Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 30:8 - ພຣະຄຳພີສັກສິ

8 ໃຫ້​ລາວ​ເຮັດ​ວິທີ​ດຽວກັນ​ກັບ ເມື່ອ​ລາວ​ໄຕ້​ຕະກຽງ​ໃນ​ຕອນ​ຄໍ່າ. ການ​ເຜົາ​ເຄື່ອງຫອມ​ຖວາຍບູຊາ​ແມ່ນ​ໃຫ້​ປະຕິບັດ​ສືບໆ​ໄປ​ຕໍ່ໜ້າ​ພຣະເຈົ້າຢາເວ ຕະຫລອດ​ຊົ່ວ​ເຊື້ອສາຍ​ຂອງ​ເຈົ້າ.

Uka jalj uñjjattʼäta Copia luraña




ອົບພະຍົບ 30:8
12 Jak'a apnaqawi uñst'ayäwi  

ເພື່ອ​ສະກັດ​ກັ້ນ​ເພິ່ນ​ໄວ້. ພວກເຂົາ​ເວົ້າ​ວ່າ, “ອຸດຊີຢາ ທ່ານ​ບໍ່​ມີ​ສິດ​ທີ່​ຈະ​ເຜົາ​ເຄື່ອງຫອມ​ຖວາຍ​ແກ່​ພຣະເຈົ້າຢາເວ. ມີ​ແຕ່​ປະໂຣຫິດ​ທີ່​ສືບ​ເຊື້ອສາຍ​ຈາກ​ອາໂຣນ ຜູ້​ທີ່​ໄດ້​ອຸທິດຕົວ​ແລ້ວ​ເທົ່ານັ້ນ ຖວາຍ​ເຄື່ອງຫອມ​ນີ້​ໄດ້. ຈົ່ງ​ອອກ​ໄປ​ຈາກ​ບ່ອນ​ສັກສິດ​ດຽວນີ້. ທ່ານ​ໄດ້​ໝິ່ນປະໝາດ​ພຣະເຈົ້າຢາເວ ພຣະເຈົ້າ ແລະ​ພຣະອົງ​ຈະ​ບໍ່​ອວຍພອນ​ທ່ານ​ຕໍ່ໄປ.”


ຂໍ​ໃຫ້​ຄຳພາວັນນາ​ອະທິຖານ​ຂອງ​ຂ້ານ້ອຍ​ເປັນ​ດັ່ງ​ເຄື່ອງຫອມ​ບູຊາ ແລະ​ຍໍ​ມື​ຂຶ້ນ​ໄຫວ້ວອນ​ເປັນ​ດັ່ງ​ເຄື່ອງ​ຖວາຍບູຊາ​ໃນ​ຕອນແລງ​ເຖີດ.


ແລ້ວ​ໃນ​ຕອນແລງ​ຂອງ​ມື້​ທີ​ສິບສີ່​ຂອງ​ເດືອນ ໃຫ້​ຊຸມຊົນ​ອິດສະຣາເອນ​ທັງໝົດ​ພາກັນ​ຂ້າ​ສັດ​ຂອງ​ພວກ​ຕົນ.


ຈົ່ງ​ເຮັດ​ຕະກຽງ​ເຈັດ​ໜ່ວຍ​ໃສ່​ຕີນ​ຕະກຽງ ແລະ​ໄຕ້​ໃຫ້​ມັນ​ສ່ອງ​ແສງ​ອອກ​ໄປ​ເປັນ​ໜ້າ​ກະດານ.


ໃຫ້​ອາໂຣນ ແລະ​ພວກ​ລູກຊາຍ​ຂອງ​ລາວ ເປັນ​ຜູ້​ບົວລະບັດ​ຮັກສາ​ຕະກຽງ ຢູ່​ຊ້ອງໜ້າ​ເຮົາ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ​ເບື້ອງ​ນອກ ຄື​ຢູ່​ນອກ​ຜ້າກັ້ງ​ທາງ​ໜ້າ​ຂອງ​ຫີບ​ພັນທະສັນຍາ. ຈົ່ງ​ໄຕ້​ຕະກຽງ​ແຕ່​ຕອນ​ຄໍ່າ​ຈົນເຖິງ​ຕອນ​ຮຸ່ງ​ເຊົ້າ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ. ຈົ່ງ​ໃຫ້​ຊາວ​ອິດສະຣາເອນ​ກັບ​ເຊື້ອສາຍ​ຂອງ​ພວກເຂົາ ຕັ້ງໃຈ​ໃສ່​ປະຕິບັດ​ຕາມ​ຄຳສັ່ງ​ນີ້​ຕະຫລອດໄປ.”


ທຸກໆ​ເຊົ້າ​ເມື່ອ​ອາໂຣນ​ເຂົ້າ​ມາ​ບົວລະບັດ​ຕະກຽງ ໃຫ້​ລາວ​ເຜົາ​ເຄື່ອງຫອມ​ເທິງ​ແທ່ນບູຊາ​ນັ້ນ.


ຢ່າ​ໄດ້​ຖວາຍ​ສິ່ງ​ທີ່​ຕ້ອງ​ຫ້າມ​ເທິງ​ແທ່ນບູຊາ ບໍ່​ວ່າ​ເຄື່ອງຫອມ​ຊະນິດ​ໃດໆ, ສັດ, ພືດຜົນ​ເປັນເມັດ​ກໍຕາມ ແລະ​ຢ່າ​ຖອກ​ເຫຼົ້າ​ອະງຸ່ນ​ໃສ່​ແທ່ນ.


ຜູ້ໃດ​ຈະ​ເປັນ​ຜູ້​ລົງໂທດ​ພວກເຂົາ​ອີກ? ເພາະ​ພຣະເຢຊູ​ຄຣິດເຈົ້າ​ແມ່ນ​ຜູ້​ທີ່​ໄດ້​ຕາຍ ແລະ​ຍິ່ງ​ກວ່າ​ນັ້ນ​ອີກ ພຣະອົງ​ໄດ້​ເປັນ​ຄືນ​ມາ​ຈາກ​ຕາຍ​ແລ້ວ ແລະ​ນັ່ງ​ຢູ່​ກໍ້າຂວາ​ພຣະຫັດ​ຂອງ​ພຣະເຈົ້າ, ພຣະອົງ​ນັ້ນ​ແຫຼະ ອະທິຖານ​ວິງວອນ​ຂໍ​ເພື່ອ​ພວກເຮົາ


ຈົ່ງ​ພາວັນນາ​ອະທິຖານ​ຢູ່​ທຸກ​ເວລາ,


ດ້ວຍເຫດນີ້ ພຣະອົງ​ຈຶ່ງ​ຊົງ​ສາມາດ​ຕະຫລອດໄປ ທີ່​ຈະ​ໂຜດ​ເອົາ​ຄົນ​ທັງປວງ​ທີ່​ໄດ້​ເຂົ້າ​ມາ​ຫາ​ພຣະເຈົ້າ ໂດຍ​ທາງ​ພຣະອົງ​ນັ້ນ ໃຫ້​ໄດ້​ຮັບ​ຄວາມ​ລອດພົ້ນ ເພາະວ່າ ພຣະອົງ​ຊົງພຣະຊົນ​ຢູ່​ນິຣັນດອນ ເພື່ອ​ຊ່ວຍ​ທູນ​ຂໍ​ພຣະ​ກະລຸນາ​ໃຫ້​ຄົນ​ເຫຼົ່ານັ້ນ.


ເພາະວ່າ ພຣະຄຣິດ​ບໍ່ໄດ້​ສະເດັດ​ເຂົ້າ​ໄປ​ໃນ​ສະຖານ​ສັກສິດ ທີ່​ຖືກ​ສ້າງ​ຂຶ້ນ​ດ້ວຍ​ມື​ມະນຸດ​ຕາມ​ແບບຢ່າງ​ໃນ​ສະຫວັນ ແຕ່​ເວລາ​ນີ້ ພຣະອົງ​ໄດ້​ສະເດັດ​ເຂົ້າ​ໄປ​ໃນ​ສະຫວັນ ເພື່ອ​ເຂົ້າ​ເຝົ້າ​ພຣະເຈົ້າ​ແທນ​ພວກເຮົາ.


ຈາກ​ເຜົ່າ​ທັງໝົດ​ໃນ​ຊາດ​ອິດສະຣາເອນ ເຮົາ​ໄດ້​ເລືອກເອົາ​ຄອບຄົວ​ຂອງ​ລາວ​ໃຫ້​ເປັນ​ປະໂຣຫິດ ເພື່ອ​ບົວລະບັດ​ຮັບໃຊ້​ເຮົາ​ທີ່​ແທ່ນບູຊາ ເພື່ອ​ເຜົາ​ເຄື່ອງຫອມ​ແລະ​ເພື່ອ​ຖື​ເອໂຟດ ມາ​ປຶກສາ​ຫາລື​ກັບ​ເຮົາ. ເຮົາ​ໃຫ້​ພວກເຂົາ​ມີ​ສິດ​ຮັບ​ເອົາ​ສ່ວນແບ່ງ​ຂອງ​ເຄື່ອງ​ບູຊາ ທີ່​ເຜົາ​ຢູ່​ເທິງ​ແທ່ນບູຊາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka