25 ໂມເຊໄດ້ຮູ້ວ່າແມ່ນອາໂຣນ ທີ່ເປັນຜູ້ປ່ອຍປະຊາຊົນໃຫ້ເຮັດຕາມໃຈ ແລະຂາດການຄວບຄຸມຢັບຢັ້ງ ໂດຍທີ່ພວກເຂົາຢູ່ທ່າມກາງເຫຼົ່າສັດຕູ.
ລາວຕອບວ່າ, “ຂ້ານ້ອຍໄດ້ຍິນສຽງຂອງພຣະອົງຢູ່ໃນສວນ; ຂ້ານ້ອຍຢ້ານຫລາຍ ຈຶ່ງຫລົບລີ້ຊ່ອນຕົວຢູ່ ເພາະຂ້ານ້ອຍປະເປືອຍຢູ່.”
ເມື່ອຄິດໄດ້ດັ່ງນັ້ນແລ້ວ ເພິ່ນຈຶ່ງສ້າງຮູບງົວຄຳສອງໂຕ ແລະກ່າວແກ່ປະຊາຊົນວ່າ, “ພວກເຈົ້າໄດ້ໄປນະມັດສະການທີ່ນະຄອນເຢຣູຊາເລັມ ເປັນເວລາດົນນານພໍສົມຄວນ. ປະຊາຊົນອິດສະຣາເອນເອີຍ ນີ້ເດ ຄືບັນດາພະຂອງພວກເຈົ້າທີ່ໄດ້ນຳພວກເຈົ້າອອກມາຈາກປະເທດເອຢິບ.”
ພຣະອົງຈະປະຖິ້ມຊາດອິດສະຣາເອນ ເພາະກະສັດເຢໂຣໂບອາມໄດ້ເຮັດບາບ ແລະໄດ້ນຳປະຊາຊົນອິດສະຣາເອນໃຫ້ເຮັດບາບ.”
ຍ້ອນກະສັດອາຮາດແຫ່ງຢູດາຍໄດ້ຝ່າຝືນສິດຂອງປະຊາຊົນຂອງຕົນເອງ ແລະໄດ້ໝິ່ນປະໝາດພຣະເຈົ້າຢາເວ; ພຣະເຈົ້າຢາເວຈຶ່ງໄດ້ນຳເອົາຄວາມເດືອດຮ້ອນມາສູ່ຢູດາຍ.
ສະນັ້ນ ໂມເຊຈຶ່ງໄດ້ມາຢືນຢູ່ທີ່ທາງປະຕູເຂົ້າຄ້າຍ ແລະຮ້ອງຂຶ້ນວ່າ, “ຜູ້ໃດທີ່ຢູ່ຝ່າຍພຣະເຈົ້າຢາເວ ຈົ່ງມາທາງພີ້” ປະຊາຊົນໃນເຜົ່າເລວີທັງໝົດໄດ້ມາເຂົ້າກັບໂມເຊ
ຊົນຊາດໃດທີ່ບໍ່ມີນິມິດ ຊົນຊາດນັ້ນກໍຈະຈິບຫາຍ, ແຕ່ຄວາມສຸກເປັນຂອງຄົນທີ່ຖືຮັກສາກົດບັນຍັດຂອງພຣະເຈົ້າ.
ເພື່ອປະຊາຊົນຈະໄດ້ເຫັນເຈົ້າເປືອຍກາຍ ພວກເຂົາຈະໄດ້ເຫັນເຈົ້າຕົກຕໍ່າແລະຂາຍໜ້າ. ເຮົາຈະລົງມືແກ້ແຄ້ນໃຫ້ແກ່ເຮົາເອງ ແລະຈະບໍ່ມີຜູ້ໃດຂັດຂືນທັງຢັບຢັ້ງເຮົາໄດ້.”
ຂ້ານ້ອຍຈະໄປຫາຄົນທີ່ມີອຳນາດ ແລະຈະໄປເວົ້າຈາປາໄສກັບພວກເຂົາເບິ່ງ ແນ່ນອນພວກເຂົາຕ້ອງຮູ້ຈັກທາງຂອງພຣະເຈົ້າຢາເວ ແລະຮູ້ສິ່ງທີ່ພຣະເຈົ້າຕ້ອງການໃຫ້ພວກເຂົາເຮັດ.” ແຕ່ພວກເຂົາບໍ່ຮັບເອົາຣິດເດດອຳນາດຂອງພຣະອົງຈັກຄົນ ແລະປະຕິເສດທີ່ຈະເຊື່ອຟັງພຣະອົງອີກດ້ວຍ.
ເຮົາຈະຍົກຄວາມຜິດທຸກຢ່າງທີ່ເຈົ້າໄດ້ເຮັດ, ແຕ່ເຈົ້າຈະຈົດຈຳມັນໄວ້ ແລະລະອາຍໃຈ ຈົນບໍ່ກ້າອ້າປາກເວົ້າເຖິງມັນເລີຍ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.”
ຫລາຍຄົນໃນພວກເຫຼົ່ານີ້ທີ່ຕາຍໄປແລ້ວ ຈະມີຊີວິດອີກ ຄືບາງຄົນຈະມີຄວາມພໍອົກພໍໃຈກັບຊີວິດອັນຕະຫລອດໄປເປັນນິດ; ບາງຄົນຈະທົນທຸກຢ່າງອັບອາຍຕະຫລອດໄປ.
ຖ້ານາງບໍ່ເຊົາ ເຮົາຈະເປືອຍກາຍນາງໃຫ້ເປັນດັ່ງມື້ທີ່ນາງໄດ້ເກີດມາ. ເຮົາຈະເຮັດໃຫ້ນາງເປັນດັ່ງດິນທີ່ແຫ້ງແລ້ງແລະທຸລະກັນດານ ນາງຈະຕາຍເພາະຫິວນໍ້າ.
ພວກເຈົ້າຊາວເມືອງຊາເຟຍເອີຍ ຈົ່ງໜີໄປຢູ່ຕ່າງຖິ່ນຢ່າງເປືອຍຕົວ ແລະອັບອາຍຂາຍໜ້າສາ. ຄົນທີ່ອາໄສຢູ່ໃນເມືອງຊາອານານ ບໍ່ກ້າອອກມາຈາກເມືອງຂອງຕົນ. ເມື່ອໃດພວກເຈົ້າໄດ້ຍິນປະຊາຊົນໃນເມືອງເບັດເອເຊນຮ້ອງໄຫ້ຮໍ່າໄຮ ເຈົ້າຈົ່ງຮູ້ວ່າໃນທີ່ນັ້ນບໍ່ມີບ່ອນລີ້ໄພສາແລ້ວ.
ດັ່ງນັ້ນ ພວກເຈົ້າໄດ້ຮັບປະໂຫຍດຫຍັງ ຈາກການກະທຳອັນອັບອາຍທີ່ພວກເຈົ້າເຮັດຢູ່ໃນເວລານີ້? ເພາະຜົນຂອງການເຮັດຢ່າງນັ້ນ ກໍຄືຄວາມຕາຍ.
ພຣະເຈົ້າຢາເວໄດ້ໂກດຮ້າຍອາໂຣນດ້ວຍ ແລະໝາຍຈະຂ້າລາວເສຍ. ດັ່ງນັ້ນ ໃນເວລາດຽວກັນ ຂ້າພະເຈົ້າໄດ້ພາວັນນາອະທິຖານເພື່ອອາໂຣນດ້ວຍ.
“ເບິ່ງແມ! ເຮົາຈະມາເໝືອນຂະໂມຍມາ ຄວາມສຸກເປັນຂອງຜູ້ທີ່ເຝົ້າລະວັງ ແລະຮັກສາເສື້ອຜ້າຂອງຕົນໄວ້ ເພື່ອວ່າຕົນຈະບໍ່ໄດ້ເປືອຍກາຍ ແລະເປັນທີ່ອັບອາຍໃນທ່າມກາງຄົນທັງຫລາຍ.”)