ອົບພະຍົບ 32:19 - ພຣະຄຳພີສັກສິ19 ເມື່ອໂມເຊຮອດຄ້າຍພັກແລະເຫັນຮູບງົວຄຳ ທັງປະຊາຊົນກຳລັງຮ້ອງລຳທຳເພງກັນຢູ່ ເພິ່ນຈຶ່ງໂກດຮ້າຍຫຼາຍ. ເພິ່ນໄດ້ໂຍນແຜ່ນຫີນທີ່ເພິ່ນຖືມານັ້ນໃສ່ຕີນພູ ແລະແຜ່ນຫີນນັ້ນແຕກ. Uka jalj uñjjattʼäta |
ແຕ່ເຮົາບອກເຈົ້າທັງຫລາຍວ່າ, ຜູ້ໃດທີ່ໂກດຮ້າຍເຄືອງໃຈ ຕໍ່ອ້າຍເອື້ອຍນ້ອງຂອງຕົນ ຈະຖືກນຳຂຶ້ນສານເພື່ອຕັດສິນລົງໂທດ ຜູ້ໃດທີ່ເອີ້ນອ້າຍເອື້ອຍນ້ອງຂອງຕົນວ່າ, ‘ຄົນໂງ່ຈ້າ’ ຈະຖືກນຳຂຶ້ນສານສູງເພື່ອຕັດສິນລົງໂທດ ແລະຜູ້ໃດທີ່ເອີ້ນອ້າຍເອື້ອຍນ້ອງຂອງຕົນວ່າ, ‘ຄົນບ້າ’ ຜູ້ນັ້ນຈະຕົກບຶງໄຟນະຣົກ.