Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 32:5 - ພຣະຄຳພີສັກສິ

5 ແລ້ວ​ອາໂຣນ​ກໍໄດ້​ກໍ່ສ້າງ​ແທ່ນບູຊາ​ແທ່ນ​ໜຶ່ງ​ໄວ້​ຕໍ່ໜ້າ​ຮູບ​ງົວ​ຄຳ ແລະ​ປະກາດ​ວ່າ, “ມື້ອື່ນ​ຈະ​ມີ​ການ​ກິນ​ລ້ຽງ​ຖວາຍ​ກຽດ​ແກ່​ພຣະເຈົ້າຢາເວ.”

Uka jalj uñjjattʼäta Copia luraña




ອົບພະຍົບ 32:5
18 Jak'a apnaqawi uñst'ayäwi  

ໃນ​ຈົດໝາຍ​ນັ້ນ​ມີ​ຖ້ອຍຄຳ​ວ່າ, “ຈົ່ງ​ປະກາດ​ຖືສິນ​ອົດອາຫານ​ໜຶ່ງ​ວັນ ເອີ້ນ​ປະຊາຊົນ​ໃຫ້​ມາ​ໂຮມກັນ ແລະ​ໃຫ້​ນາໂບດ​ນັ່ງ​ຢູ່​ເທິງ​ບ່ອນ​ທີ່​ມີ​ກຽດ.


ແລ້ວ​ເຢຮູ​ກໍ​ອອກ​ຄຳສັ່ງ​ວ່າ, “ຈົ່ງ​ປະກາດ​ຕັ້ງ​ມື້​ຂາບໄຫວ້ ເພື່ອ​ເປັນ​ການ​ໃຫ້ກຽດ​ພະບາອານ.” ແລ້ວ​ການ​ປະກາດ​ກໍ​ມີ​ຂຶ້ນ


ດັ່ງນັ້ນ ອູຣີຢາ​ຈຶ່ງ​ສ້າງ​ແທ່ນບູຊາ​ຄ້າຍຄື​ກັນ ແລະ​ໄດ້​ສ້າງ​ໃຫ້​ສຳເລັດ​ກ່ອນ​ທີ່​ກະສັດ​ອາຮາດ​ກັບຄືນ​ມາ.


ສະນັ້ນ ພວກເຂົາ​ຈຶ່ງ​ເຊີນ​ປະຊາຊົນ​ອິດສະຣາເອນ​ທັງໝົດ​ມາ​ຮ່ວມ ເປັນ​ຈຳນວນ​ຫລວງຫລາຍ​ກວ່າ​ສະໄໝ​ກ່ອນ ຄື​ເລີ່ມ​ແຕ່​ເມືອງ​ດານ​ທາງທິດ​ຕາເວັນອອກ ຈົນຮອດ​ເມືອງ​ເບເອນເຊບາ​ທາງທິດໃຕ້ ເພື່ອ​ໃຫ້​ພ້ອມກັນ​ມາ​ທີ່​ນະຄອນ​ເຢຣູຊາເລັມ ສະຫລອງ​ປັດສະຄາ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ຕາມ​ທີ່​ກົດບັນຍັດ​ໄດ້​ກຳນົດ​ໄວ້.


ໂມເຊ​ຕອບ​ວ່າ, “ພວກ​ຂ້ານ້ອຍ​ຈະ​ໄປ​ໝົດ​ທຸກຄົນ ລວມ​ທັງ​ເດັກນ້ອຍ​ແລະ​ຜູ້ເຖົ້າ. ພວກ​ຂ້ານ້ອຍ​ຈະ​ເອົາ​ລູກ​ຊາຍ​ຍິງ, ຝູງແກະ, ຝູງແບ້ ແລະ​ພ້ອມ​ທັງ​ຝູງງົວ​ໄປ​ດ້ວຍ ເພາະ​ພວກ​ຂ້ານ້ອຍ​ຈະ​ຈັດ​ເທດສະການ ເພື່ອ​ຍົກຍໍ​ຖວາຍ​ກຽດ​ແກ່​ພຣະເຈົ້າຢາເວ​ຂອງ​ພວກ​ຂ້ານ້ອຍ.”


ພວກເຈົ້າ​ຕ້ອງ​ສະຫລອງ​ວັນ​ນີ້​ເປັນ​ວັນ​ສຳຄັນ ເພື່ອ​ໃຫ້​ລະນຶກເຖິງ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ​ເພື່ອ​ພວກເຈົ້າ. ຈົ່ງ​ສະຫລອງ​ວັນ​ນີ້​ຕະຫລອດໄປ.


ໂມເຊ​ໄດ້​ສ້າງ​ແທ່ນບູຊາ​ແທ່ນ​ໜຶ່ງ​ຂຶ້ນ ແລະ​ໃສ່​ຊື່​ແທ່ນບູຊາ​ນີ້​ວ່າ, “ພຣະເຈົ້າຢາເວ​ເປັນ​ທຸງໄຊ​ຂອງຂ້ອຍ.”


ເພິ່ນ​ໄດ້​ຮວບຮວມ​ເອົາ​ຕຸ້ມຫູ​ທັງໝົດ ແລະ​ໃຊ້​ເຄື່ອງ​ມື​ຫລໍ່​ເປັນ​ຮູບ​ງົວ​ຄຳ​ໂຕໜຶ່ງ. ຕໍ່ມາ ປະຊາຊົນ​ກໍ​ເວົ້າ​ວ່າ, “ຊາວ​ອິດສະຣາເອນ​ເອີຍ ອັນນີ້ ແມ່ນ​ພະ​ຂອງ​ພວກເຮົາ​ຜູ້​ທີ່​ໄດ້​ນຳພາ​ພວກເຮົາ​ອອກ​ມາ​ຈາກ​ປະເທດ​ເອຢິບ.”


ໃນ​ມື້​ຕໍ່ມາ ພວກເຂົາ​ໄດ້​ຕື່ນ​ແຕ່​ເຊົ້າໆ ພວກເຂົາ​ໄດ້​ເຜົາ​ສັດ​ທັງ​ໂຕ​ຖວາຍບູຊາ ແລະ​ນຳ​ເອົາ​ສັດ​ໂຕ​ອື່ນ​ມາ​ຂ້າ​ກິນ​ເພື່ອ​ຄວາມ​ສາມັກຄີທຳ. ປະຊາຊົນ​ຕ່າງ​ກໍໄດ້​ນັ່ງ​ລົງ​ກິນ​ແລະ​ດື່ມ ຊຶ່ງ​ຕໍ່ມາ​ກໍ​ໄດ້​ມີ​ການ​ເຕັ້ນລຳ​ຖວາຍ​ບູຊາ​ຮູບເຄົາຣົບ​ຢ່າງ​ເຖິງ​ໃຈ.


ຊາວ​ອິດສະຣາເອນ​ມີ​ແທ່ນບູຊາ ສຳລັບ​ຊຳລະລ້າງ​ບາບ​ຕື່ມ​ຂຶ້ນ​ເທົ່າໃດ ສະຖານທີ່​ເຮັດ​ບາບ​ຈະ​ມີ​ຕື່ມ​ຂຶ້ນ​ຫລາຍ​ເທົ່ານັ້ນ.


ປະຊາຊົນ​ອິດສະຣາເອນ​ໄດ້​ສ້າງ​ວັງ​ໄວ້​ຫລາຍ​ແຫ່ງ, ແຕ່​ພວກເຂົາ​ລືມ​ຜູ້​ທີ່​ສ້າງ​ພວກເຂົາ. ປະຊາຊົນ​ຢູດາ​ສ້າງ​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ​ໄວ້​ຫລາຍ​ແຫ່ງ; ແຕ່​ເຮົາ​ກໍ​ຈະ​ສົ່ງ​ໄຟ​ມາ​ເຜົາຜານ​ເມືອງ ແລະ​ທຳລາຍ​ວັງ​ຂອງ​ພວກເຂົາ​ຖິ້ມ.”


“ຈົ່ງ​ບອກ​ປະຊາຊົນ​ອິດສະຣາເອນ​ວ່າ ສິ່ງ​ເຫຼົ່ານີ້ ແມ່ນ​ເປັນ​ເທດສະການ​ທີ່​ເຮົາ​ຈັດ​ຕັ້ງ​ໄວ້​ແກ່​ພຣະເຈົ້າຢາເວ ຊຶ່ງ​ເຈົ້າ​ທັງຫລາຍ​ຕ້ອງ​ປະກາດ​ວ່າ​ເປັນ​ການ​ໂຮມ​ຊຸມນຸມ​ອັນ​ສັກສິດ​ບໍຣິສຸດ.


ໃນ​ວັນ​ນັ້ນ​ຢ່າ​ເຮັດ​ວຽກ​ປະຈຳວັນ​ໃດໆ​ທັງ​ສິ້ນ ແຕ່​ຈົ່ງ​ເຕົ້າໂຮມ​ກັນ​ເພື່ອ​ນະມັດສະການ. ໃຫ້​ເຊື້ອສາຍ​ຂອງ​ພວກເຈົ້າ​ຢຶດຖື​ລະບຽບການ​ນີ້ ທຸກຍຸກ​ທຸກສະໄໝ​ສືບ​ໄປ ບໍ່​ວ່າ​ພວກເຂົາ​ຈະ​ຢູ່​ທີ່​ໃດ​ກໍຕາມ.


ອັນ​ນີ້​ແມ່ນ​ເທດສະການ​ທາງ​ສາສະໜາ ທີ່​ພວກເຈົ້າ​ຍ້ອງຍໍ​ສັນລະເສີນ​ໃຫ້ກຽດ​ພຣະເຈົ້າຢາເວ ໂດຍ​ການ​ມາ​ເຕົ້າໂຮມ​ກັນ​ເພື່ອ​ນະມັດສະ​ການ ແລະ​ຖວາຍ​ບູຊາ​ແກ່​ພຣະເຈົ້າຢາເວ​ຄື: ຖວາຍ​ເຄື່ອງ​ເຜົາບູຊາ, ພືດຜົນ​ເປັນເມັດ, ເຄື່ອງ​ບູຊາ​ອື່ນໆ ແລະ​ເຫຼົ້າ​ອະງຸ່ນ​ຕາມ​ທີ່​ໄດ້​ກຳນົດ​ໄວ້​ແຕ່ລະວັນ.


ຈົ່ງ​ປະກາດ​ເທດສະການ​ຂອງ​ພຣະເຈົ້າຢາເວ​ດັ່ງ​ຕໍ່ໄປນີ້​ຕາມ​ເວລາ​ທີ່​ໄດ້​ກຳນົດ​ໄວ້.


ດ້ວຍເຫດນັ້ນ ເຮົາ​ທັງຫລາຍ​ຈຶ່ງ​ຖື​ປັດສະຄາ​ນັ້ນ, ບໍ່ແມ່ນ​ດ້ວຍ​ເຊື້ອ​ເກົ່າ ຫລື​ເຊື້ອ​ຂອງ​ຄວາມ​ຊົ່ວຮ້າຍ, ແຕ່​ດ້ວຍ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ ຄື​ຄວາມ​ສັດຊື່​ແລະ​ຄວາມຈິງ.


ກະສັດ​ໂຊນ​ໄດ້​ສ້າງ​ແທ່ນບູຊາ​ຖວາຍ​ແກ່​ພຣະເຈົ້າຢາເວ ຊຶ່ງ​ເປັນ​ແທ່ນບູຊາ​ທຳອິດ​ທີ່​ເພິ່ນ​ໄດ້​ສ້າງ​ຖວາຍ​ແກ່​ພຣະເຈົ້າຢາເວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka