Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 32:18 - ພຣະຄຳພີສັກສິ

18 ໂມເຊ​ໄດ້​ຕອບ​ວ່າ, “ບໍ່ແມ່ນ​ສຽງ​ຮ້ອງ​ໄຊໂຢ​ຫລື​ສຽງ​ຍອມ​ແພ້ ແຕ່​ແມ່ນ​ສຽງ​ຮ້ອງລຳ​ທຳເພງ​ຕ່າງຫາກ.”

Uka jalj uñjjattʼäta Copia luraña




ອົບພະຍົບ 32:18
5 Jak'a apnaqawi uñst'ayäwi  

ເມື່ອ​ໂຢຊວຍ​ໄດ້ຍິນ​ສຽງ​ປະຊາຊົນ​ພວມ​ຮ້ອງ​ເອະອະ​ກັນ​ຢູ່ ລາວ​ຈຶ່ງ​ເວົ້າ​ກັບ​ໂມເຊ​ວ່າ, “ຂ້ອຍ​ຄື​ໄດ້ຍິນ​ສຽງ​ສູ້ຮົບ​ກັນ​ຢູ່​ໃນ​ຄ້າຍພັກ.”


ເມື່ອ​ໂມເຊ​ຮອດ​ຄ້າຍພັກ​ແລະ​ເຫັນ​ຮູບ​ງົວ​ຄຳ ທັງ​ປະຊາຊົນ​ກຳລັງ​ຮ້ອງລຳ​ທຳເພງ​ກັນ​ຢູ່ ເພິ່ນ​ຈຶ່ງ​ໂກດຮ້າຍ​ຫຼາຍ. ເພິ່ນ​ໄດ້​ໂຍນ​ແຜ່ນຫີນ​ທີ່​ເພິ່ນ​ຖື​ມາ​ນັ້ນ​ໃສ່​ຕີນ​ພູ ແລະ​ແຜ່ນ​ຫີນ​ນັ້ນ​ແຕກ.


ທ່ານ​ດູໝິ່ນ​ປະໝາດ​ອົງພຣະ​ຜູ້​ເປັນເຈົ້າ​ແຫ່ງ​ສະຫວັນ ໂດຍ​ນຳ​ເອົາ​ຈອກ ແລະ​ຖ້ວຍ​ຈາກ​ພຣະວິຫານ​ຂອງ​ພຣະອົງ​ມາ​ທີ່​ນີ້. ທ່ານ​ເອງ, ພວກ​ມະເຫສີ, ພວກ​ນາງ​ສະໜົມ ແລະ​ພວກ​ເຈົ້ານາຍ​ຊັ້ນ​ຜູ້ໃຫຍ່​ຂອງທ່ານ ໄດ້​ພາກັນ​ໃຊ້​ພາຊະນະ​ເຫຼົ່ານີ້ ແລະ​ສັນລະເສີນ​ບັນດາ​ພະ​ທີ່​ເຮັດ​ດ້ວຍ​ຄຳ, ດ້ວຍ​ເງິນ, ດ້ວຍ​ທອງສຳຣິດ, ດ້ວຍ​ເຫຼັກ, ດ້ວຍ​ໄມ້ ແລະ​ດ້ວຍ​ຫີນ; ພະ​ເຫຼົ່ານີ້​ຮູ້​ແລະ​ເຫັນ​ບໍ່ໄດ້ ແລະ​ກໍ​ບໍ່ໄດ້ຍິນ​ຫຍັງ ທັງ​ບໍ່​ຮູ້ຈັກ​ຫຍັງ​ເລີຍ, ແຕ່​ທ່ານ​ບໍ່ໄດ້​ຖວາຍ​ກຽດ​ແກ່​ພຣະເຈົ້າ ອົງ​ຊົງ​ໃຫ້​ຊີວິດ​ຫລື​ເອົາ​ຊີວິດ​ຂອງທ່ານ​ໄປ ແລະ​ເປັນ​ອົງ​ຊົງ​ຄວບຄຸມ​ທຸກສິ່ງ​ທີ່​ທ່ານ​ເຮັດ​ນັ້ນ.


ແລະ​ສັນລະເສີນ​ບັນດາ​ຮູບພະ​ທີ່​ເຮັດ​ດ້ວຍ​ຄຳ, ດ້ວຍ​ເງິນ, ດ້ວຍ​ທອງສຳຣິດ, ດ້ວຍ​ເຫຼັກ, ດ້ວຍ​ໄມ້ ແລະ​ດ້ວຍ​ຫີນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka