​ໄດ້​ນຳ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ ໄປ​ສູ່​ດິນແດນ​ທີ່​ເຮົາ​ໄດ້​ສັນຍາ​ໄວ້​ວ່າ​ຈະ​ມອບ​ໃຫ້​ອັບຣາຮາມ, ອີຊາກ, ຢາໂຄບ, ແລະ​ເຊື້ອສາຍ​ຂອງ​ພວກເຂົາ.

Uka jalj uñjjattʼäta Copia luraña




ອົບພະຍົບ 33:1
18 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ໄດ້​ປາກົດ​ແກ່​ອັບຣາມ ແລະ​ບອກ​ເພິ່ນ​ວ່າ, “ນີ້​ແມ່ນ​ດິນແດນ ທີ່​ເຮົາ​ຈະ​ມອບ​ໃຫ້​ແກ່​ເຊື້ອສາຍ​ຂອງ​ເຈົ້າ.” ແລ້ວ​ຢູ່​ໃນ​ບ່ອນ​ນີ້ ອັບຣາມ​ໄດ້​ກໍ່ສ້າງ​ແທ່ນບູຊາ​ແທ່ນ​ໜຶ່ງ ຖວາຍ​ແກ່​ພຣະເຈົ້າຢາເວ​ອົງ​ທີ່​ໄດ້​ປາກົດ​ແກ່​ຕົນ.


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ຕັ້ງ​ພັນທະສັນຍາ​ກັບ​ອັບຣາມ ໂດຍ​ກ່າວ​ວ່າ, “ເຮົາ​ສັນຍາ​ວ່າ ຈະ​ມອບ​ດິນແດນ​ທັງໝົດ​ນີ້​ໃຫ້​ແກ່​ເຊື້ອສາຍ​ຂອງ​ເຈົ້າ ຄື​ດິນແດນ​ຕັ້ງແຕ່​ເຂດແດນ​ຂອງ​ເອຢິບ ຈົນ​ໄປ​ເຖິງ​ແມ່ນໍ້າ​ໃຫຍ່​ເອີຟຣັດ


ຢູ່​ຕໍ່ມາ ມີ​ການ​ອຶດຢາກ​ເກີດຂຶ້ນ​ໃນ​ປະເທດ​ຊຶ່ງ​ການ​ອຶດຢາກ​ເຊັ່ນນີ້ ເຄີຍ​ມີ​ມາ​ແລ້ວ​ໃນ​ສະໄໝ​ຂອງ​ອັບຣາຮາມ. ອີຊາກ​ຈຶ່ງ​ໄປ​ຫາ​ເຈົ້າ​ອາບີເມເຫຼັກ ຜູ້​ທີ່​ເປັນ​ກະສັດ​ຂອງ​ຊາວ​ຟີລິດສະຕິນ​ທີ່​ເມືອງ​ເກຣາກ.


ໃນ​ທີ່​ນີ້ ເຮົາ​ຈະ​ຢູ່​ນຳ​ເຈົ້າ​ແລະ​ອວຍພອນ​ເຈົ້າ. ເຮົາ​ຈະ​ມອບ​ດິນແດນ​ທັງໝົດ​ນີ້​ໃຫ້​ແກ່​ເຈົ້າ​ກັບ​ເຊື້ອສາຍ​ຂອງ​ເຈົ້າ. ເຮົາ​ຈະ​ເຮັດ​ໃຫ້​ຄຳ​ສາບານ ຊຶ່ງ​ເຮົາ​ໄດ້​ປະຕິຍານ​ໄວ້​ກັບ​ອັບຣາຮາມ ພໍ່​ຂອງ​ເຈົ້າ​ສຳເລັດ.


ຢາໂຄບ​ອອກ​ຈາກ​ເບເອນເຊບາ ແລະ​ມຸ່ງໜ້າ​ໄປ​ສູ່​ເມືອງ​ຮາຣານ.


ໂຢເຊັບ​ກ່າວ​ແກ່​ພວກ​ອ້າຍ​ນ້ອງ​ວ່າ, “ຂ້ອຍ​ໃກ້​ຈະ​ສິ້ນໃຈ​ຕາຍ​ແລ້ວ, ແຕ່​ພຣະເຈົ້າ​ຈະ​ຮັກສາ​ພວກເຈົ້າ​ຢ່າງ​ແນ່ນອນ ແລະ​ພຣະອົງ​ຈະ​ນຳ​ພວກເຈົ້າ​ອອກ​ໄປ​ຈາກ​ປະເທດ​ນີ້ ຄືນ​ສູ່​ດິນແດນ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ຢ່າງ​ໜັກແໜ້ນ​ກັບ​ອັບຣາຮາມ, ອີຊາກ ແລະ​ຢາໂຄບ.”


ແຕ່​ປະຊາຊົນ​ຫິວນໍ້າ​ຫລາຍ​ຈຶ່ງ​ສືບຕໍ່​ຈົ່ມຮ້າຍ​ໂມເຊ ໂດຍ​ເວົ້າ​ວ່າ, “ເປັນຫຍັງ​ທ່ານ​ຈຶ່ງ​ນຳ​ພວກເຮົາ​ອອກ​ມາ​ຈາກ​ປະເທດ​ເອຢິບ ເພື່ອ​ໃຫ້​ພວກເຮົາ​ກັບ​ລູກຫລານ ແລະ​ຝູງສັດ​ຕາຍ​ຫິວນໍ້າ​ຊັ້ນບໍ?”


ເມື່ອ​ປະຊາຊົນ​ອິດສະຣາເອນ​ໄດ້​ເຫັນ​ວ່າ ໂມເຊ​ພັກ​ຢູ່​ເທິງ​ພູເຂົາ​ດົນນານ​ໂພດ ພວກເຂົາ​ຈຶ່ງ​ໄດ້​ເຕົ້າໂຮມ​ກັນ​ອ້ອມ​ອາໂຣນ ແລະ​ເວົ້າ​ຂຶ້ນ​ວ່າ, “ພວກເຮົາ​ບໍ່​ຮູ້​ວ່າ ມີ​ຫຍັງ​ເກີດຂຶ້ນ​ກັບ​ໂມເຊ ຜູ້​ທີ່​ນຳ​ພວກເຮົາ​ອອກ​ມາ​ຈາກ​ປະເທດ​ເອຢິບ; ສະນັ້ນ ຈົ່ງ​ເຮັດ​ຮູບ​ພະ ໃຫ້​ນຳພາ​ພວກເຮົາ​ສາ.”


ຂໍ​ໃຫ້​ລະນຶກເຖິງ​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ​ເຊັ່ນ: ອັບຣາຮາມ, ອີຊາກ ແລະ​ຢາໂຄບ. ໂຜດ​ລະນຶກເຖິງ​ພັນທະສັນຍາ​ອັນ​ໜັກແໜ້ນ ທີ່​ພຣະອົງ​ໄດ້​ຕັ້ງ​ໄວ້​ກັບ​ພວກເຂົາ​ວ່າ ພຣະອົງ​ຈະ​ໃຫ້​ພວກເຂົາ​ມີ​ເຊື້ອສາຍ​ຢ່າງ​ຫລວງຫລາຍ ດັ່ງ​ດວງດາວ​ໃນ​ທ້ອງຟ້າ ແລະ​ຈະ​ໃຫ້​ພວກເຂົາ​ໄດ້​ດິນແດນ​ທັງໝົດ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ນັ້ນ ເປັນ​ກຳມະສິດ​ຂອງ​ພວກເຂົາ​ຕະຫລອດໄປ.”


ບັດນີ້​ຈົ່ງ​ໄປ​ສາ ນຳ​ປະຊາຊົນ​ໃຫ້​ໄປ​ເຖິງ​ບ່ອນ​ທີ່​ເຮົາ​ໄດ້​ບອກ​ເຈົ້າ​ນັ້ນ. ຈົ່ງ​ຈົດຈຳ​ໄວ້​ວ່າ ເທວະດາ​ຂອງເຮົາ​ຈະ​ນຳ​ໜ້າ​ເຈົ້າ​ໄປ. ເມື່ອ​ເຖິງ​ເວລາ​ທີ່​ໄດ້​ກຳນົດ​ໄວ້​ແລ້ວ ເຮົາ​ຈະ​ລົງໂທດ​ພວກ​ທີ່​ໄດ້​ເຮັດ​ບາບ​ນັ້ນ.”


ແລ້ວ​ພຣະເຈົ້າຢາເວ​ໄດ້ກ່າວ​ຕໍ່​ໂມເຊ​ວ່າ, “ຟ້າວ​ກັບ​ລົງ​ໄປ​ດຽວ​ນີ້ ເພາະ​ປະຊາຊົນ​ຂອງ​ເຈົ້າ ຄື​ພວກ​ທີ່​ເຈົ້າ​ໄດ້​ນຳ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ​ໄດ້​ເຮັດ​ບາບ ແລະ​ປະຖິ້ມ​ເຮົາ​ສາ​ແລ້ວ.


ແຕ່​ເຮົາ​ໄດ້​ສັນຍາ​ໄວ້​ວ່າ ເຮົາ​ຈະ​ມອບ​ດິນແດນ​ທີ່​ອຸດົມສົມບູນ​ແລະ​ຮັ່ງມີ ນີ້​ໃຫ້​ເປັນ​ກຳມະສິດ​ຂອງ​ພວກເຈົ້າ ແລະ​ເຮົາ​ກໍ​ຈະ​ມອບ​ໃຫ້​ພວກເຈົ້າ​ແທ້. ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ເຮົາ​ຈະ​ແຍກ​ພວກເຈົ້າ​ອອກ​ຕ່າງຫາກ​ຈາກ​ບັນດາ​ປະຊາຊາດ​ອື່ນໆ.


ຂ້ານ້ອຍ​ບໍ່ໄດ້​ຖືພາ​ພວກເຂົາ ຫລື​ບໍ່ໄດ້​ໃຫ້​ກຳເນີດ​ແກ່​ພວກເຂົາ ເປັນຫຍັງ​ພຣະອົງ​ຈຶ່ງ​ໃຫ້​ຂ້ານ້ອຍ​ເຮັດ​ໜ້າທີ່​ເປັນ​ນາງ​ພະຍາບານ ຄອຍ​ອູ້ມໂຊມ​ພວກເຂົາ​ເໝືອນ​ດັ່ງ​ແອນ້ອຍ​ໄປ​ຕະຫລອດ​ທາງ​ຢ່າງນີ້ ເພື່ອ​ນຳ​ພວກເຂົາ​ໄປ​ສູ່​ດິນແດນ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຂົາ?


ເພິ່ນ​ໄດ້​ນຳພາ​ປະຊາຊົນ​ອອກ​ມາ​ຈາກ​ປະເທດ​ເອຢິບ​ໂດຍ​ເຮັດ​ການ​ອັດສະຈັນ ແລະ​ໝາຍສຳຄັນ​ທີ່​ໜ້າ​ງຶດ​ປະຫລາດ​ໃຈ​ຫລາຍ​ປະການ​ໃນ​ປະເທດ​ເອຢິບ ແລະ​ທີ່​ທະເລແດງ ແລະ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ເປັນ​ເວລາ​ສີ່ສິບ​ປີ.


ທັງໝົດ​ນີ້​ແມ່ນ​ດິນແດນ​ທີ່​ເຮົາ​ມອບ​ໃຫ້​ພວກເຈົ້າ ຈົ່ງ​ເຂົ້າ​ໄປ​ແລະ​ຢຶດຄອງ​ເອົາ​ຕາມ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ສັນຍາ​ໄວ້​ວ່າ ຈະ​ຍົກ​ໃຫ້​ປູ່ຍາຕາຍາຍ​ຂອງ​ພວກເຈົ້າ​ຄື: ອັບຣາຮາມ, ອີຊາກ ແລະ​ຢາໂຄບ, ຕະຫລອດ​ທັງ​ເຊັ່ນ​ລູກຫລານ​ເຫຼັນ​ຂອງ​ພວກເຂົາ.”’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka