ອົບພະຍົບ 32:10 - ພຣະຄຳພີສັກສິ10 ບັດນີ້ເຮົາໃຈຮ້າຍໃຫ້ພວກເຂົາແລ້ວ ແລະເຮົາຈະທຳລາຍພວກເຂົາຖິ້ມໝົດ. ຢ່າພະຍາຍາມຫ້າມເຮົາໄວ້ເລີຍ. ແລ້ວເຮົາກໍຈະເຮັດໃຫ້ເຈົ້າແລະເຊື້ອສາຍຂອງເຈົ້າ ກາຍເປັນຊົນຊາດໃຫຍ່.” Uka jalj uñjjattʼäta |
ແຕ່ປະຊາຊົນອິດສະຣາເອນຊໍ້າພັດທ້າທາຍເຮົາແມ່ນແຕ່ໃນຖິ່ນແຫ້ງແລ້ງກັນດານ. ພວກເຂົາໄດ້ຝ່າຝືນບັນດາກົດບັນຍັດຂອງເຮົາ ແລະປະຖິ້ມຂໍ້ຄຳສັ່ງຂອງເຮົາ ຊຶ່ງນຳຊີວິດມາສູ່ທຸກໆຄົນທີ່ປະຕິບັດຕາມ. ພວກເຂົາໄດ້ເຮັດໃຫ້ວັນຊະບາໂຕເປັນມົນທິນ. ສະນັ້ນ ເຮົາຈຶ່ງພ້ອມແລ້ວ ທີ່ຈະໃຫ້ພວກເຂົາໄດ້ຊີມຣິດແຫ່ງຄວາມໂກດຮ້າຍອັນເຕັມຂະໜາດຂອງເຮົາ ໃນຖິ່ນແຫ້ງແລ້ງກັນດານນັ້ນແລະທຳລາຍພວກເຂົາຖິ້ມ.