2 ອາໂຣນຈຶ່ງບອກພວກເຂົາວ່າ, “ຈົ່ງປົດຕຸ້ມຫູຂອງເມຍ, ລູກຊາຍ ແລະລູກສາວຂອງພວກເຈົ້າທີ່ໃສ່ຢູ່ນັ້ນເອົາມາໃຫ້ຂ້ອຍ.”
ເມື່ອນາງເອົານໍ້າໃຫ້ອູດກິນອີ່ມໝົດທຸກໂຕແລ້ວ ຄົນຮັບໃຊ້ຂອງອັບຣາຮາມກໍເອົາແຫວນຄຳລາຄາແພງປະດັບທີ່ດັງຂອງນາງ ແລະເອົາປອກແຂນຄຳຄູ່ໜຶ່ງໃສ່ໃຫ້ນາງ.
ຂ້ອຍຖາມນາງວ່າ, ‘ພໍ່ຂອງຫລານແມ່ນໃຜ?’ ແລະນາງຕອບວ່າ, ‘ພໍ່ຂອງຫລານແມ່ນເບທູເອນ ລູກຊາຍຂອງນາໂຮແລະມີລະກາ.’ ດັ່ງນັ້ນ ຂ້ອຍຈຶ່ງເອົາແຫວນຄຳປະດັບທີ່ດັງຂອງນາງ ແລະເອົາສາຍແຂນໃສ່ໃຫ້ນາງ.
ຢ່າເຮັດຮູບພະເປັນເງິນເປັນຄຳ ໄວ້ຂາບໄຫວ້ຄຽງຄູ່ເຮົາເດັດຂາດ.
ດັ່ງນັ້ນ ປະຊາຊົນອິດສະຣາເອນທຸກຄົນຈຶ່ງໄດ້ປົດຕຸ້ມຫູຄຳຂອງຕົນ ມອບໃຫ້ອາໂຣນ.
ທຸກຄົນທີ່ເຕັມໃຈໃຫ້ທັງຍິງແລະຊາຍກໍໄດ້ນຳເຄື່ອງເອ້ຄື: ເຂັມຄັດ, ຕຸ້ມຫູ, ແຫວນ, ສາຍຄໍ ແລະເຄື່ອງເອ້ຕ່າງໆເປັນຄຳຢ່າງອື່ນມາຖວາຍແກ່ພຣະເຈົ້າຢາເວ.
ຜູ້ທີ່ຍອມຟັງຄຳເຕືອນຂອງຄົນມີປັນຍາ ກໍມີຄຸນຄ່າກວ່າແຫວນ ຫລືເຄື່ອງເອ້ທີ່ເປັນຄຳນໍ້າໜຶ່ງ.
ແລະຕາມຂໍ້ມື. ພຣະອົງຈະເອົາຜ້າປົກໜ້າຂອງພວກເຂົາໄປ
ພວກເຈົ້າຈະເອົາຮູບເຄົາຣົບທີ່ໂອບດ້ວຍເງິນ ແລະຄຳ ໂຍນຖິ້ມອອກໄປດັ່ງຂອງເປິເປື້ອນໂດຍຮ້ອງວ່າ, “ໜີໄປໃຫ້ພົ້ນ!”
ເຈົ້າໄດ້ເອົາເຄື່ອງເອ້ທີ່ເປັນເງິນແລະຄຳ ຊຶ່ງເຮົາໄດ້ມອບໃຫ້ເຈົ້ານັ້ນໃຊ້ເຮັດຮູບຂອງຜູ້ຊາຍ ແລະເຈົ້າໄດ້ຫລີ້ນຊູ້ກັບມັນ.
ນາງບໍ່ຮູ້ເລີຍວ່າ ເຮົາເປັນຜູ້ເອົາເຂົ້າສາລີ, ເຫຼົ້າອະງຸ່ນ, ນໍ້າມັນໝາກກອກເທດ ແລະເງິນຄຳທັງໝົດ ຊຶ່ງນາງໃຊ້ຂາບໄຫວ້ພະບາອານນັ້ນໃຫ້ແກ່ນາງ.