Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 32:9 - ພຣະຄຳພີສັກສິ

9 ພຣະເຈົ້າຢາເວ​ໄດ້ກ່າວ​ຕໍ່​ໂມເຊ​ວ່າ, “ເຮົາ​ຮູ້​ວ່າ​ປະຊາຊົນ​ເຫຼົ່ານີ້​ໃຈ​ແຂງ​ກະດ້າງ​ດື້ດຶງ​ພຽງໃດ.

Uka jalj uñjjattʼäta Copia luraña




ອົບພະຍົບ 32:9
19 Jak'a apnaqawi uñst'ayäwi  

ແຕ່​ພວກເຂົາ​ບໍ່​ເຊື່ອຟັງ; ພວກເຂົາ​ດື້ດ້ານ​ດັ່ງ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ ຜູ້​ທີ່​ບໍ່ໄດ້​ເຊື່ອວາງໃຈ​ໃນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກຕົນ.


ຢ່າ​ດື້ດຶງ​ດັ່ງ​ພວກເຂົາ ແຕ່​ຈົ່ງ​ເຊື່ອຟັງ​ພຣະເຈົ້າຢາເວ. ຈົ່ງ​ມາ​ສູ່​ພຣະວິຫານ​ທີ່​ນະຄອນ​ເຢຣູຊາເລັມ ບ່ອນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກທ່ານ​ໄດ້​ເຮັດ​ໃຫ້​ເປັນ​ບ່ອນ​ສັກສິດ​ຕະຫລອດໄປ ແລະ​ນະມັດສະການ​ພຣະອົງ ເພື່ອ​ພຣະອົງ​ຈະ​ບໍ່​ໂກດຮ້າຍ​ພວກທ່ານ​ຕໍ່ໄປ.


ແຕ່​ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ​ພັດ​ດື້ດ້ານ​ຈອງຫອງ ໂດຍ​ບໍ່ຍອມ​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະອົງ.


ເມື່ອ​ບໍ່​ເຊື່ອຟັງ​ແລ້ວ​ພວກເພິ່ນ​ກໍ​ລືມໄລ​ທຸກສິ່ງ ຄື​ການ​ອັດສະຈັນ​ຕ່າງໆ​ທີ່​ພຣະອົງ​ໄດ້​ກະທຳ; ດ້ວຍ​ຄວາມ​ຈອງຫອງ​ພວກເພິ່ນ​ໄດ້​ເລືອກເອົາ​ຜູ້ນຳ ພາ​ພວກເພິ່ນ​ກັບຄືນ​ສູ່​ປະເທດ​ເອຢິບ​ໄປ​ເປັນ​ທາດ. ແຕ່​ພຣະອົງ​ເປັນ​ພຣະເຈົ້າ​ທີ່​ໃຫ້​ອະໄພ ຊົງ​ເມດຕາ​ເອັນດູ ແລະ​ມີ​ຄວາມຮັກ; ພຣະອົງ​ໂກດຮ້າຍ​ຊ້າ​ເພາະ​ເມດຕາ​ພວກເພິ່ນ ພຣະອົງ​ຈຶ່ງ​ບໍ່ໄດ້​ປະຖິ້ມ​ພວກເພິ່ນ.


ພວກເຂົາ​ຈະ​ບໍ່​ເປັນ​ດັ່ງ​ພວກ​ປູ່ຍ່າຕາຍາຍ ຄື​ພວກ​ຄົນ​ກະບົດ​ແລະ​ຄົນ​ບໍ່​ເຊື່ອຟັງ​ນັ້ນ ເປັນ​ພວກ​ທີ່​ບໍ່​ໄວ້ວາງໃຈ​ໃນ​ພຣະເຈົ້າ​ຢ່າງ​ໝັ້ນຄົງ ແລະ​ເປັນ​ພວກ​ທີ່​ບໍ່​ຊື່​ຕົງ​ຕໍ່​ພຣະອົງ​ທັງນັ້ນ.


ພວກເຈົ້າ​ກຳລັງ​ເດີນທາງ​ໄປ​ສູ່​ດິນແດນ​ທີ່​ອຸດົມສົມບູນ​ແລະ​ຮັ່ງມີ. ແຕ່​ສ່ວນ​ເຮົາ​ເອງ ເຮົາ​ໄປ​ກັບ​ພວກເຈົ້າ​ບໍ່ໄດ້​ຍ້ອນ​ວ່າ​ພວກເຈົ້າ​ໃຈ​ແຂງ​ກະດ້າງ​ດື້ດຶງ​ຫລາຍ ແລະ​ເຮົາ​ອາດ​ທຳລາຍ​ພວກເຈົ້າ​ຕາມ​ທາງ​ກໍໄດ້.”


ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ໃຫ້​ບອກ​ພວກເຂົາ​ວ່າ, “ພວກເຈົ້າ​ເປັນ​ຄົນ​ໃຈ​ແຂງ​ກະດ້າງ​ດື້ດຶງ. ຖ້າ​ເຮົາ​ໄປ​ກັບ​ພວກເຈົ້າ​ພຽງ​ເວລາ​ໜ້ອຍ​ດຽວ ເຮົາ​ອາດ​ທຳລາຍ​ພວກເຈົ້າ​ຈົນ​ໝົດ​ສິ້ນ​ກໍໄດ້. ບັດນີ້​ຈົ່ງ​ປົດ​ເຄື່ອງ​ເອ້​ຂອງ​ພວກເຈົ້າ​ອອກ​ສາ ແລະ​ເຮົາ​ຈະ​ຕັດສິນໃຈ​ວ່າ ຄວນ​ເຮັດ​ຢ່າງ​ໃດ​ດີ​ກັບ​ພວກເຈົ້າ​ໃນ​ຂັ້ນ​ຕໍ່ໄປ.”


ເພິ່ນ​ກ່າວ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຖ້າ​ພຣະອົງ​ພໍໃຈ​ນຳ​ຂ້ານ້ອຍ​ແທ້ ຂໍ​ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ໂຜດ​ນຳ​ໜ້າ​ພວກ​ຂ້ານ້ອຍ​ໄປ​ເຖີດ. ປະຊາຊົນ​ພວກ​ນີ້​ໃຈ​ແຂງ​ກະດ້າງ​ດື້ດຶງ​ຫລາຍ, ແຕ່​ຂໍ​ຊົງ​ໂຜດ​ຍົກຜິດ​ຍົກບາບ​ຂອງ​ພວກ​ຂ້ານ້ອຍ​ແດ່ທ້ອນ ແລະ​ຂໍ​ຊົງ​ໂຜດ​ຮັບ​ເອົາ​ພວກ​ຂ້ານ້ອຍ​ເປັນ​ໄພ່ພົນ​ຂອງ​ພຣະອົງ​ດ້ວຍ​ເຖີດ.”


ຄົນ​ທີ່​ສືບຕໍ່​ດື້ດ້ານ​ຕໍ່​ຄຳ​ບອກສອນ ກໍ​ຈະ​ຫຼົ້ມຈົມ​ຈົນ​ເຫລືອແກ້​ໃນ​ມື້​ໜຶ່ງ.


ເຮົາ​ຮູ້​ວ່າ​ພວກເຈົ້າ​ຕ້ອງ​ກາຍເປັນ​ຄົນ​ດື້ດຶງ ແຂງ​ຄື​ເຫຼັກ ບໍ່​ຍອມ​ອ່ອນຂໍ້​ດັ່ງ​ທອງສຳຣິດ.


ພຣະອົງ​ໄດ້​ເຫັນ​ເຈົ້າ​ເຮັດ​ສິ່ງ​ຕ່າງໆ​ທີ່​ພຣະອົງ​ກຽດຊັງ. ພຣະອົງ​ໄດ້​ເຫັນ​ເຈົ້າ​ແລ່ນ​ຕາມ​ບັນດາ​ພະ​ຕ່າງຊາດ​ທີ່​ເທິງ​ເນີນພູ​ແລະ​ທີ່​ທົ່ງນາ ດັ່ງ​ຊາຍ​ຜູ້ໜຶ່ງ​ທີ່​ແລ່ນຕາມ​ເມຍ​ຂອງ​ເພື່ອນບ້ານ​ຢ່າງ​ບ້າ​ຕັນຫາ ຫລື​ດັ່ງ​ມ້າ​ຖືເຊີງ​ແລ່ນຕາມ​ມ້າ​ໂຕ​ແມ່ ຊາວ​ນະຄອນ​ເຢຣູຊາເລັມ​ເອີຍ ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ເມື່ອໃດ​ນໍ​ພວກເຈົ້າ​ຈຶ່ງ​ຈະ​ບໍຣິສຸດ?


ເຮົາ​ໄດ້​ເຫັນ​ສິ່ງ​ອັນ​ໜ້າຢ້ານ​ຫລາຍ​ໃນ​ຊາດ​ອິດສະຣາເອນ ຄື​ປະຊາຊົນ​ຂອງເຮົາ​ໄດ້​ເຮັດ​ໃຫ້​ຕົນເອງ​ເປັນ​ມົນທິນ ໂດຍ​ການ​ຂາບໄຫວ້​ຮູບເຄົາຣົບ.


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ, “ປະຊາຊົນ​ເຫຼົ່ານີ້​ຍັງ​ຈະ​ໝິ່ນປະໝາດ​ເຮົາ​ອີກ​ດົນນານ​ປານໃດ? ເຖິງແມ່ນ​ວ່າ ເຮົາ​ໄດ້​ເຮັດ​ການ​ອັດສະຈັນ​ຫລາຍ​ຢ່າງ​ໃນ​ທ່າມກາງ​ພວກເຂົາ​ແລ້ວ ພວກເຂົາ​ກໍ​ຍັງ​ປະຕິເສດ​ທີ່​ຈະ​ໄວ້ວາງໃຈ​ໃນ​ເຮົາ​ຕະຫລອດໄປ​ບໍ?


ພວກເຈົ້າ​ຊ່າງ​ດື້ດ້ານ​ແທ້​ນໍ ໃຈ​ຂອງ​ພວກເຈົ້າ​ຊ່າງ​ຄື​ກັບ​ໃຈ​ຄົນ​ທີ່​ບໍ່​ນັບຖື​ພຣະເຈົ້າ ຫູ​ຂອງ​ພວກເຈົ້າ​ຊ່າງ​ໜັກ​ຕໍ່​ພຣະຄຳ​ແທ້ໆ ບັນພະບຸລຸດ​ຂອງ​ພວກເຈົ້າ​ເປັນ​ຢ່າງ​ໃດ ພວກເຈົ້າ​ກໍ​ເປັນ​ຢ່າງ​ນັ້ນ ຄື​ເຈົ້າ​ທັງຫລາຍ​ຂັດຂວາງ​ພຣະວິນຍານ​ບໍຣິສຸດເຈົ້າ​ຢູ່​ສະເໝີ.


ເຫດສະນັ້ນ ຈົ່ງ​ຮັບ​ພິທີຕັດ ໃນ​ໃຈ ແລະ​ຢ່າ​ດື້ດຶງ​ຕໍ່ໄປ.


ຂ້າພະເຈົ້າ​ຮູ້​ວ່າ​ພວກເຂົາ​ດື້ດຶງ​ແລະ​ຄິດຄົດ​ທໍລະຍົດ​ເທົ່າໃດ. ພວກເຂົາ​ໄດ້​ກະບົດ​ຕໍ່ສູ້​ພຣະເຈົ້າຢາເວ​ໃນ​ລະຫວ່າງ​ທີ່​ຂ້າພະເຈົ້າ​ຍັງ​ມີ​ຊີວິດ​ຢູ່ ແລະ​ພວກເຂົາ​ກໍ​ຈະ​ກະບົດ​ຕໍ່ສູ້​ພຣະອົງ​ຫລາຍກວ່າ​ນີ້​ອີກ ຫລັງຈາກ​ທີ່​ຂ້າພະເຈົ້າ​ຕາຍໄປ​ແລ້ວ.


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ອີກ​ວ່າ, ‘ເຮົາ​ຮູ້​ວ່າ​ປະຊາຊົນ​ເຫຼົ່ານີ້​ດື້ດ້ານ​ພຽງໃດ.


ໃຫ້​ພວກເຈົ້າ​ແນ່ໃຈ​ໄດ້​ວ່າ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ມອບ​ດິນແດນ​ທີ່​ອຸດົມສົມບູນ​ແລະ​ຮັ່ງມີ​ນີ້​ໃຫ້ ບໍ່ແມ່ນ​ເພາະ​ພວກເຈົ້າ​ເປັນ​ຄົນ​ຊອບທຳ. ຕາມ​ຄວາມຈິງ​ແລ້ວ ພວກເຈົ້າ​ເປັນ​ປະຊາຊົນ​ທີ່​ດື້ດ້ານ​ຫລາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka