Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 32:26 - ພຣະຄຳພີສັກສິ

26 ສະນັ້ນ ໂມເຊ​ຈຶ່ງ​ໄດ້​ມາ​ຢືນ​ຢູ່​ທີ່​ທາງ​ປະຕູເຂົ້າ​ຄ້າຍ ແລະ​ຮ້ອງ​ຂຶ້ນ​ວ່າ, “ຜູ້ໃດ​ທີ່​ຢູ່​ຝ່າຍ​ພຣະເຈົ້າຢາເວ ຈົ່ງ​ມາ​ທາງ​ພີ້” ປະຊາຊົນ​ໃນ​ເຜົ່າເລວີ​ທັງໝົດ​ໄດ້​ມາ​ເຂົ້າ​ກັບ​ໂມເຊ

Uka jalj uñjjattʼäta Copia luraña




ອົບພະຍົບ 32:26
8 Jak'a apnaqawi uñst'ayäwi  

ທະຫານ​ຄົນ​ໜຶ່ງ​ຂອງ​ໂຢອາບ​ໄດ້​ຢືນ​ຢູ່​ຂ້າງ​ຊາກສົບ​ຂອງ​ອາມາສາ ແລະ​ຮ້ອງ​ຂຶ້ນ​ວ່າ, “ທຸກໆ​ຄົນ​ທີ່​ຢູ່​ຝ່າຍ​ໂຢອາບ​ແລະ​ກະສັດ​ດາວິດ ໃຫ້​ຕິດຕາມ​ໂຢອາບ​ໄປ.”


ເຢຮູ​ຫລຽວ​ຂຶ້ນ​ໄປ ແລະ​ຮ້ອງ​ໃສ່​ວ່າ, “ແມ່ນ​ໃຜ​ຢູ່​ຝ່າຍ​ຂ້າພະເຈົ້າ​ແດ່?” ໃນ​ຂະນະນັ້ນ ໄດ້​ມີ​ຊາຍ​ຕອນ​ສອງ​ສາມ​ຄົນ​ໄດ້​ຫລຽວເບິ່ງ​ລາວ​ທາງ​ປ່ອງຢ້ຽມ.


ແມ່ນ​ໃຜ​ໄດ້​ຢືນ​ຕໍ່ຕ້ານ​ຄົນຊົ່ວຮ້າຍ​ແທນ​ຂ້າພະເຈົ້າ? ແມ່ນ​ໃຜ​ໄດ້​ເຂົ້າຂ້າງ​ຂ້າພະເຈົ້າ​ຕໍ່ສູ້​ຄົນ​ເຮັດ​ຊົ່ວ?


ໂມເຊ​ໄດ້​ຮູ້​ວ່າ​ແມ່ນ​ອາໂຣນ ທີ່​ເປັນ​ຜູ້​ປ່ອຍ​ປະຊາຊົນ​ໃຫ້​ເຮັດ​ຕາມໃຈ ແລະ​ຂາດ​ການ​ຄວບຄຸມ​ຢັບຢັ້ງ ໂດຍ​ທີ່​ພວກເຂົາ​ຢູ່​ທ່າມກາງ​ເຫຼົ່າ​ສັດຕູ.


ແລ້ວ​ເພິ່ນ​ກໍ​ບອກ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ສັ່ງ​ພວກເຈົ້າ​ທຸກຄົນ ໃຫ້​ຈັບ​ດາບ​ແລະ​ໄປ​ທົ່ວ​ຄ້າຍ​ແຕ່​ປະຕູ​ນີ້​ເຖິງ​ປະຕູ​ນັ້ນ ຂ້າ​ບັນດາ​ອ້າຍ​ເອື້ອຍ​ນ້ອງ ໝູ່ຄູ່​ແລະ​ເພື່ອນບ້ານ​ຂອງຕົນ.”


ຜູ້ໃດ​ບໍ່​ຢູ່​ຝ່າຍ​ເຮົາ ກໍ​ຕໍ່ສູ້​ເຮົາ ແລະ​ຜູ້ໃດ​ບໍ່​ຮ່ວມ​ເຂົ້າ​ກັນ​ກັບ​ເຮົາ ກໍ​ເປັນ​ຜູ້​ເຮັດ​ໃຫ້​ແຕກ​ກະ​ຈາຍ​ໄປ.


ພວກເຂົາ​ໄດ້​ສະແດງ​ຄວາມ​ສັດຊື່​ຍິ່ງໃຫຍ່​ຕໍ່​ພຣະອົງ ຫລາຍກວ່າ​ຕໍ່​ພໍ່​ແມ່​ອ້າຍ​ເອື້ອຍ​ນ້ອງ​ກັບ​ລູກໆ. ພວກເຂົາ​ໄດ້​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ທັງ​ສັດຊື່​ແລະ​ໝັ້ນຄົງ​ຕໍ່​ພັນທະສັນຍາ​ດ້ວຍ.


ເມື່ອ​ໂຢຊວຍ​ຢູ່​ໃກ້​ກັບ​ເມືອງ​ເຢຣິໂກ ໃນທັນໃດ ເພິ່ນ​ກໍໄດ້​ເຫັນ​ຊາຍ​ຄົນໜຶ່ງ​ພວມ​ຖື​ດາບ​ຢືນ​ຢູ່​ຕໍ່ໜ້າ​ເພິ່ນ. ໂຢຊວຍ​ຈຶ່ງ​ຫຍັບ​ເຂົ້າ​ໄປ​ໃກ້ ແລະ​ຖາມ​ຊາຍ​ຄົນ​ນັ້ນ​ວ່າ, “ທ່ານ​ເປັນ​ຝ່າຍເຮົາ​ຫລື​ຝ່າຍ​ສັດຕູ?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka