3 ດັ່ງນັ້ນ ປະຊາຊົນອິດສະຣາເອນທຸກຄົນຈຶ່ງໄດ້ປົດຕຸ້ມຫູຄຳຂອງຕົນ ມອບໃຫ້ອາໂຣນ.
ເມື່ອນາງເອົານໍ້າໃຫ້ອູດກິນອີ່ມໝົດທຸກໂຕແລ້ວ ຄົນຮັບໃຊ້ຂອງອັບຣາຮາມກໍເອົາແຫວນຄຳລາຄາແພງປະດັບທີ່ດັງຂອງນາງ ແລະເອົາປອກແຂນຄຳຄູ່ໜຶ່ງໃສ່ໃຫ້ນາງ.
ດັ່ງນັ້ນ ພວກເຂົາຈຶ່ງເອົາຮູບພະທັງໝົດຂອງຄົນຕ່າງຊາດ ຊຶ່ງພວກເຂົາມີຢູ່ກັບຕຸ້ມຫູທີ່ພວກເຂົາໃສ່ຢູ່ມອບໃຫ້ຢາໂຄບ. ເພິ່ນໄດ້ເອົາເຄື່ອງເຫຼົ່ານີ້ໄປຝັງໄວ້ໃຕ້ຕົ້ນໝາກກໍ່ໃກ້ກັບເມືອງຊີເຄມ.
ອາໂຣນຈຶ່ງບອກພວກເຂົາວ່າ, “ຈົ່ງປົດຕຸ້ມຫູຂອງເມຍ, ລູກຊາຍ ແລະລູກສາວຂອງພວກເຈົ້າທີ່ໃສ່ຢູ່ນັ້ນເອົາມາໃຫ້ຂ້ອຍ.”
ເພິ່ນໄດ້ຮວບຮວມເອົາຕຸ້ມຫູທັງໝົດ ແລະໃຊ້ເຄື່ອງມືຫລໍ່ເປັນຮູບງົວຄຳໂຕໜຶ່ງ. ຕໍ່ມາ ປະຊາຊົນກໍເວົ້າວ່າ, “ຊາວອິດສະຣາເອນເອີຍ ອັນນີ້ ແມ່ນພະຂອງພວກເຮົາຜູ້ທີ່ໄດ້ນຳພາພວກເຮົາອອກມາຈາກປະເທດເອຢິບ.”
ເພາະສະນັ້ນ ປະຊາຊົນອິດສະຣາເອນຈຶ່ງບໍ່ໄດ້ໃສ່ເຄື່ອງເອ້ອີກຕໍ່ໄປ ເມື່ອຈາກພູເຂົາຊີນາຍໄປນັ້ນ.
ແລະຕາມຂໍ້ມື. ພຣະອົງຈະເອົາຜ້າປົກໜ້າຂອງພວກເຂົາໄປ
ປະຊາຊົນໄຂກະເປົາ ແລະຖອກຄຳອອກມາ ຊັ່ງເບິ່ງນໍ້າໜັກເງິນໃສ່ຊິງທີ່ພວກເຂົາມີນັ້ນ. ພວກເຂົາຈ້າງຊ່າງຫລອມຄຳໃຫ້ເຮັດເປັນຮູບພະ ແລ້ວກໍຂາບໄຫວ້ຮູບພະທີ່ໄດ້ສ້າງຂຶ້ນມາ.
ຮູບເຄົາຣົບພວກເຂົາໂອບດ້ວຍເງິນຈາກຕາກຊິດ ໂອບດ້ວຍຄຳທີ່ຖືກນຳມາຈາກແດນອູຟາດ ຊຶ່ງລ້ວນແຕ່ແຕ້ມດ້ວຍສີມືຂອງນັກສິນລະປິນ ພວກເຂົານຸ່ງເຄື່ອງງົດງາມໃຫ້ຮູບເຄົາຣົບເຫຼົ່ານັ້ນ ເປັນສີແດງແຈດແລະສີມ່ວງຢ່າງດີ ຊຶ່ງຊ່າງຜູ້ຊຳນິຊຳນານຕໍ່າອອກມາໃຫ້.