Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 32:8 - ພຣະຄຳພີສັກສິ

8 ພວກເຂົາ​ໄດ້​ປະຖິ້ມ​ການ​ດຳເນີນ​ຊີວິດ ທີ່​ເຮົາ​ໄດ້​ສັ່ງ​ພວກເຂົາ​ໃຫ້​ປະຕິບັດ; ພວກເຂົາ​ໄດ້​ເອົາ​ຄຳ​ມາ​ຫລໍ່​ເປັນ​ຮູບ​ງົວເຖິກ​ນ້ອຍ​ໂຕໜຶ່ງ ແລະ​ໄດ້​ຂາບໄຫວ້​ຮູບ​ນັ້ນ​ທັງ​ຖວາຍບູຊາ​ແກ່​ມັນ. ພວກເຂົາ​ກຳລັງ​ເວົ້າ​ວ່າ ຮູບ​ນັ້ນ​ແມ່ນ​ພະ​ຂອງ​ພວກເຂົາ ທີ່​ໄດ້​ນຳ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ.”

Uka jalj uñjjattʼäta Copia luraña




ອົບພະຍົບ 32:8
18 Jak'a apnaqawi uñst'ayäwi  

ເມື່ອ​ຄິດ​ໄດ້​ດັ່ງນັ້ນ​ແລ້ວ ເພິ່ນ​ຈຶ່ງ​ສ້າງ​ຮູບ​ງົວຄຳ​ສອງ​ໂຕ ແລະ​ກ່າວ​ແກ່​ປະຊາຊົນ​ວ່າ, “ພວກເຈົ້າ​ໄດ້​ໄປ​ນະມັດສະການ​ທີ່​ນະຄອນ​ເຢຣູຊາເລັມ ເປັນ​ເວລາ​ດົນນານ​ພໍສົມຄວນ. ປະຊາຊົນ​ອິດສະຣາເອນ​ເອີຍ ນີ້ເດ ຄື​ບັນດາ​ພະ​ຂອງ​ພວກເຈົ້າ​ທີ່​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ.”


ພວກເພິ່ນ​ເຮັດ​ຮູບ​ງົວ​ນ້ອຍ​ຂາບໄຫວ້​ບູຊາ ແລະ​ເວົ້າ​ວ່າ, ພະ​ນີ້ແຫລະ ທີ່​ນຳພາ​ພວກເພິ່ນ; ຄື​ນຳພາ​ພວກເພິ່ນ​ທັງໝົດ​ອອກ​ມາ​ຈາກ​ປະເທດ​ເອຢິບ. ພວກເພິ່ນ​ດູຖູກ​ພຣະອົງ​ແທ້ໆ


ທີ່​ພູເຂົາ​ຊີນາຍ​ພວກເຂົາ​ໄດ້​ສ້າງ​ຮູບ​ໜຶ່ງ​ເປັນ​ງົວຄຳ​ ແລະ​ພາກັນ​ຂາບໄຫວ້​ຮູບປັ້ນ​ເປັນ​ງົວຄຳ​ນັ້ນ.


ແຕ່​ຄຳເວົ້າ​ຂອງ​ພວກເຂົາ​ເປັນ​ຄຳຕົວະ​ທັງໝົດ ບໍ່ມີ​ຄຳເວົ້າ​ຄຳ​ໃດໆ​ທີ່​ເປັນ​ຄຳຈິງ​ຈັກຢ່າງ.


ຢ່າ​ເຮັດ​ຮູບ​ພະ​ເປັນ​ເງິນ​ເປັນ​ຄຳ ໄວ້​ຂາບໄຫວ້​ຄຽງ​ຄູ່​ເຮົາ​ເດັດຂາດ.


ຈົ່ງ​ປະຫານ​ຊີວິດ​ຜູ້​ທີ່​ຖວາຍບູຊາ​ແກ່​ພະອື່ນ ນອກຈາກ​ພຣະເຈົ້າຢາເວ.


ເພິ່ນ​ໄດ້​ຮວບຮວມ​ເອົາ​ຕຸ້ມຫູ​ທັງໝົດ ແລະ​ໃຊ້​ເຄື່ອງ​ມື​ຫລໍ່​ເປັນ​ຮູບ​ງົວ​ຄຳ​ໂຕໜຶ່ງ. ຕໍ່ມາ ປະຊາຊົນ​ກໍ​ເວົ້າ​ວ່າ, “ຊາວ​ອິດສະຣາເອນ​ເອີຍ ອັນນີ້ ແມ່ນ​ພະ​ຂອງ​ພວກເຮົາ​ຜູ້​ທີ່​ໄດ້​ນຳພາ​ພວກເຮົາ​ອອກ​ມາ​ຈາກ​ປະເທດ​ເອຢິບ.”


ຢ່າ​ເຮັດ​ຂໍ້​ຕົກລົງ​ໃດໆ​ກັບ​ປະຊາຊົນ​ໃນ​ດິນແດນ​ນີ້ ເພາະວ່າ​ເມື່ອ​ພວກເຂົາ​ຂາບໄຫວ້​ບູຊາ​ພະ​ຂອງ​ພວກເຂົາ​ນັ້ນ ພວກເຂົາ​ຈະ​ເຊີນ​ພວກເຈົ້າ​ໃຫ້​ເຂົ້າ​ຮ່ວມ ແລະ​ພວກເຈົ້າ​ອາດ​ຖືກ​ຊັກຊວນ​ໃຫ້​ກິນ​ອາຫານ ທີ່​ໄດ້​ຖວາຍ​ແກ່​ບັນດາ​ພະ​ຂອງ​ພວກເຂົາ​ກໍໄດ້.


ປະຊາຊົນ​ໄຂ​ກະເປົາ ແລະ​ຖອກ​ຄຳ​ອອກ​ມາ ຊັ່ງ​ເບິ່ງ​ນໍ້າໜັກ​ເງິນ​ໃສ່​ຊິງ​ທີ່​ພວກເຂົາ​ມີ​ນັ້ນ. ພວກເຂົາ​ຈ້າງ​ຊ່າງ​ຫລອມ​ຄຳ​ໃຫ້​ເຮັດ​ເປັນ​ຮູບພະ ແລ້ວ​ກໍ​ຂາບໄຫວ້​ຮູບພະ​ທີ່​ໄດ້​ສ້າງ​ຂຶ້ນ​ມາ.


ພັນທະສັນຍາ​ນີ້​ຈະ​ບໍ່​ຄື​ພັນທະສັນຍາ​ເກົ່າ ທີ່​ເຮົາ​ໄດ້​ເຮັດ​ກັບ​ບັນພະບຸລຸດ​ຂອງ​ພວກເຂົາ ເມື່ອ​ເຮົາ​ໄດ້​ຈູງ​ແຂນ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ. ເຖິງ​ແມ່ນ​ວ່າ​ເຮົາ​ເປັນ​ດັ່ງ​ຜົວ​ຂອງ​ພວກເຂົາ​ກໍຕາມ ພວກເຂົາ​ກໍ​ບໍ່ໄດ້​ຮັກສາ​ພັນທະສັນຍາ​ນັ້ນ​ເລີຍ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ແລ້ວ​ປະຊາຊົນ​ອິດສະຣາເອນ​ກໍ​ຈະ​ບໍ່​ເຮັດ​ຜິດ​ອີກ​ຕໍ່ໄປ​ຄື: ຈະ​ບໍ່​ຂ້າ​ສັດ​ຂອງ​ພວກເຂົາ​ຖວາຍ​ແກ່​ຜີປີສາດ​ແບ້. ປະຊາຊົນ​ອິດສະຣາເອນ​ຕ້ອງ​ຢຶດຖື​ລະບຽບ​ການ​ນີ້​ໄວ້ ທຸກຍຸກ​ທຸກສະໄໝ​ສືບໄປ.


ພວກເຂົາ​ໄດ້​ຖວາຍບູຊາ​ໃຫ້​ແກ່​ບັນດາ​ຜີມານຮ້າຍ ບໍ່ແມ່ນ​ພຣະແທ້​ ຊຶ່ງ​ບໍ່ແມ່ນ​ພຣະເຈົ້າ​ແຕ່​ແມ່ນ​ພະທຽມ ຄື​ພະ​ໃໝ່ໆ​ເຫຼົ່ານັ້ນ​ທັງຫລາຍ ທີ່​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ​ບໍ່ເຄີຍ​ຮູ້; ເປັນ​ບັນດາ​ພະ​ຕ່າງໆ ທີ່​ຊາດ​ອິດສະຣາເອນ​ບໍ່ເຄີຍ​ຮູ້ຈັກ ແລະ​ບໍ່​ຮູ້​ຂາບໄຫວ້​ພວກ​ມັນ ທັງ​ບໍ່ເຄີຍ​ເຊື່ອຟັງ​ມັນ​ມາ​ກ່ອນ.


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, ‘ຈົ່ງ​ລົງ​ໄປ​ຈາກ​ພູ​ດຽວນີ້ ເພາະ​ປະຊາຊົນ​ທີ່​ເຈົ້າ​ໄດ້​ນຳ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ ໄດ້​ພາກັນ​ຫລົງ​ຜິດ​ແລະ​ເຮັດ​ຊົ່ວ​ສາ​ແລ້ວ. ພວກເຂົາ​ໄດ້​ຫັນໜີ​ຈາກ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ໃຫ້​ເຮັດ ໂດຍ​ຫລໍ່​ຮູບເຄົາຣົບ​ສຳລັບ​ພວກເຂົາ​ເອງ.’


ຂ້າພະເຈົ້າ​ໄດ້​ເຫັນ​ວ່າ​ພວກເຈົ້າ​ໄດ້​ລະເມີດ​ຂໍ້​ຄຳສັ່ງ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ມອບ​ໃຫ້​ແທ້ ແລະ​ພວກເຈົ້າ​ກໍໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ​ຢ່າງ​ວ່ອງໄວ ໂດຍ​ໄດ້​ໃຊ້​ໂລຫະ​ຫລໍ່​ຮູບ​ງົວ​ນ້ອຍ​ໄວ້​ຂາບໄຫວ້.


ພວກເຂົາ​ພາກັນ​ໄປ​ຫາ​ປະຊາຊົນ​ຣູເບັນ, ກາດ ແລະ​ມານາເຊ​ຕາເວັນອອກ​ທີ່​ດິນແດນ​ກີເລອາດ,


ແຕ່​ພວກເຂົາ​ບໍ່ໄດ້​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ພວກ​ຜູ້ປົກຄອງ​ເຫຼົ່ານີ້. ພວກເຂົາ​ຫຼີ້ນຊູ້​ກັບ​ບັນດາ​ພະອື່ນ​ແລະ​ຂາບໄຫວ້​ພວກມັນ. ບັນພະບຸລຸດ​ຂອງ​ພວກເຂົາ​ໄດ້​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ແຕ່​ອີກ​ບໍ່​ດົນ​ຄົນ​ເຊັ່ນ​ໃໝ່​ນີ້​ກໍ​ເຊົາ​ເຊື່ອຟັງ​ພຣະອົງ​ຢ່າງ​ໄວວາ.


ແຕ່​ກີເດໂອນ​ເວົ້າ​ຕໍ່ໄປ​ວ່າ, “ໃຫ້​ຂ້ອຍ​ຂໍ​ສິ່ງ​ໜຶ່ງ​ຈາກ​ພວກເຈົ້າ ຄື​ໃຫ້​ພວກເຈົ້າ​ແຕ່ລະຄົນ​ເອົາ​ຕຸ້ມຫູ​ທີ່​ຢຶດ​ມາ​ໄດ້​ນັ້ນ​ໃຫ້​ຂ້ອຍ.” (ຊາວ​ມີດີອານ​ໃສ່​ຕຸ້ມຫູ​ຄຳ ດັ່ງ​ຄົນ​ທົ່ວ​ໄປ​ທີ່​ອາໄສ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ.)


Jiwasaru arktasipxañani:

Anuncios ukanaka


Anuncios ukanaka