Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 30:9 - ພຣະຄຳພີສັກສິ

9 ຢ່າ​ໄດ້​ຖວາຍ​ສິ່ງ​ທີ່​ຕ້ອງ​ຫ້າມ​ເທິງ​ແທ່ນບູຊາ ບໍ່​ວ່າ​ເຄື່ອງຫອມ​ຊະນິດ​ໃດໆ, ສັດ, ພືດຜົນ​ເປັນເມັດ​ກໍຕາມ ແລະ​ຢ່າ​ຖອກ​ເຫຼົ້າ​ອະງຸ່ນ​ໃສ່​ແທ່ນ.

Uka jalj uñjjattʼäta Copia luraña




ອົບພະຍົບ 30:9
3 Jak'a apnaqawi uñst'ayäwi  

ທຸກໆ​ປີ​ໃດ ໃຫ້​ປະໂຣຫິດ​ອາໂຣນ​ປະກອບ​ພິທີ​ຊຳລະ​ແທ່ນບູຊາ​ເທື່ອໜຶ່ງ ໂດຍ​ໃຫ້​ເອົາ​ເລືອດ​ຂອງ​ສັດ​ທີ່​ຖວາຍ​ສຳລັບ​ການ​ໄຖ່​ບາບ ຫົດສົງ​ໃສ່​ຈອມ​ແທ່ນ​ທັງ​ສີ່​ດ້ານ. ໃຫ້​ປະກອບ​ພິທີ​ນີ້​ທຸກໆ​ປີ​ຕະຫລອດໄປ. ແລ້ວ​ແທ່ນ​ນີ້​ກໍ​ຈະ​ເປັນ​ແທ່ນບູຊາ​ທີ່​ບໍຣິສຸດ​ທັງ​ສິ້ນ ຊຶ່ງ​ໄດ້​ອຸທິດ​ຖວາຍ​ແກ່​ພຣະເຈົ້າຢາເວ.”


ໃຫ້​ລາວ​ເຮັດ​ວິທີ​ດຽວກັນ​ກັບ ເມື່ອ​ລາວ​ໄຕ້​ຕະກຽງ​ໃນ​ຕອນ​ຄໍ່າ. ການ​ເຜົາ​ເຄື່ອງຫອມ​ຖວາຍບູຊາ​ແມ່ນ​ໃຫ້​ປະຕິບັດ​ສືບໆ​ໄປ​ຕໍ່ໜ້າ​ພຣະເຈົ້າຢາເວ ຕະຫລອດ​ຊົ່ວ​ເຊື້ອສາຍ​ຂອງ​ເຈົ້າ.


ນາດາບ​ແລະ​ອາບີຮູ​ລູກຊາຍ​ອາໂຣນ ຕ່າງ​ກໍໄດ້​ນຳ​ໝໍ້ຂາງ​ຂອງຕົນ​ມາ ແລະ​ເອົາ​ຖ່ານໄຟ​ທີ່​ກຳລັງ​ລຸກ​ຢູ່​ໃສ່​ໃນ​ນັ້ນ. ພວກເຂົາ​ໄດ້​ເອົາ​ກຳຍານ​ໂຮຍ​ໃສ່​ຕື່ມ ແລະ​ນຳ​ໄປ​ຖວາຍ​ຕໍ່ໜ້າ​ພຣະເຈົ້າຢາເວ. ແຕ່​ໄຟ​ທີ່​ຖວາຍ​ນີ້​ບໍ່​ບໍຣິສຸດ ເພາະວ່າ​ພຣະອົງ​ບໍ່ໄດ້​ສັ່ງ​ພວກເຂົາ​ໃຫ້​ຖວາຍ​ຢ່າງ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka