Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 32:6 - ພຣະຄຳພີສັກສິ

6 ໃນ​ມື້​ຕໍ່ມາ ພວກເຂົາ​ໄດ້​ຕື່ນ​ແຕ່​ເຊົ້າໆ ພວກເຂົາ​ໄດ້​ເຜົາ​ສັດ​ທັງ​ໂຕ​ຖວາຍບູຊາ ແລະ​ນຳ​ເອົາ​ສັດ​ໂຕ​ອື່ນ​ມາ​ຂ້າ​ກິນ​ເພື່ອ​ຄວາມ​ສາມັກຄີທຳ. ປະຊາຊົນ​ຕ່າງ​ກໍໄດ້​ນັ່ງ​ລົງ​ກິນ​ແລະ​ດື່ມ ຊຶ່ງ​ຕໍ່ມາ​ກໍ​ໄດ້​ມີ​ການ​ເຕັ້ນລຳ​ຖວາຍ​ບູຊາ​ຮູບເຄົາຣົບ​ຢ່າງ​ເຖິງ​ໃຈ.

Uka jalj uñjjattʼäta Copia luraña




ອົບພະຍົບ 32:6
10 Jak'a apnaqawi uñst'ayäwi  

ແລ້ວ​ອາໂຣນ​ກໍໄດ້​ກໍ່ສ້າງ​ແທ່ນບູຊາ​ແທ່ນ​ໜຶ່ງ​ໄວ້​ຕໍ່ໜ້າ​ຮູບ​ງົວ​ຄຳ ແລະ​ປະກາດ​ວ່າ, “ມື້ອື່ນ​ຈະ​ມີ​ການ​ກິນ​ລ້ຽງ​ຖວາຍ​ກຽດ​ແກ່​ພຣະເຈົ້າຢາເວ.”


ໃນ​ສະຖານທີ່​ນະມັດສະການ​ທຸກບ່ອນ ພວກເຂົາ​ໃຊ້​ເສື້ອຜ້າ​ທີ່​ຄົນ​ຍາກຈົນ​ເອົາ​ມາ​ຈຳນຳ​ນັ້ນ​ປູ​ນອນ. ພວກເຂົາ​ດື່ມ​ເຫຼົ້າ​ອະງຸ່ນ​ທີ່​ຢຶດ​ມາ​ຈາກ​ລູກໜີ້​ໃນ​ວິຫານ​ພຣະເຈົ້າ​ຂອງ​ພວກເຂົາ.”


ເຮົາ​ຈະ​ໃຫ້​ເທດສະການ​ຕ່າງໆ​ກາຍເປັນ​ງານ​ແຫ່​ສົບ ແລະ​ຈະ​ປ່ຽນ​ເພງ​ສະໜຸກ​ສະໜານ​ໃຫ້​ເປັນ​ສຽງ​ຮ້ອງໄຫ້​ທີ່​ໂສກເສົ້າ​ເສຍໃຈ. ເຮົາ​ຈະ​ໃຫ້​ພວກເຈົ້າ​ແຖ​ຫົວ​ແລະ​ນຸ່ງ​ເຄື່ອງ​ໄວ້ທຸກ ແລະ​ພວກເຈົ້າ​ກໍ​ຈະ​ເປັນ​ດັ່ງ​ພໍ່​ແມ່​ທີ່​ຮ້ອງໄຫ້​ໄວ້ທຸກ​ນຳ​ລູກຊາຍ​ໂທນ​ທີ່​ຕາຍໄປ. ໃນ​ວັນ​ນັ້ນ​ຈະ​ມີ​ແຕ່​ຄວາມ​ຂົມຂື່ນ​ຈົນເຖິງ​ທີ່ສຸດ.


ພວກ​ແມ່ຍິງ​ເຫຼົ່ານີ້​ໄດ້​ເຊີນ​ພວກເຂົາ​ເຂົ້າ​ຮ່ວມ ບຸນ​ສະຫລອງ​ພິທີ​ຖວາຍບູຊາ​ໃນ​ບ່ອນ​ຂາບໄຫວ້​ພະ​ຂອງ​ຊາວ​ໂມອາບ. ພວກເຂົາ​ໄດ້​ກິນ​ອາຫານ​ທີ່​ໄດ້​ບູຊາ​ແລ້ວ​ແລະ​ໄດ້​ນົບ​ຮູບ​ພະ​ທັງຫລາຍ​ຂອງ​ພວກເຂົາ


ຢ່າ​ກາຍເປັນ​ຄົນ​ຂາບໄຫວ້​ຮູບເຄົາຣົບ ເໝືອນ​ບາງຄົນ​ໃນ​ພວກ​ນັ້ນ​ໄດ້​ຂາບໄຫວ້ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ປະຊາຊົນ​ໄດ້​ນັ່ງ​ລົງ​ກິນ​ແລະ​ດື່ມ ແລ້ວ​ກໍ​ລຸກ​ຂຶ້ນ​ເຕັ້ນລຳ.”


ຄົນ​ທົ່ວ​ໂລກ ຕ່າງ​ກໍ​ຈະ​ດີໃຈ​ທີ່​ພະຍານ​ທັງສອງ​ນີ້​ຕາຍໄປ​ແລ້ວ ພວກເຂົາ​ຈະ​ສະເຫລີມ​ສະຫລອງ ແລະ​ສົ່ງ​ຂອງຂວັນ​ໃຫ້​ກັນແລະກັນ ເພາະ​ຜູ້​ປະກາດ​ພຣະທຳ​ທັງສອງ​ນີ້ ໄດ້​ນຳ​ຄວາມ​ທົນທຸກ​ຢ່າງ​ໜັກ​ມາ​ສູ່​ມະນຸດ​ທັງຫລາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka