Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 32:13 - ພຣະຄຳພີສັກສິ

13 ຂໍ​ໃຫ້​ລະນຶກເຖິງ​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ​ເຊັ່ນ: ອັບຣາຮາມ, ອີຊາກ ແລະ​ຢາໂຄບ. ໂຜດ​ລະນຶກເຖິງ​ພັນທະສັນຍາ​ອັນ​ໜັກແໜ້ນ ທີ່​ພຣະອົງ​ໄດ້​ຕັ້ງ​ໄວ້​ກັບ​ພວກເຂົາ​ວ່າ ພຣະອົງ​ຈະ​ໃຫ້​ພວກເຂົາ​ມີ​ເຊື້ອສາຍ​ຢ່າງ​ຫລວງຫລາຍ ດັ່ງ​ດວງດາວ​ໃນ​ທ້ອງຟ້າ ແລະ​ຈະ​ໃຫ້​ພວກເຂົາ​ໄດ້​ດິນແດນ​ທັງໝົດ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ນັ້ນ ເປັນ​ກຳມະສິດ​ຂອງ​ພວກເຂົາ​ຕະຫລອດໄປ.”

Uka jalj uñjjattʼäta Copia luraña




ອົບພະຍົບ 32:13
23 Jak'a apnaqawi uñst'ayäwi  

ເຮົາ​ຈະ​ໃຫ້​ເຈົ້າ​ມີ​ເຊື້ອສາຍ​ຫລາຍ ແລະ​ພວກເຂົາ​ຈະ​ກາຍເປັນ​ຊົນຊາດ​ໃຫຍ່. ເຮົາ​ຈະ​ອວຍພອນ​ເຈົ້າ ແລະ​ໃຫ້​ເຈົ້າ​ມີ​ຊື່ສຽງ ແລະ​ເຈົ້າ​ຈະ​ໄດ້​ເປັນ​ທໍ່​ພຣະພອນ​ໃຫ້​ແກ່​ຊົນຊາດ​ອື່ນໆ​ເທິງ​ແຜ່ນດິນ​ໂລກ.


ພຣະເຈົ້າຢາເວ​ໄດ້​ປາກົດ​ແກ່​ອັບຣາມ ແລະ​ບອກ​ເພິ່ນ​ວ່າ, “ນີ້​ແມ່ນ​ດິນແດນ ທີ່​ເຮົາ​ຈະ​ມອບ​ໃຫ້​ແກ່​ເຊື້ອສາຍ​ຂອງ​ເຈົ້າ.” ແລ້ວ​ຢູ່​ໃນ​ບ່ອນ​ນີ້ ອັບຣາມ​ໄດ້​ກໍ່ສ້າງ​ແທ່ນບູຊາ​ແທ່ນ​ໜຶ່ງ ຖວາຍ​ແກ່​ພຣະເຈົ້າຢາເວ​ອົງ​ທີ່​ໄດ້​ປາກົດ​ແກ່​ຕົນ.


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ຕັ້ງ​ພັນທະສັນຍາ​ກັບ​ອັບຣາມ ໂດຍ​ກ່າວ​ວ່າ, “ເຮົາ​ສັນຍາ​ວ່າ ຈະ​ມອບ​ດິນແດນ​ທັງໝົດ​ນີ້​ໃຫ້​ແກ່​ເຊື້ອສາຍ​ຂອງ​ເຈົ້າ ຄື​ດິນແດນ​ຕັ້ງແຕ່​ເຂດແດນ​ຂອງ​ເອຢິບ ຈົນ​ໄປ​ເຖິງ​ແມ່ນໍ້າ​ໃຫຍ່​ເອີຟຣັດ


ພຣະອົງ​ພາ​ເພິ່ນ​ຍ່າງ​ອອກ​ໄປ​ຂ້າງ​ນອກ ແລະ​ບອກ​ວ່າ, “ຈົ່ງ​ນັບ​ດວງດາວ​ໃນ​ທ້ອງຟ້າ​ທີ່​ເຈົ້າ​ເຫັນ​ເບິ່ງດູ ເຈົ້າ​ຈະ​ມີ​ເຊື້ອສາຍ​ຫລວງຫລາຍ​ເໝືອນ​ດັ່ງ​ດວງດາວ​ເຫຼົ່ານັ້ນ.”


ຕໍ່ມາ ພຣະອົງ​ກ່າວ​ແກ່​ອັບຣາມ​ວ່າ, “ເຮົາ​ແມ່ນ​ພຣະເຈົ້າຢາເວ ຜູ້​ທີ່​ນຳພາ​ເຈົ້າ​ອອກ​ມາ​ຈາກ​ເມືອງ​ອູເຣ​ໃນ​ບາບີໂລນ ເພື່ອ​ຈະ​ມອບ​ດິນແດນ​ນີ້​ໃຫ້​ເປັນ​ກຳມະສິດ​ຂອງ​ເຈົ້າ.”


ເຮົາ​ຈະ​ມອບ​ດິນແດນ ທີ່​ເຈົ້າ​ອາໄສ​ຢູ່​ປັດຈຸບັນ​ໃນ​ຖານະ​ເປັນ​ຄົນ​ຕ່າງດ້າວ​ນີ້ ໃຫ້​ແກ່​ເຈົ້າ​ແລະ​ເຊື້ອສາຍ​ຂອງ​ພວກເຈົ້າ. ດິນແດນ​ການາອານ​ທັງໝົດ ຈະ​ເປັນ​ຂອງ​ພວກເຈົ້າ​ຕະຫລອດໄປ ແລະ​ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.”


“ເຮົາ​ຂໍ​ສາບານ​ໃນ​ນາມ​ຂອງເຮົາ​ຄື​ພຣະເຈົ້າຢາເວ​ຜູ້​ກຳລັງ​ກ່າວ​ຢູ່​ນີ້​ວ່າ, ເຮົາ​ຈະ​ອວຍພອນ​ເຈົ້າ​ຢ່າງ​ຫລວງຫລາຍ. ເພາະ​ເຈົ້າ​ໄດ້​ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ບອກ ແລະ​ບໍ່ໄດ້​ຫວງ​ລູກຊາຍ​ຄົນ​ດຽວ​ຂອງ​ເຈົ້າ​ໄວ້;


ເຮົາ​ຂໍ​ສັນຍາ​ວ່າ ຈະ​ໃຫ້​ເຈົ້າ​ມີ​ເຊື້ອສາຍ​ຢ່າງ​ຫລວງຫລາຍ ດັ່ງ​ດວງດາວ​ໃນ​ທ້ອງຟ້າ​ຫລື​ເມັດ​ດິນຊາຍ​ທີ່​ແຄມ​ທະເລ. ເຊື້ອສາຍ​ຂອງ​ເຈົ້າ​ຈະ​ຕີ​ຊະນະ​ສັດຕູ​ທັງປວງ.


ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ສະຫວັນ ໄດ້​ນຳພາ​ຂ້ອຍ​ໜີ​ຈາກ​ເຮືອນ​ພໍ່ ແລະ​ບ້ານເກີດ​ເມືອງນອນ​ຕະຫລອດ​ທັງ​ຍາດຕິພີ່ນ້ອງ​ຂອງຂ້ອຍ​ມາ​ຢູ່​ໃນ​ດິນ​ຕອນ​ນີ້ ຊຶ່ງ​ພຣະອົງ​ໄດ້​ສັນຍາ​ຢ່າງ​ໜັກແໜ້ນ​ວ່າ​ຈະ​ມອບ​ໃຫ້​ແກ່​ເຊື້ອສາຍ​ຂອງຂ້ອຍ. ພຣະອົງ​ຈະ​ໃຊ້​ເທວະດາ​ຂອງ​ພຣະອົງ​ນຳ​ໜ້າ​ໄປ ເພື່ອ​ເຈົ້າ​ຈະ​ຫາ​ເມຍ​ທີ່​ນັ້ນ ໃຫ້​ລູກຊາຍ​ຂອງຂ້ອຍ​ໄດ້.


ຂໍ​ໃຫ້​ເທວະດາ​ຕົນ​ທີ່​ໄດ້​ຊ່ວຍ​ກູ້​ເອົາ​ຂ້ານ້ອຍ; ຈົ່ງ​ອວຍພອນ​ເຂົາ​ເຫຼົ່ານີ້​ດ້ວຍ ຂໍ​ໃຫ້​ຊື່​ຂອງ​ຂ້ານ້ອຍ​ທັງ​ອີຊາກ​ແລະ​ອັບຣາຮາມ ດຳລົງ​ຄົງ​ຢູ່​ນຳ​ເດັກນ້ອຍ​ເຫຼົ່ານີ້ ຂໍ​ໃຫ້​ພວກເຂົາ​ຈົ່ງ​ມີ​ລູກຫລານ​ຢ່າງ​ຫຼວງຫລາຍ ທັງ​ມີ​ເຊື້ອສາຍ​ມາກມາຍ​ຫລາຍ​ລົ້ນ ແດ່ທ້ອນ.”


ແລ້ວ​ໂມເຊ​ກໍໄດ້​ກ່າວ​ວ່າ, “ພຣະເຈົ້າຢາເວ​ຈະ​ນຳ​ພວກເຈົ້າ​ເຂົ້າ​ໄປ​ສູ່​ດິນແດນ​ການາອານ ບ່ອນ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ຢ່າງ​ໜັກແໜ້ນ​ວ່າ ຈະ​ຍົກ​ໃຫ້​ພວກເຈົ້າ​ກັບ​ບັນພະບຸລຸດ​ຂອງ​ພວກເຈົ້າ. ເມື່ອ​ພຣະອົງ​ມອບ​ດິນແດນ​ໃຫ້​ພວກເຈົ້າ​ແລ້ວ


ພຣະເຈົ້າຢາເວ​ໄດ້​ສັນຍາ​ຢ່າງ​ໜັກແໜ້ນ​ກັບ​ບັນພະບຸລຸດ​ຂອງ​ພວກເຈົ້າ​ວ່າ ພຣະອົງ​ຈະ​ຍົກ​ດິນແດນ​ຂອງ​ຊາວ​ການາອານ, ຊາວ​ຮິດຕີ, ຊາວ​ອາໂມ, ຊາວ​ຮີວີ ແລະ​ຊາວ​ເຢບຸດ​ໃຫ້​ພວກເຈົ້າ. ເມື່ອ​ພຣະອົງ​ໄດ້​ນຳ​ພວກເຈົ້າ ເຂົ້າ​ໄປ​ໃນ​ດິນແດນ​ອັນ​ອຸດົມສົມບູນ​ແລະ​ຮັ່ງມີ​ນັ້ນ​ແລ້ວ ພວກເຈົ້າ​ຕ້ອງ​ສະຫລອງ​ເທດສະການ​ນີ້​ທຸກໆ​ປີ​ໃນ​ເດືອນ​ທີ​ໜຶ່ງ.


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ, “ຈົ່ງ​ຍ້າຍ​ຈາກ​ທີ່​ນີ້ ແລະ​ພາ​ປະຊາຊົນ​ທີ່​ເຈົ້າ​ໄດ້​ນຳ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ ໄປ​ສູ່​ດິນແດນ​ທີ່​ເຮົາ​ໄດ້​ສັນຍາ​ໄວ້​ວ່າ​ຈະ​ມອບ​ໃຫ້​ອັບຣາຮາມ, ອີຊາກ, ຢາໂຄບ, ແລະ​ເຊື້ອສາຍ​ຂອງ​ພວກເຂົາ.


ເຮົາ​ກໍ​ຈະ​ລະນຶກເຖິງ​ພັນທະສັນຍາ​ຂອງເຮົາ ທີ່​ໄດ້​ມີ​ໄວ້​ກັບ​ຢາໂຄບ, ອີຊາກ ແລະ​ອັບຣາຮາມ ແລະ​ເຮົາ​ຈະ​ຮື້ຟື້ນ​ພັນທະສັນຍາ​ຂອງເຮົາ​ໃໝ່ ເພື່ອ​ມອບ​ດິນແດນ​ໃຫ້​ປະຊາຊົນ​ຂອງເຮົາ.


ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ບັນດານ​ໃຫ້​ພວກເຈົ້າ ມີ​ຈຳນວນ​ມາກມາຍ​ເໝືອນ​ດັ່ງ​ດວງດາວ​ໃນ​ທ້ອງຟ້າ.


ແຕ່​ພຣະເຈົ້າຢາເວ​ຮັກ​ພວກເຈົ້າ ແລະ​ຕ້ອງການ​ຮັກສາ​ພັນທະສັນຍາ​ຂອງ​ພຣະອົງ ທີ່​ໄດ້​ເຮັດ​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ. ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ​ດ້ວຍ​ພຣະຫັດ​ອັນ​ຊົງ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ ແລະ​ຊົງໄຖ່​ພວກເຈົ້າ​ໃຫ້​ອອກ​ຈາກ​ເຮືອນ​ທີ່​ເຈົ້າ​ເປັນ​ທາດ​ຮັບໃຊ້ ອອກ​ຈາກ​ເງື້ອມມື​ຂອງ​ກະສັດ​ຟາໂຣ​ແຫ່ງ​ປະເທດ​ເອຢິບ.


ໂຜດ​ຈົດຈຳ​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ​ຄື: ອັບຣາຮາມ, ອີຊາກ ແລະ​ຢາໂຄບ. ຢ່າ​ສົນໃຈ​ໃນ​ຄວາມ​ດື້ດຶງ, ຄວາມ​ຊົ່ວຮ້າຍ ແລະ​ບາບ​ຂອງ​ປະຊາຊົນ​ເຫຼົ່ານີ້.


ເມື່ອ​ພຣະເຈົ້າ​ໄດ້​ຊົງ​ສັນຍາ​ໄວ້​ກັບ​ອັບຣາຮາມ​ນັ້ນ ໂດຍ​ທີ່​ບໍ່ມີ​ຜູ້ໃດ​ເປັນ​ໃຫຍ່​ກວ່າ​ພຣະອົງ ທີ່​ພຣະອົງ​ຈະ​ຊົງ​ສາບານ​ດ້ວຍ​ອອກ​ຊື່​ຜູ້ນັ້ນ​ໄດ້ ພຣະອົງ​ຈຶ່ງ​ໄດ້​ຊົງ​ສາບານ​ດ້ວຍ​ພຣະນາມ​ຂອງ​ພຣະອົງ​ເອງ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka